spot_img
Homeຂ່າວທ້ອງຖິ່ນປະກາດນໍາໃຊ້ ລະບົບ e-GDDS ທີ່ສາມາດເຂົ້າເຖິງຫຼາຍຂໍ້ມູນສະຖິຕິເສດຖະກິດຂອງລາວ

ປະກາດນໍາໃຊ້ ລະບົບ e-GDDS ທີ່ສາມາດເຂົ້າເຖິງຫຼາຍຂໍ້ມູນສະຖິຕິເສດຖະກິດຂອງລາວ

Published on

ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ຮ່ວມກັນເປີດນໍາໃຊ້ e-GDDS ເຊິ່ງເປັນລະບົບການເຜີຍແຜ່ຂໍ້ມູນສະຖິຕິແບບສູນລວມ ໂດຍປະກອບມີ 15 ໝວດທີ່ກ່ຽວຂ້ອງກັບເສດຖະກິດມະຫາພາກ ເພື່ອຊ່ວຍໃຫ້ຜູ້ຜະລິດ ແລະ ຜູ້ນໍາໃຊ້ຂໍ້ມູນສາມາດເຂົ້າເຖິງ ແລະ ນໍາໃຊ້ຂໍ້ມູນໄດ້ຢ່າງງ່າຍດາຍ.

ທ່ານ ນາງ ເພັດສະໝອນ ຮອງຫົວໜ້າສູນສະຖິຕິແຫ່ງຊາດ ປະທານກອງປະຊຸມປະກາດໃຊ້ ແລະ ການເຂົ້າເຖິງຂໍ້ມູນສະຖິຕິ ຜ່ານລະບົບການເຜີຍແຜ່ຂໍ້ມູນສະຖິຕິທາງການແບບທົ່ວໄປ (e-GDDS) ໃນວັນທີ 27 ພະຈິກ 2018 ໄດ້ກ່າວວ່າ: ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ໄດ້ຕົກລົງຮ່ວມກັນເປີດນໍາໃຊ້ e-GDDS ເຊິ່ງເປັນລະບົບການເຜີຍແຜ່ຂໍ້ມູນແບບສູນລວມທີ່ນໍາໃຊ້ຫຼາຍປະເທດທົ່ວໂລກ ສໍາລັບເປົ້າໝາຍຫຼັກຂອງການລະບົບ e-GDDS ຈະຊ່ວຍໃຫ້ຜູ້ຜະລິດ ແລະ ຜູ້ນໍາໃຊ້ຂໍ້ມູນສາມາດເຂົ້າເຖິງ ແລະ ນໍາໃຊ້ຂໍ້ມູນໄດ້ຢ່າງງ່າຍດາຍ ທີ່ໄດ້ເນັ້ນຄຸນນະພາບຂໍ້ມູນ ແລະ ການເຜີຍແຜ່ ທັງຕອບສະໜອງຄໍາແນະນໍາການປະຕິບັດທີ່ດີ.

ໂດຍລວມແລ້ວ ການສັງລວມຂໍ້ມູນຂອງປະເທດ NSDP ເປັນການສັງລວມຂອງບັນດາຂໍ້ມູນເສດຖະກິດມະຫາພາກ ທີ່ໄດ້ເຜີຍແຜ່ເປັນທາງການໃນລະບົບສະຖິຕິແຫ່ງຊາດ ມາລວມໄວໃນໜ້າດັ່ງກ່າວ ເຊິ່ງປະກອບມີ 15 ໝວດຄື: ສະຖິຕິທີ່ກ່ຽວຂ້ອງກັບເສດຖະກິດມະຫາພາກມີ: ລວມຍອດຜະລິດຕະພັນພາຍໃນ, ດັດຊະນີລາຄາການຊົມໃຊ້, ການຈັດຕັ້ງປະຕິບັດງົບປະມານຂອງລັດຖະບານ, ຖານະການເງິນຂອງທະນາຄານທຸລະກິດທົ່ວລະບົບ, ຖານະການເງິນຂອງທະນາຄານແຫ່ງ ສປປ ລາວ, ອັດຕາດອກເບ້ຍ, ຂໍ້ມູນດ້ານຫຼັກຊັບ, ດຸນການຊໍາລະກັບຕ່າງປະເທດ, ໜີ້ສິນຕ່າງປະເທດ, ການຄ້າຕ່າງປະເທດ, ຖະນະການລົງທຶນລະຫວ່າງປະເທດ ແລະ ອັດຕາແລກປ່ຽນ. ນອກຈາກນີ້, ຍັງມີສະຖິຕິແຮງງານ ແລະ ສະຖິຕິພົນລະເມືອງໃນໄລຍະເວລາຂອງຂໍ້ມູນສະຖິຕິເລີ່ມຕົ້ນປີ 2010-2018 ຈໍານວນໜຶ່ງ.

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ຮູບພາບຈາກ: emerging-europe.com

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...