spot_img
Homeຂ່າວທ້ອງຖິ່ນພົບບັນຫາກ່ຽວກັບໃບຕາດິນ ໂທດ່ວນ1514

ພົບບັນຫາກ່ຽວກັບໃບຕາດິນ ໂທດ່ວນ1514

Published on

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ເປີດສາຍດ່ວນ 1514 ແລະ ເຟສບຸກ https://www.facebook.com/monre.gov.la ເພື່ອຮັບຄໍາຄິດຄໍາເຫັນຈາກສັງຄົມໂດຍກົງ ໂດຍສະເພາະປະຊາຊົນຜູ້ທີ່ພົບບັນຫາການຊື້-ຂາຍສິດນໍາໃຊ້ທີ່ດິນ, ແບ່ງປັນດິນ ແລະ ໂອນກໍາມະສິດໄປອອກຊື່ຄົນອື່ນໃນໃບຕາດິນຂອບທອງ ທີ່ໄດ້ເສຍເງິນເປັນຈໍານວນຫຼາຍ ເພາະມີການສວຍໃຊ້ຂອງຄົນບາງຈໍານວນ(ນາຍໜ້າ) ອັນເປັນບັນຫາທີ່ຊໍ້າເຮື້ອແກ່ຍາວມາຫຼາຍປີ ແລະ ມີຫາງສຽງຈົມວ່າໃນສັງຄົມ.

ອີງຕາມບົດລາຍງານຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທີ່ສະເໜີຕໍ່ສະພາແຫ່ງຊາດໃຫ້ຮູ້ວ່າ: ໃນຂະແໜງທີ່ດິນໄປຄຽງຄູ່ກັບວິຊາສະເພາະ ທາງກະຊວງໄດ້ເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານລັດຖະກອນຂະແໜງທີ່ດິນໃຫ້ມີຈັນຍາບັນ, ຈັນຍາທໍາ, ມີທັດສະນະຮັບໃຊ້ປະຊາຊົນຢ່າງສຸດໃຈ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ແລະ ໄດ້ອອກຂໍ້ຕົກລົງວ່າດ້ວຍຂໍ້ຫ້າມ ແລະ ວິໄນຂອງພະນັກງານຂະແໜງທີ່ດິນ ສະບັບເລກທີ 1369/ກຊສ, ລົງວັນທີ 28 ມີນາ 2018 ເພື່ອປັບປຸງການຄຸ້ມຄອງພະນັກງານລັດຖະກອນບໍ່ໃຫ້ສວຍໃຊ້ຊ່ອງຫວ່າງໄປກະທໍາທີ່ບໍ່ເນາະສົມ.

ພ້ອມນັ້ນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ມີຊ່ອງທາງຕິດຕາມຫາງສຽງສັງຄົມໂດຍຜ່ານທາງໂທລະສັບສາຍດ່ວນ 1514, ເຟສບຸກຂອງກະຊວງ https://www.facebook.com/monre.gov.la ແລະ ຕູ້ຮັບຄໍາຮ້ອງ-ຄໍາສະເໜີຂອງກະຊວງ ເຊິ່ງຜ່ານການຕິດຕາມແຕ່ຕົ້ນປີ 2018 ເຖິງປັດຈຸບັນ ເຫັນວ່າຫາງສຽງກ່ຽງກັບການປະຕິບັດໜ້າທີ່ຂອງພະນັກງານທີ່ດິນ ທີ່ບໍ່ສອດຄ່ອງກັບກົດມາຍ ແລະ ລະບຽບການມີທ່າອ່ຽງຫຼຸດລົງ.

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

ໂດໂນ ທຣໍາ ເຊັນຄໍາສັ່ງສົ່ງຜູ້ອົບພະຍົບເຂົ້າອາເມຣິກາແບບຜິດກົດໝາຍ ໃຫ້ກັບຄືນສູ່ປະເທດ

ໂດໂນ ທຣໍາ ເຊັນຄໍາສັ່ງສົ່ງຜູ້ເຂົ້າປະເທດແບບຜິດກົດໝາຍ ໃນນີ້ມີຄົນສັນຊາດລາວ 4,850 ຄົນ.ຈາກການອອກມາເປີດເຜີຍ ແລະ ບົດລາຍງານເດືອນພະຈິກ ຂອງສຳນັກງານກວດຄົນເຂົ້າເມືອງ ຂອງສະຫະລັດ (ICE) ໄດ້ລະບຸວ່າ: ຄົນລາວຫຼາຍກວ່າ 4,000...

ຈັບໄດ້ໄລ່ທັນ ຊົມເຊີຍເຈົ້າໜ້າທີ່ຈັບໂຈນກໍ່ເຫດລັກສາຍໄຟ ພາຍໃນ 1 ຊົ່ວໂມງ

ຈາກກໍລະນີຊາຍກໍ່ເຫດ ລັກສາຍໄຟ ທີ່ບ້ານຫັດສະດີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນຕອນເຊົ້າເວລາປະມານ 9:00 ນາທີ ຂອງວັນທີ 30 ມັງກອນ 2025, ພາຍໃນ 1...

ມອບ-ຮັບໜ້າທີ່ ຫົວໜ້າກົມໃຫຍ່ເສນາທິການກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີ ມອບ-ຮັບໜ້າທີ່ ຫົວໜ້າກົມໃຫຍ່ເສນາທິການກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ...

ພົບກ່ອງດຳເຮືອບິນໂດຍສານສະຫະລັດ ທີ່ປະສົບອຸບັດຕິເຫດຕຳກັນກາງອາກາດກັບ ເຮລິຄອບເຕີ

ພົບກ່ອງດຳເຮືອບິນໂດຍສານສະຫະລັດ ທີ່ປະສົບອຸບັດຕິເຫດຕຳກັນກາງອາກາດກັບ ເຮລິຄອບເຕີ ກ່ອນຈະຕົກລົງໃນແມ່ນ້ຳ ທີ່ນະຄອນຫຼວງວໍຊິງຕັນ ເຈົ້າໜ້າທີ່ຜູ້ຊ່ຽວຊານນຳໄປກວດສອບແລ້ວ ເພື່ອຫາເບາະແສກ່ຽວກັບຂໍ້ຜິດພາດທີ່ອາດຈະເກີດຂຶ້ນ ຄາດວ່າຜູ້ໂດຍສານທີ່ຢູ່ເທິງເຮືອບິນ ແລະ ເຮລິຄອບເຕີ ລວມ 67 ຄົນ ໜ້າຈະເສຍຊີວິດທັງໝົດ. ສຳນັກຂ່າວຕ່າງປະເທດລາຍງານ...