spot_img
Homeຂ່າວທ້ອງຖິ່ນຖວທ ຢືນຢັນ! ໄຫຫີນຊຽງຂວາງ ຈະເປັນມໍລະດົກໂລກກາງປີ 2019

ຖວທ ຢືນຢັນ! ໄຫຫີນຊຽງຂວາງ ຈະເປັນມໍລະດົກໂລກກາງປີ 2019

Published on

ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຄາດວ່າກາງປີ 2019 ອົງການ UNESCO ຈະຮັບຮອງເອົາໄຫຫີນຊຽງຂວາງເຂົ້າເປັນມໍລະດົກໂລກຢ່າງເປັນທາງການ ແລະ ຈະກາຍເປັນມໍລະດົກໂລກແຫ່ງທີ 3 ຂອງ ສປປ ລາວ ຖັດຈາກເມືອງຫລວງພະບາງ ແລະ ວັດພູຈຳປາສັກ.

ວັນທີ 28 ພະຈິກ 2018, ຂະບວນຄາລາວານ ຖວທ ໄດ້ເດີນທາງເຖິງແຂວງ ຊຽງຂວາງ, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງ ຖວທ ໃຫ້ການສຳພາດວ່າ: ຫຼັງຈາກທີ່ ສປປ ລາວ ເຮົາໄດ້ຍື່ນເອກະສານຕ່າງໆ ຢ່າງຄົບຖ້ວນຕໍ່ອົງການ UNESCO ເພື່ອສະເໜີໄຫຫີນຊຽງຂວາງ ເຂົ້າເປັນມໍລະດົກໂລກໄປແລ້ວກ່ອນຫນ້ານີ້ ແລະ ຕົ້ນເດືອນ ຕຸລາ 2018 ອົງການດັ່ງກ່າວ, ໄດ້ສົ່ງຄະນະວິຊາການກ່ຽວຂ້ອງມາກວດກາຕົວຈິງຢູ່ ແຂວງຊຽງຂວາງ ເປັນທີ່ຮຽບຮ້ອຍແລ້ວ. ໃນຂະນະດຽວກັນ, ຖວທ ໄດ້ສົ່ງຄະນະວິຊາການທີ່ກ່ຽວຂ້ອງໄປປ້ອງກັນບົດກ່ຽວກັບການຂໍສະເໜີໄຫຫີນຊຽງຂວາງ ເຂົ້າເປັນມໍລະດົກໂລກທີ່ນະຄອນຫຼວງປາຣີ, ປະເທດຝຣັ່ງ ຮຽບຮ້ອຍແລ້ວ, ຄາດວ່າໃນກາງປີ 2019 ອົງການ UNESCO ຈະຮັບຮອງເອົາໄຫຫີນຊຽງຂວາງ ເຂົ້າເປັນມໍລະດົກໂລກຢ່າງເປັນທາງການ ເຊິ່ງຈະກາຍເປັນມໍລະດົກໂລກແຫ່ງທີ 3 ຂອງລາວ ຖັດຈາກເມືອງຫລວງພະບາງ ແລະ ວັດພູຈຳປາສັກ.

ສຳລັບໄຫຫີນຊຽງຂວາງທີ່ສະເຫນີເຂົ້າເປັນມໍລະດົກໂລກມີທັງໝົດ 999 ຫນ່ວຍໃນ 11 ແຫ່ງ ໂດຍກວມເອົາ 4 ເມືອງຄື: ເມືອງ ແປກ, ພູກູດ, ຜາໄຊ ແລະ ເມືອງຄໍາ. ນອກຈາກນັ້ນ, ຖວທ ໄດ້ມອບເງິນອຸປະຖຳມູນຄ່າ 16 ລ້ານກີບໃຫ້ແກ່ແຂວງ ຊຽງຂວາງ ເພື່ອນຳໃຊ້ເຂົ້າໃນການບູລະນະທົ່ງໄຫຫີນ 1 ມູນຄ່າ 10 ລ້ານກີບ; ວັດເພຍວັດ ແລະ ວັດພະເຈົ້າອົງຫລວງ (ວັດລະ 3 ລ້ານກີບ).

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: Lao National Radio

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...