spot_img
Homeຂ່າວທ້ອງຖິ່ນເປີດນໍາໃຊ້ຂົວຂ້າມນໍ້າງື່ມ ນາບົງ-ທ່າກົກໄຮ

ເປີດນໍາໃຊ້ຂົວຂ້າມນໍ້າງື່ມ ນາບົງ-ທ່າກົກໄຮ

Published on

ຂົວ​ຂ້າມ​ນ້ຳ​ງື່ມ ບ້ານ​ນາ​ບົງ-ບ້ານ​ທ່າ​ກົກ​ໄຮ ເມືອງ​ປາກ​ງື່ມ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້ເປີດນໍາໃຊ້ເປັນທາງການໃນຕົ້ນອາທິດ​ຜ່ານມາ. ຂົວດັ່ງກ່າວ, ໃຊ້​ເວ­ລາ​ການ​ກໍ່­ສ້າງທັງໝົດ 24 ເດືອນ ຈາກທຶນຊ່ວຍເຫຼືອລ້າຂອງ ທ່ານ ສັກ​ໄຊ ວົງ​ມາ­ລາ​ສິດ ດ້ວຍມູນຄ່າການ103,4 ຕື້​ກີບ, ມີລວງ​ຍາວ 220 ແມັດ ກວ້າງ 11 ແມັດ ສາ­ມາດ​ຮັບ​ນ້ຳ­ໜັກ​ໄດ້ 80 ໂຕນ ໂດຍມີ​ອາ­ຍຸ​ນຳ​ໃຊ້​ຫຼາຍ​ກວ່າ 50 ປີ.

ທ່ານ ເດດ​ສົງ­ຄາມ ທຳ​ມະ​ວົງ, ຫົວ­ໜ້າ​ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້ກ່າວໃນພິທີເປີດນໍາໃຊ້ຂົວຂ້າມດັ່ງກ່າວ ໃນວັນ​ທີ 27 ພະ­ຈິກ 2018 ຜ່ານມາວ່າ: ເນື່ອງ​ຈາກ​ວັນ​ທີ 26 ພຶດ­ສະ­ພາ 2015 ໄດ້​ເກີດ​ເຫດ​ເສົ້າ​ສະ­ຫຼົດ​ໃຈ​ແບບ​ບໍ່​ຄາດ​ຝັນ ເມື່ອ​ເຮືອ​ແພ​ຂົນ­ສົ່ງ​ນັກ­ຮຽນ​ຈາກ​ບ້ານ​ນາ​ບົງ ເພື່ອ​ໄປ​ສອບ­ເສັງ​ຢູ່​ບ້ານ​ທ່າ​ກົກ​ໄຮ ໄດ້​ຫຼົ້ມ​ລົງ​ນ້ຳ​ງື່ມ ເຮັດ​ໃຫ້​ນັກ­ຮຽນ​ເສຍ​ຊີ­ວິດ​ຈຳ­ນວນ​ຫຼາຍ ທ່ານ ສັກ​ໄຊ ວົງ​ມາ­ລາ​ສິດ ຈຶ່ງ​ໄດ້​ສະ­ເໜີ​ຕໍ່​​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ລັດ­ຖະ­ບານ ເພື່ອ​ສ້າງ​ຂົວ​ຂ້າມ​ຢູ່​ຈຸດ​ດັ່ງກ່າວ ​ດ້ວຍ​ທຶນ​ຊ່ວຍ­ເຫຼືອ​ຂອງ​ຕົນ​ເອງ ແລະ ລັດ­ຖະ­ບານ ໄດ້​ເຊັນ​ສັນ­ຍາ​ຮັບ​ເອົາ​ການ​ຊ່ວຍ­ເຫຼືອ​ລ້ານັ້ນ.

ຂົວ​ດັ່ງ­ກ່າວ​, ໃຊ້​ເວ­ລາ​ການ​ກໍ່­ສ້າງທັງໝົດ 24 ເດືອນ ເປັນການກໍ່­ສ້າງ​ດ້ວຍ​ເບ​ຕົງ​ເສີມ​ເຫຼັກ​ອັດ​ແຮງ ມີລວງ​ຍາວ 220 ແມັດ ແລະ ກວ້າງ 11 ແມັດ (ລວມ​ທັງ​ທາງ​ຄົນ​ຍ່າງ 2 ຟາກ) ສາ­ມາດ​ຮັບ​ນ້ຳ­ໜັກ​ໄດ້ 80 ໂຕນ ແລະ ມີ​ອາ­ຍຸ​ນຳ​ໃຊ້​ຫຼາຍ​ກວ່າ 50 ປີເບື້ອງຕົ້ນລວມມູນ​ຄ່າ 105 ຕື້​ກີບ ແຕ່ບໍ­ລິ­ສັດ​ໄດ້​ເພີ່ມ​ລວງ​ຍາວ​ຂອງ​ຂົວ​ໄປ​ເປັນ 236 ແມັດ ແລະ ກໍ່­ສ້າງ​ທາງ​ເບ​ຕົງ​ສົ້ນ​ຂົວ​ເບື້ອງ​ລະ 30 ແມັດ ດັ່ງນັ້ນ, ມູນ​ຄ່າ​ການ​ກໍ່­ສ້າງ​ຈຶ່ງ​ເພີ່ມ​ເປັນ 103,4 ຕື້​ກີບ ເນື່ອງຈາກການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ ແລະ ອອກ​ແບບຢ່າງ​ລະ­ອຽດ ທັງ​ອີງ­ໃສ່​ສະ­ພາບ​ພື້ນ​ທີ່​ຕົວ​ຈິງ ຈຶ່ງ​ມີ​ຄວາມ​ຈຳ­ເປັນຕ້ອງເພີ່ມມູນຄ່າການກໍ່ສ້າງ. ປັດ­ຈຸ­ບັນ, ການກໍ່ສ້າງມີ​ຄວາມ​ຄືບ​ໜ້າ 98% ຂອງ​ໜ້າ​ວຽກ​ທັງ​ໝົດ ໜ້າ​ວຽກ​ທີ່​ເຫຼືອ​ເປັນ​ວຽກ​ອະ­ນາ­ໄມ ແລະ ຕົບ­ແຕ່ງ​ເລັກ​ໜ້ອຍ ເຊິ່ງ​ບໍ­ລິ­ສັດ​ຈະ​ສືບ­ຕໍ່ໃຫ້​ສຳ­ເລັດ​ໃນ​ໄວໆ​ນີ້.

ພ້ອມນັ້ນ, ບໍ­ລິ­ສັດ ລາວ​ເວີນ​ອະ​ສັງ​ຫາ​ລິ​ມາ​ຊັບ ຈຳ­ກັດ ​ໄດ້​ມອບ​ທຶນ​ການ​ສຶກ​ສາ​ໃຫ້​ນັກ­ຮຽນ​ເກ່ງ 91 ຄົນ ແລະ ນັກ­ຮຽນ​ທຸກ​ຍາກ 26 ຄົນ ໃນ 6 ໂຮງ­ຮຽນ ທີ່ຢູ່​ໃກ້​ຄຽງ​ກັບ​ຂົວ ມູນ​ຄ່າ 89.500.000 ກີບ ​ຕາງ­ໜ້າ​ມອບ​ໂດຍ​ທ່ານ ບຸນ​ມີ ລັດ­ຕະ­ນະ​ວັນ ນັກ­ທຸ­ລະ­ກິດ ແລະ ຮັບ​ໂດຍ​ທ່ານ ຄຳ​ໝູນ ຕຽງ​ທະ​ລາດ ເຈົ້າ­ເມືອງ​ປາກ​ງື່ມ.

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍມູນຈາກ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...