spot_img
Homeຂ່າວທ້ອງຖິ່ນລັດ ຊີ້ແຈ້ງໂກຕາຫຼຸດລົງ, ຢືນຢັນ 2019 ຈະໃຫ້ໂກຕາອາສາຢູ່ຊົນນະບົດ

ລັດ ຊີ້ແຈ້ງໂກຕາຫຼຸດລົງ, ຢືນຢັນ 2019 ຈະໃຫ້ໂກຕາອາສາຢູ່ຊົນນະບົດ

Published on

ພາຍຫຼັງ,  ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຂຶ້ນລາຍງານການເຄື່ຶອນໄຫວປະຕິບັດວຽກງານຂອງລັດຖະບານ ໃນໄລຍະຜ່ານມາ ແລະ ທິດທາງຈຸດສຸມໃນປີຕໍ່ໜ້າ ເຊິ່ງລັດຖະບານຈະຫຼຸດໂກຕາລັດຖະກອນ ຈາກ 3 ພັນຄົນ ໃນປີ 2018 ມາເປັນ 1.500 ຄົນໃນປີ 2019.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຊີ້ແຈງວ່າ: ຕົວເລກລັດຖະກອນຢູ່ປະເທດເຮົາເບິ່ງຈາກປະລິມານສົມທຽບໃສ່ຈໍານວນພົນລະເມືອງ ຖືວ່າສູງກວ່າໜູ່ໃນບັນດາປະເທດອາຊຽນ ແຕ່ໂດຍລວມແລ້ວຖືວ່າຄຸນນະພາບຍັງຕໍ່າ ດັ່ງນັ້ນ, ລັດຖະບານ ຈະໄດ້ຈັດສັນຕໍາແໜ່ງງານຄືນໃໝ່ແຕ່ສູນກາງຈົນຮອດທ້ອງຖິ່ນ ເຊິ່ງໃນປີ 2019 ໃຫ້ສະພາແຫ່ງຊາດ ອະນຸມັດຕົວເລກລັດຖະກອນຈໍານວນ 1.500 ໂກຕາ ແລະ ລັດຖະບານຈັດສັນການແບ່ງປັນຄືນໃໝ່ ໂດຍເນັ້ນໃສ່ຄູກັບແພດໝໍອາສາສະໝັກຢູ່ຊົນນະບົດ ແລະ ບັນດາສໍານັກງານຫ້ອງການທີ່ມີຄວາມຈໍາເປັນແທ້ໆເທົ່ານັ້ນ.

ສຳລັບເຫດຜົນທີ່ຕ້ອງຫຼຸດຕົວເລກໂກຕາລົງ ເພື່ອຫຼຸດຜ່ອນພາລະແບກຫາບຂອງງົບປະມານລັດ ແຕ່ຈະເນັ້ນໜັກໃສ່ການຍົກລະດັບຄວາມຮູ້ດ້ານວິຊາການ ແລະ ຫົວຄິດປະດິດສ້າງຂອງພະນັກງານ-ລັດຖະກອນ ເພື່ອສ້າງຂີດຄວາມສາມາດໃນການປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິຜົນ ແລະ ປະສິດທິພາບດີຂຶ້ນກວ່າເກົ່າ, ຫັນເອົາພະນັກງານສູນກາງລົງຊ່ວຍທ້ອງຖິ່ນ ຕາມທິດສະດີຂອງສູນກາງພັກວາງອອກໃຫ້ໄດ້ຮັບໝາກຜົນທີ່ດີ.

ທ່ານ ທອງລຸນ ສີສຸລິດ ເນັ້ນອີກວ່າ: ການແບ່ງວຽກງານພາຍໃນສໍານັກງານຫ້ອງການລັດຕ້ອງໃຫ້ພະນັກງານເຮັດວຽກຢ່າງມີຄຸນນະພາບ ຄົນໜຶ່ງເຮັດໄດ້ຫຼາຍໜ້າວຽກ ແຕ່ບໍ່ແມ່ນຫຼາຍຄົນເຮັດໜ້າວຽກໜຶ່ງ ພ້ອມນັ້ນ, ການສົ່ງເສີມລູກຫຼານເຂົ້າຮຽນແມ່ນສິ່ງທີ່ດີ ແຕ່ບໍ່ຄວນວາງເປົ້າໝາຍວ່າລູກທຸກຄົນທີ່ຮຽນຈົບ ຕ້ອງເປັນລັດຖະກອນເທົ່ານັ້ນ ເພາະຢູ່ໃສ່ກໍສາມາດເຮັດວຽກແບບນັ້ນໄດ້ ກົງກັນຂ້າມຜູ້ທີ່ຮຽນຈົບມາສ່ວນຫຼາຍເປັນພະນັກງານຢູ່ວິສາຫະກິດ, ເອກະຊົນ, ຫົວໜ່ວຍການຜະລິດອື່ນໆ ທີ່ປະເທດຊາດຍັງຕ້ອງການຫຼາຍ.

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດການຄ້າ

ຮູບພາບຈາກ: http://vchery.free.fr

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...