Homeຂ່າວຕ່າງປະເທດເມືອງທີ່ຕາເວັນບໍ່ຂຶ້ນດົນສຸດ 65 ວັນ

ເມືອງທີ່ຕາເວັນບໍ່ຂຶ້ນດົນສຸດ 65 ວັນ

Published on

ຊີເອັນເອັນລາຍງານວ່າ ເມື່ອເວລາ 13:43 ນາທີ ຂອງວັນທີ 18 ພະຈິກ 2018 ທີ່ຜ່ານມາ ເມືອງຂະໜາດນ້ອຍທີ່ມີຊື່ວ່າ ຢູທ໌ເຈຍກາວິກ (Utqiagvik) ທາງພາກເໜືອຂອງລັດອະລາສກ້າ ໄດ້ພົບກັບແສງສະຫວ່າງຈາກດວງອາທິດເປັນຄັ້ງສຸດທ້າຍຂອງປີນີ້ ເຊິ່ງຈະສົ່ງຜົນໃຫ້ເມືອງແຫ່ງນີ້ບໍ່ໄດ້ພົບກັບແສງສະຫວ່າງຈາກດວງຕາເວັນອີກເປັນເວລາເຖິງ 65 ວັນ ນັ້ນໝາຍຄວາມວ່າເມືອງແຫ່ງນີ້ຈະມີດວງຕາເວັນຂຶ້ນອີກຄັ້ງໃນວັນທີ 23 ມັງກອນ 2019.

ສຳລັບເມືອງ Utqiagvik ມີປະຊາກອນອາໄສຢູ່ 4.000 ຄົນ ກຳລັງເຂົ້າສູ່ຊ່ວງເວລາກາງຄືນທີ່ຍາວນານເກີນ 24 ຊົ່ວໂມງ ເຊິ່ງຮຽກຊ່ວງເວລານີ້ວ່າ Polar night ເປັນປະກົດການທີ່ເກີດຂຶ້ນທີ່ເຂດອາຣ໌ຕິກ ເຊີເຄີ ທີ່ດວງຕາເວັນຈະລັບຂອບຟ້າ ແລະ ດວງຕາເວັນຈະບໍ່ຂຶ້ນເປັນເວລາຫຼາຍສິບວັນ; ເຊິ່ງບໍ່ມີພຽງແຕ່ເມືອງ Utqiagvik ນີ້ເທົ່ານັ້ນ ຍັງມີເມືອງອື່ນໆອີກຫຼາຍເມືອງໃນລັດອະລາສກ້າທີ່ພົບປະກົດການດັ່ງກ່າວ. ໂດຍຈະມີໄລຍະເວລາທີ່ແຕກຕ່າງກັນອອກໄປ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: posttoday

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...