spot_img
Homeຂ່າວຕ່າງປະເທດຄົນໄຕ້ຫວັນ 7 ລ້ານສຽງ ຄັດຄ້ານການແຕ່ງດອງເພດດຽວກັນ.

ຄົນໄຕ້ຫວັນ 7 ລ້ານສຽງ ຄັດຄ້ານການແຕ່ງດອງເພດດຽວກັນ.

Published on

ຊາວໄຕ້ຫວັນ ຜູ້ທີ່ມີສິດເລືອກຕັ້ງບໍ່ຮອງຮັບເອົາການແຕ່ງດອງຂອງຄົນເພດດຽວກັນ ພ້ອມທັງກໍານົດວ່າ: “ການແຕ່ງດອງຄືການແຕ່ງດອງລະຫວ່າງຊາຍ-ຍິງເທົ່ານັ້ນ” ຈາກການລົງປະຊາມະຕິໃນວັນທີ 24 ພະຈິກ 2018 ເຊິ່ງເປັນການດັບຄວາມຝັນອັນຍິ່ງໃຫຍ່ຂອງໄຕ້ຫວັນ ທີ່ຫວັງຈະເປັນແຫ່ງທໍາອິດໃນອາຊີ ທີ່ຈະຍອມຮັບການແຕ່ງດອງຂອງເພດດຽວກັນ ເຮັດໃຫ້ກາຍເປັນປະເດັນຮ້ອນແຮງ ແລະ ສ້າງຄວາມແຕກແຍກໃນໄຕ້ຫວັນ.

ການລົງປະຊາມະຕິໄຕ້ຫວັນ ໃນວັນທີ 24 ພະຈິກ ຜ່ານມາພົບວ່າ: ຄົນໄຕ້ຫວັນສ່ວນໃຫຍ່ລົງມະຕິຄັດຄ້ານບໍ່ຮັບຮອງເອົາການແຕ່ງດອງຂອງເພດດຽວກັນ ໂດຍຄົນທີ່ຮັບຮອງການແຕ່ງດອງຕາມກົດໝາຍລະຫວ່າງຍິງ-ຊາຍມີຈໍານວນ 7 ລ້ານສຽງ ແຕ່ທີ່ກຸ່ມຕ້ອງການໃຫ້ມີກົດໝາຍຮັບຮອງການແຕ່ງດອງເພດດຽວກັນມີພຽງ 3 ລ້ານສຽງເທົ່ານັ້ນ. ກ່ອນໜ້ານີ້, ໄຕ້ຫວັນໄດ້ປະກາດຊ່ວງເດືອນ ພຶດສະພາ 2017 ວ່າ: “ຄູ່ຮັກເພດດຽວກັນມີສິດທີ່ຈະສົມລົດກັນໄດ້ຕາມກົດໝາຍ ແລະ ຈະເປັນແຫ່ງທໍາອິດໃນອາຊີທີ່ມີຄໍາຕັດສິນດັ່ງກ່າວ ໂດຍກໍານົດໄວ້ 2 ປີ ສໍາລັບການດໍາເນີນການຕາມແນວທາງກົດໝາຍ ແຕ່ຍືດເຍື້ອອອກມາ ເພາະມີກະແສຕໍ່ຕ້ານຈາກຝ່າຍອານຸຮັກນິຍົມ”.

ຜ່ານການອະນຸມັດດັ່ງກ່າວ, ຝ່າຍອານຸຮັກນິຍົມໄດ້ສະຫຼອງຍິ່ງໃຫຍ່ກັບຜົນປະຊາມະຕິໃນວັນທີ 24 ພະຈິກຜ່ານມາ ສ່ວນປະທານສະມາຄົມສົ່ງເສີມສະຖາບັນຄອບຄົວໄຕ້ຫວັນ ແລະ ເພື່ອຄົນຮຸ່ນໃໝ່ທີ່ຕໍ່ຕ້ານກົດໝາຍຮັບຮອງການແຕ່ງດອງຂອງເພດດຽວກັນບອກວ່າ: “ມັນເປັນໄຊຊະນະຂອງທຸກຄົນທີ່ສະໜັບສະໜູນຄ່ານິຍົມຄອບຄົວ ແລະ ການພັດທະນາຂອງຄົນຮຸ່ນຕໍ່ໄປ ເພື່ອເຊີດຊູແນວຄິດເສລີນິຍົມໃຫ້ໄດ້”. ຫຼັງຈາກປະກາດຕາມຄໍາພິພາກສາຂອງລັດຖະບານໃນປີທີ່ແລ້ວ ທີ່ໄດ້ຕັດສິນໃຫ້ຄູ່ສາມີ-ພັນລະຍາດຽວກັນມີສິດເສລິພາບແຕ່ງງານກັນໄດ້ຕາມກົດໝາຍ ໂດຍລັດຖະບານອາດຈະຫາທາງຜ່ານຮ່າງກົດໝາຍສະບັບພິເສດ ເພື່ອບໍ່ໃຫ້ກະທົບ ຫຼື ແຍກຈາກກົດໝາຍທີ່ມີຢູ່ໃນປັດຈຸບັນ.

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ ແລະ ຮູບພາບຈາກ: tnamcot.com

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...