spot_img
Homeຂ່າວທ້ອງຖິ່ນເປີດໂປຣແກຣມ ສະໝັກວຽກທົ່ວປະເທດ

ເປີດໂປຣແກຣມ ສະໝັກວຽກທົ່ວປະເທດ

Published on

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບ ກົມກິດຈະການນັກສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ເປີດນໍາໃຊ້ໂປຣແກຣມລົງທະບຽນໃຫ້ນັກສຶກສາໄດ້ຊອກວຽກໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ຂຶ້ນໃນວັນທີ 23 ພະຈິກ 2018 ເພື່ອເພີ່ມຄວາມສະດວກ, ວ່ອງໄວທັນໃຈ ແລະ ສະໜອງຂໍ້ມູນໃຫ້ແກ່ບັນດານັກສຶກສາ ຫຼື ຜູ້ທີ່ຕ້ອງການຊອກວຽກເຮັດງານທໍາໃນທົ່ວປະເທດ ແລະ ບັນດານັດທຸລະກິດຜູ້ປະກອບການທັງພາກລັດ-ເອກະຊົນໄດ້ຮັບຮູ້ຂໍ້ມູນຂ່າວສານໃນການຊອກວຽກຂອງກັນ ແລະ ກັນ ໂດຍການສ້າງເວັບໄຊສ໌ລະບົບຂໍ້ມູນຂ່າວສານຕະຫຼາດແຮງດັ່ງຕໍ່ໄປຍນີ້:  http://www.lmi.molsw.gov.la 

ທ່ານ ບຸນຄົງ ຫຼ້າສຸກັນ, ຮອງລັດຖະມົນຕີ ກະຊວງ ຮສສ ກ່າວວ່າ: “ປັດຈຸບັນ, ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ໄດ້ສ້າງລະບົບຂໍ້ມູນຂ່າວສານຕະຫຼາດແຮງງານໄດ້ສໍາເລັດແລ້ວໂດຍພື້ນຖານ ເຊິ່ງການສ້າງເວັບໄຊສ໌ດັ່ງກ່າວ http://www.lmi.molsw.gov.la ໄດ້ຂະຫຍາຍຕາໜ່າງວຽກງານທີ່ວ່າງ ແລະ ໄດ້ຂຶ້ນທະບຽນຜູ້ຈະຈົບການສຶກສາພ້ອມທີ່ຈະເຜີຍແຜ່ຂໍ້ມູນໄປທົ່ວແຂວງໃນ ສປປ ລາວ ເພື່ອສືບຕໍ່ພັດທະນາລະບົບຂໍ້ມູນຂ່າວສານດັ່ງກ່າວ ໃຫ້ມີຫຼາຍຮູບຫຼາຍສີ ທັງຄົບຖ້ວນ ໂດຍອໍານວຍຄວາມສະດວກຂໍ້ມູນທີ່ຖືກຕ້ອງໃຫ້ປະຊາຊົນ ແລະ ຜູ້ປະກອບການໄດ້ຮັບຂໍ້ມູນຂ່າວສານຕະຫຼາດແຮງງານທີ່ມີຄຸນນະພາບສູງ , ທັນຕາມເວລາ  ແລະ ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ອີກທັງສ້າງຄວາມສະດວກໃຫ້ແກ່ ສສກ ໃນການເກັບກໍາປະຫວັດນັກສຶກສາອີກດ້ວຍ.

ທັງນີ້, ຮຽກຮ້ອງໃຫ້ພາກສ່ວນຕ່າງໆໃນສັງຄົມສະໜອງຂໍ້ມູນດ້ານແຮງງານເຂົ້າໃນລະບົບດັ່ງກ່າວ ເຊັ່ນ: ກະຊວງ ສສກ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ກົມສົ່ງເສີມການລົງທຶນ, ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ກະຊວງແຜນການ ແລະ ການລົງທຶນ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມທຸລະກິດພະລັງງານ, ກົມຄຸ້ມຄອງບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່  ແລະ ອື່ນໆ ທີ່ເປັນກຸນແຈສໍາຄັນໃນການກະຕຸກຊຸກຍູ້ໃຫ້ຫົວໜ່ວຍແຮງງານ, ຫົວໜ່ວຍລົງທຶນ ໄດ້ສະໜອງຂໍ້ມູນຕາມຄວາມຕ້ອງການ ແຮງງານໃນປັດຈຸບັນ ແລະ ອະນາຄົດ, ທ່ານ ບຸນຄົງ ຫຼ້າສຸກັນ,ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວ.

ສ່ວນກົມກິດຈະການນັກສຶກສາ ກະຊວງ ສສກ ຈະແນະນໍາຜູ້ທີ່ສໍາເລັດການສຶກສາຈາກພາຍໃນ ແລະ ຕ່າງປະເທດ ທັງເທິງພາກລັດ-ເອກະຊົນ ໃຫ້ຂຶ້ນທະບຽນເຂົ້າໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານໃນຕໍາແໜງວ່າງ ເພື່ອໃຫ້ນັກສຶກສາທີ່ຮຽນຈົບໃໝ່ ຫຼື ກໍາລັງຊອກວຽກ ລວມເຖິງນັກສຶກສາກຸ່ມເປົ້າໝາຍ ໄດ້ຮັບຂໍ້ມູນຕາມຈຸດປະສົງຂອງຕົນ ນອກນີ້, ວິຊາການທີ່ກ່ຽວຂ້ອງຂອງກະຊວງ ສສກ ຕ້ອງເຮັດໜ້າທີ່ໂຄສະນາເຜີຍແຜ່ແນະນໍາ ການບໍລິການສັງຄົມໃຫ້ມີຄວາມສະດວກວ່ອງໄວ, ມີກົນໄກປະສານງານ, ກົນໄກສະໜອງຂໍ້ມູນໃຫ້ມີປະສິດທິຜົນ ພ້ອມນັ້ນ, ຕ້ອງໄດ້ເຄົາລົບສິດທິ ແລະ ປົກປ້ອງຜົນປະໂຫຍດເຊິ່ງກັນ ແລະ ກັນ ກ່າວໂດຍ ທ່ານ ບົວລານ ສີລິປັນຍາ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສພິມເສດຖະກິດ-ສັງຄົມ, ໜັງສືພິມເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...