spot_img
Homeຂ່າວທ້ອງຖິ່ນຫຼາຍແຂວງສະເໜີແຜນ-ຂໍງົບປະມານສ້ອມແປງທາງ ແຕ່ ກະຊວງ ຍທຂ ຕັ້ງຂໍ້ຊັກຖາມຫຼາຍປະເດັນ

ຫຼາຍແຂວງສະເໜີແຜນ-ຂໍງົບປະມານສ້ອມແປງທາງ ແຕ່ ກະຊວງ ຍທຂ ຕັ້ງຂໍ້ຊັກຖາມຫຼາຍປະເດັນ

Published on

ການຈັດຕັ້ງປະຕິບັດວຽກງານສ້ອມແປງທາງຫຼວງແຫ່ງຊາດ (ແບບກໍານົດ) ປະຈໍາປີ 2018 ມີທັງໝົດ 130 ສັນຍາ ທີ່ຂຶ້ນກັບ 25 ໂຄງການ ລວມມູນຄ່າເກືອບ 600 ຕື້ກີບ. ໃນນີ້, ສໍາເລັດ 100% ມີ 89 ສັນຍາ ແລະ 41 ສັນຍາຍັງບໍ່ຕາມແຜນການ. ຂະນະທີ່ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຕັ້ງຄໍາຖາມເຈາະຈີ້ມຫຼາຍບັນຫາ ເພື່ອໃຫ້ບັນດາແຂວງປະກອບຄໍາເຫັນ ແລະ ຕອບຂໍ້ຊັກຖາມພ້ອມຫາວິທີທາງປັບປຸງແກ້ໄຂ ລວມທັງຂອດປະສານງານຂັ້ນສູນກາງກັບທ້ອງຖິ່ນໃຫ້ເປັນເອກະພາບກັນ. ສໍາລັບແຜນປີ 2019 ໄດ້ມີການແຕ່ງຕັ້ງຄະນະກໍາມະການປະມູນເອົາບໍລິສັດຜູ້ຮັບເໝົາເປັນທີ່ຮຽບຮ້ອຍ.

ທ່ານ ລິດຕາ ຂັດຕິຍະ, ຮອງກົມຫົວໜ້າຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ ລາຍງານໃນກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສ້ອມແປງທາງຫຼວງແຫ່ງຊາດປະຈໍາປີ 2018 ແລະ ທິດທາງແຜນການປີ 2019 ໃນອາທິດທີ່ຜ່ານມາວ່າ: ການຄັດເລືອກບໍລິສັດຮັບເໝົາສໍາລັບວຽກງານສ້ອມແປງປະຈໍາປີ 2019 ໄດ້ຜ່ານການເຈລະຈາໂດຍກົງຈໍານວນ 37 ສັນຍາ (ວຽກເພີ່ມ 1 ສັນຍາ) ແລະ ປະມູນເປີດກວ້າງ 93 ສັນຍາ ການເຈລະຈາໂດຍກົງໄດ້ອີງໃສ່ຜົນການຕີລາຄາ ແລະ ປະເມີນຜົນບໍລິສັດຮັບເມົາໃນການຈັດຕັ້ງປະຕິບັດວຽກສ້ອມແປງປະຈໍາປີ 2017 ຕາມ 3 ມາດຕະຖານຄື: ດ້ານຄວາມສາມາດໃນການປະຕິບັດສັນຍາ, ດ້ານບຸກຄະລາກອນ ແລະ ດ້ານພາຫະນະກົນຈັກ.

ໃນທີ່ປະຊຸມ, ທ່ານ ບຸນຈັນ ສິນທະວົງ, ລັດຖະມົນຕີ ກະຊວງ ຍທຂ ໄດ້ຕັ້ງຂໍ້ຊັກຖາມຫຼາຍປະເດັນເປັນຕົ້ນ ໄລຍະຍາວຂອງເສັ້ນທາງເໝາະສົມກັບມູນຄ່າແລ້ວ ຫຼື ບໍ່?; ການເປີດກວ້າງການປະມູນ ແລະ ການເຈລະຈາກັບບໍລິສັດໂດຍກົງທັງສອງເງື່ອນໄຂນີ້ເໝາະສົມແລ້ວບໍ່?; ເງື່ອນໄຂທາງດ້ານການເງິນ, ການນໍາໃຊ້ກົນຈັກ, ຄຸນສົມບັດ ແລະ ຄວາມໜ້າເຊື່ອຖືຂອງບໍລິສັດຜູ້ຮັບເໝົາເປັນແນວໃດ?; ການກໍານົດເຕັກນິກ, ມາດຕະຖານສ້ອມແປງທີ່ປະເມີນຈາກລາຄາຫົວໜ່ວຍຢູ່ແຕ່ລະແຂວງໄດ້ມີການຄຸ້ມຄອງເຂັ້ມງວດ ຫຼື ຍັງຊະຊາຍຢູ່?; ການຈັດຕັ້ງການປະມູນເຮັດຢູ່ກະຊວງ ຫຼື ຢູ່ທ້ອງຖິ່ນອັນໃດດີກວ່າກັນ?; ການສ້ອມແປງດ້ວຍແຮງງານປະຊາຊົນໃນໄລຍະຜ່ານມາມີປະສິດທິຜົນເທົ່າໃດ?; ອັນໃດດີຄວນສືບຕໍ່ ຫຼື ຄວນປັບປຸງຈຸດໃດຕື່ມ?.

ທ່ານ ສຸລິວັນ ພົມມະຫາໄຊ, ຮອງຫົວໜ້າພະແນກ ຍທຂ ນະຄອນຫຼວງວຽງຈັນ ມີຄຳເຫັນວ່າ: ການສ້ອມແປງຄວນມີການເຈລະຈາກັບບໍລິສັດໂດຍກົງ ແລະ ເຮັດສັນຍາເພື່ອເຂົ້າແຜນໃນສົກປີຕໍ່ໄປ. ພິເສດໄປກວ່ານັ້ນຄວນມີການປັບປຸງ ແລະ ວິທີແກ້ໄຂໃນຕໍ່ໜ້າຢ່າງລະອຽດ ເພື່ອໃຫ້ມີປະສິດທິພາບເວລາຈັດຕັ້ງປະຕິບັດຕົວຈິງ ລວມທັງສະເໜີໃຫ້ມີການສ້ອມແປງທາງຄອນກຣີດ ເນື່ອງຈາກຜ່ານມາໄດ້ມີແຜນສ້ອມແປງແຕ່ທາງປູຢາງເທົ່ານັ້ນ, ສະເໜີໃຫ້ມີການຍົກລະດັບຄຸນນະພາບຂອງທາງ ແລະ ໂຄງສ້າງລາຄາຫົວໜ່ວຍສ້ອມແປງເປັນອັນສະເພາະ.

ທ່ານ ສຸມຸນທາ ສົມຈັນມະວົງ, ຫົວໜ້າພະແນກ ຍທຂ ແຂວງວຽງຈັນ ປະກອບຄໍາເຫັນຕື່ມວ່າ: ການສ້ອມແປງທາງໃນແຕ່ລະປີເຫັນດີໃຫ້ມີການເຈລະຈາກັບບໍລິສັດໂດຍກົງ ຈະໄດ້ຮູ້ວ່າເຂົາເຈົ້າມີປະຫວັດດີບໍ່?; ຄວາມສາມາດທາງດ້ານການເງິນຫຼາຍໜ້ອຍປານໃດ?; ຄຸນນະພາບວຽກໃນໄລຍະຜ່ານມາເດ?; ການນໍາໃຊ້ກົນຈັກເຂົ້າໃນໜ້າວຽກຕົວຈິງເປັນແນວໃດ?; ເຫັນດີໃຫ້ມີການກໍານົດມາດຕະຖານ, ເຕັກນິກໃນການກໍ່ສ້າງ ເພື່ອຫຼຸດຜ່ອນການສ້ອມແປງຄືນໃໝ່ໃນແຕ່ລະປີ. ນອກນັ້ນ, ເຮັດສັນຍາ 3-5 ປີ ເພື່ອສະດວກໃນການແກ້ໄຂບັນຫາ, ສ້ອມແປງທາງໃນເວລາເກີດໄພພິບັດສຸກເສີນ ສຸດທ້າຍຄວນຈັດສັນງົບປະມານຈໍານວນໜຶ່ງ ເພື່ອສະໜອງໃຫ້ແດ່ລັດວິສາຫະກິດກໍ່ສ້າງ-ຂົວທາງປະຈໍາແຂວງວຽງຈັນຕື່ມອີກ.

ທ່ານ ພິດສະໄໝ ກອງຊາເດດ, ຫົວໜ້າພະແນກ ຍທຂ ແຂວງຄໍາມ່ວນ ໃຫ້ທັດສະນະວ່າ: ສະເໜີໃຫ້ກອງປະຊຸມພິຈາລະນາເພີ່ມຕື່ມກ່ຽວກັບຫົວໜ່ວຍສ້ອມແປງຍັງຕໍ່າ, ສະເໜີໃຫ້ກໍານົດເອົາບໍລິສັດທີ່ມີຄວາມສາມາດ ແລະ ປະສົບການເປັນເລີດສືບຕໍ່ ເພື່ອກຽມຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນ. ເສັ້ນທາງຫຼວງແຫ່ງຊາດ ແຂວງຄໍາມ່ວນເປ່ເພເສຍຫາຍໜັກໃນແຕ່ລະປີ. ສະນັ້ນ, ຈຶ່ງສະເໜີໃຫ້ງົບປະມານສ້ອມແປງແຕ່ຫົວທີ ເພື່ອເຮັດໃຫ້ບໍລິສັດຮັບເໝົາໄດ້ກະກຽມແຕ່ຫົວທີ ສຸດທ້າຍໃຫ້ກວດຄືນຄຸນນະພາບຂອງຢາງປູທາງທີ່ບໍລິສັດນໍາເຂົ້າມາໃຊ້.

ໃນກອງປະຊຸມ, ບັນດາຜູ້ຕາງໜ້າຈາກພະແນກ ຍທຂ ແຕ່ລະແຂວງ ລວມທັງຫົວໜ້າໂຄງການຕ່າງໆ ຍັງໄດ້ປະກອບຄໍາເຫັນເພີ່ມຕື່ມ ໂດຍສະເພາະສະເໜີໃຫ້ມີການປະເມີນຄືນບັນດາບໍລິສັດທີ່ເຮັດວຽກລ່າຊ້າ, ວຽກທີ່ບໍ່ໄດ້ຄຸນນະພາບ, ຂາດສະພາບຄ່ອງທາງດ້ານທຶນຮອນ, ການນໍາໃຊ້ກົນຈັກໃນການກໍ່ສ້າງ, ການເຮັດສັນຍາສອງຝ່າຍທີ່ຍັງມີຊ່ອງວ່າງ ແລະ ບໍ່ຮັດກຸມ, ການຕິດຕາມ-ກວດກາໂຄງການ ແລະ ບັນຫາອື່ນໆອີກຫຼາຍຫົວຂໍ້.

ສໍາລັບການຂຶ້ນແຜນສ້ອມແປງທາງຫຼວງແຫ່ງຊາດປະຈໍາປີ 2019, ກົມຂົວທາງໄດ້ແຈ້ງໃຫ້ໂຄງການສ້ອມແປງທາງຫຼວງແຫ່ງຊາດດໍາເນີນການສໍາຫຼວດ, ເກັບກໍາສະພາບ ແລະ ບໍລິມາດການເປ່ເພຕົງຈິງຂອງເສັ້ນທາງ ແລະ ປະເມີນລາຄາ ເພື່ອຂຶ້ນແຜນສ້ອມແປງ ໂດຍຄັດຈ້ອນເອົາບູລິມະສິດທີ 1 ແລະ 2 ປະສົມປະສານກັນ ໂດຍສົມທົບກັນລະຫວ່າງກົມຂົວທາງ, ໂຄງການສ້ອມແປງທາງຫຼວງແຫ່ງຊາດ ແລະ ພະແນກ ຍທຂ ແຂວງ, ນະຄອນຫຼວງຫຼວງ. ໃນປີນີ້, ມີມູນຄ່າທັງໝົດ 638,08 ຕື້ກີບ ໃນຈໍານວນ 120 ສັນຍາ ທີ່ຂຶ້ນກັບ 25 ໂຄງການ.

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...