spot_img
Homeຂ່າວພາຍ​ໃນສສຊ 6 ເຂດ ຮຽກຮ້ອງໃຫ້ ລັດຖະບານ ແກ້ໄຂຄວາມທຸກຍາກຂອງປະຊາຊົນ

ສສຊ 6 ເຂດ ຮຽກຮ້ອງໃຫ້ ລັດຖະບານ ແກ້ໄຂຄວາມທຸກຍາກຂອງປະຊາຊົນ

Published on

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ວັນທີ 21 ພະຈິກ 2018, ສະມາຊິກສະພາແຫ່ງຊາດ (ສສຊ) 6 ເຂດ ໄດ້ສະເໜີຫຼາຍບັນຫາໃຫ້ ລັດຖະບານ ຊອກຫາງຊ່ອງທາງແກ້ໄຂເປັນຕົ້ນ ການແກ້ໄຂບັນຫາຍາເສບຕິດໄດ້ແຜ່ລະບາດໃນໂຮງຮຽນເຂດຕົວເມືອງຈົນຮອດເຂດຫ່າງໄກສອກຫຼີກ ພ້ອມທັງກວດຄືນການເຊົ່າສໍາປະທານທີ່ດິນ; ແບ່ງປັນທີ່ດິນລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ແລະ ບ້ານຕໍ່ບ້ານຍັງບໍ່ທັນຊັດເຈນ; ໃຫ້ລັດຖະບານ ພິຈາລະນາລາຄາຂອງໄຟຟ້າຄືນໃໝ່ ແລະ ບັນຫາອື່ນໆ.

ທ່ານ ສົມດີ ແກ້ວດາລາວິນ ສສຊ ເຂດ 10 ແຂວງວຽງຈັນ ໄດ້ສະເໜີໃຫ້ລັດຖະບານກວດຄືນການເຊົ່າສໍາປະທານທີ່ດິນ ຂອງບັນດາບໍລິສັດ ເນື່ອງຈາກວ່າຍັງມີຫຼາຍໂຄງການທີ່ບໍ່ໄດ້ຈັດຕັ້ງປະຕິບັດ ຂະນະທີ່ປະຊາຊົນຊໍ້າພັດຕ້ອງການເນື້ອທີ່ທໍາການຜະລິດ ນອກນັ້ນ, ບັນຫາຢາເສບຕິດໄດ້ແຜ່ລະບາດເຂົ້າສູ່ໂຮງຮຽນມັດທະຍົມນັບແຕ່ຕົວເມືອງໃຫຍ່ຈົນຮອດເຂດຊົນນະບົດຫ່າງໄກສອກຫຼີກ ເຊິ່ງມີນັກຮຽນຫຼາຍຄົນຕິດຢາເສບຕິດ ຈຶ່ງສະເໜີໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂ.

ທ່ານ ລີເບີ ລີບົວປາວ ສສຊ ເຂດ 11 ແຂວງບໍລິຄໍາໄຊ ສະເໜີໃຫ້ລັດຖະບານຫາວິທີແກ້ໄຂ ຄວາມບອບບາງດ້ານເສດຖະກິດຂອງປະເທດຍັງອ່ອນນ້ອຍ ເຊິ່ງເຫັນໄດ້ຊັດເຈນຫຼັງຈາກທີ່ໄພພິບັດເກີດຂຶ້ນໃນປີນີ້ ຈຶ່ງສະເໜີໃຫ້ລັດຖະບານລົງທຶນໃສ່ຂະແໜງກະສິກໍາ ເນື່ອງຈາກວ່າຫຼາຍກວ່າ 60% ຂອງພົນລະເມືອງລາວ ຢືດຖືອາຊີບການຜະລິດກະສິກໍາ ແລະ ແຮງງານສ່ວນຫຼາຍໃນຂະແໜງການນີ້ ແຕ່ການຂະຫຍາຍຕົວພັດເພີ່ມຂຶ້ນພຽງ 2,5% ເທົ່ານັ້ນ. ດັ່ງນັ້ນ, ຈຶ່ງສະເໜີໃຫ້ລັດຖະບານເອົາໃຈໃສ່ຂະແໜງການດັ່ງກ່າວຕື່ມ.

ທ່ານ ບຸນປອນ ສີສຸລາດ ສສຊ ເຂດ 14 ແຂວງສາລະວັນ ສະເໜີໃຫ້ລັດຖະບານ ແກ້ໄຂບັນຫາການແບ່ງປັນທີ່ດິນຍັງບໍ່ທັນຊັດເຈນ ລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ແລະ ບ້ານຕໍ່ບ້ານ ເຫັນວ່າຍັງບໍ່ທັນມີແຜນ ຫຼື ມາດຕະການລະອຽດເພື່ອມາແກ້ໄຂຢ່າງຈະແຈ້ງ ສ່ວນບັນຫາການລົງທຶນຢູ່ໂຮງງານອຸດສະຫະກຳປຸງແຕ່ງຜະລິດຕະພັນກະສິກຳເຫັນວ່າ ບໍ່ມີການຂະຫຍາຍຕົວເທົ່າທີ່ຄວນ.

ທ່ານ ນາງ ວາລີ ເວດສະພົງ ສສຊ ເຂດ 1 ນະຄອນຫຼວງວຽງຈັນ ໄດ້ປະກອບຄຳເຫັນວ່າ: “ການລົງທຶນດ້ານພະລັງງານບໍ່ແຮ່ໃນປະເທດເຮົາມີຫຼາຍ ແລະ ຂາຍໃຫ້ຕ່າງປະເທດກໍ່ລາຄາຖືກ ໃນຂະນະທີ່ປະເທດເຮົາເອງຜັດຕ້ອງໄດ້ຊື້ນຳເຂື່ອນໄຟຟ້າໃນລາຄາທີ່ແພງກວ່າລາຄາທີ່ຂາຍອອກ; ບັນຫານີ້ເກີດຂຶ້ນຍ້ອນການວາງແຜນ ແລະ ຕະຫຼາດຮອງຮັບບໍ່ໄປຕາມແຜນສົມມຸດຕິຖານໃນເມື່ອກ່ອນ ຈິ່ງເຮັດໃຫ້ປະເທດເຮົາໄດ້ຮັບຜົນກະທົບ. ອີກດ້ານໜຶ່ງ, ປະເທດເຮົາກໍ່ຍັງບໍ່ທັນມີການວາງແຜນພັດທະນາດ້ານພະລັງງານໄຟຟ້າທີ່ດີເທົ່າທີ່ຄວນ ແລະ ລັດຖະບານ ກໍບໍ່ຄວນລົງທຶນເອງໃນບາງເຂື່ອນ ສ່ວນລາຄາຂອງໄຟຟ້າ ຢາກຂໍສະເໜີໃຫ້ລັດຖະບານຄວນເຈລະຈາຄືນໃໝ່ ເພື່ອໃຫ້ເໝາະສົມກວ່າເກົ່າ.

ທ່ານ ທິບພະຈັນ ໂພໄຊ ສສຊ ເຂດ 12 ແຂວງຄຳມ່ວນ ໄດ້ຍົກບັນຫາແຜນການການລົງທຶນຂອງ ສປປ ລາວ ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໄດ້ກຳນົດຈະແຈ້ງວ່າ: “ຕ້ອງໄດ້ສົ່ງເສີມສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ນັກທຸລະກິດມີຄວາມສະດວກໃນການລົງທຶນເຮັດທຸລະກິດໃນລາວ” ແຕ່ໃນຕົວຈິງຍັງມີບາງບັນຫາເກີດຂຶ້ນຢູ່ບາງທ້ອງຖິ່ນທີ່ຈັດຕັ້ງປະຕິບັດການສົ່ງເສີມ ແລະ ການດຶງດູດການລົງທຶນຍັງເຮັດບໍ່ທັນໄດ້ດີ ແທນທີ່ຈະປະຕິບັດຕາມລະບຽບກົດໝາຍ ແຕ່ຜັດໄປສ້າງສິ່ງກີດຂວາງໃນການລົງທຶນ ແລະ ກີດກັ້ນການລົງທຶນທັງພາຍໃນ ແລະ ຕ່າງປະເທດ. ສະນັ້ນ, ຈຶ່ງສະເໜີໃຫ້ພາກສ່ວນກ່ຽວຂ້ອງ ລົງໄປຕິດຕາມກວດກາ ແລະ ແກ້ໄຂຕາມທາງຄວນດ້ວຍ.

ທ່ານ ສາຍສະໜອນ ຄົມທະວົງ ສສຊ ເຂດ 6 ແຂວງຫຼວງພະບາງ ໄດ້ປະກອບຄຳເຫັນກ່ຽວກັບການແກ້ໄຂຄວາມທຸກຍາກ ເຫັນວ່າ ຍັງບໍ່ທັນສອດຄ່ອງກັບຕົວຈິງ ແລະ ມີຄວາມຢາກໄດ້ສູງ ແຕ່ຄວາມສາມາດໃນການຈັດຕັ້ງປະຕິບັດຕົວຈິງຍັງມີໜ້ອຍ. ໃນການປະຕິບັດໜ້າທີ່ຂອງພາກສ່ວນຕ່າງໆ ເພື່ອແກ້ໄຂຄວາມທຸກຍາກ ຖ້າທຽບໃສ່ແຜນການກໍຄື ມະຕິຂອງສະພາວາງອອກ ເຫັນວ່າມີຄວາມສ່ຽງທີ່ຈະບໍ່ບັນລຸໄດ້ຕາມລະດັບຄາດໝາຍ ເພາະຄາດໝາຍສູງແຕ່ຄວາມສາມາດຈັດຕັ້ງປະຕິບັດພັດຕໍ່າ.

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ 

ແຫຼ່ງຂໍ້ມູນຈາກ: ໜັງສືພິມປະຊາຊົນ, ໜັງສືພິມວຽງຈັນໃໝ່, ວິທະຍຸກະຈາຍສຽງແຫ່ງຊາດ

ຮຽບພາບຈາກ: lao national radio

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...