spot_img
Homeຂ່າວທ້ອງຖິ່ນ ລັດຕ້ອງການທຶນ 44.507 ຕື້ກີບ ເພື່ອການພັດທະນາໃນປີ 2019

 ລັດຕ້ອງການທຶນ 44.507 ຕື້ກີບ ເພື່ອການພັດທະນາໃນປີ 2019

Published on

ເພື່ອເຮັດໃຫ້ເສດຖະກິດແຫ່ງຊາດໃນປີ 2019 ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ແລະ ໄປຕາມທິດຢືນຍົງ, ສູ້ຊົນລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ໃຫ້ບັນລຸຢູ່ໃນລະດັບ 6,7% ຂຶ້ນໄປ ລັດຖະບານລາວ ໄດ້ຄາດຄະເນຕ້ອງການທຶນເພື່ອພັດທະນາທັງໝົດ 44,507 ຕື້ກີບ ຫຼື ປະມານ 27% ຂອງ GDP ໂດຍຈະປັບປຸງພື້ນຖານໂຄງລ່າງທີ່ໄດ້ຮັບຜົນເສຍຫາຍຈາກໄພພິບັດທາງທໍາມະຊາດໃຫ້ເຂົ້າສູ່ສະພາບປົກກະຕິ, ສຸມໃສ່ພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ, ພັດທະນາຊັບພະຍາກອນມະນຸດ ເອົາໃຈໃສ່ຂະແໜງການສຶກສາ ແລະ ສາທາລະນະສຸກ, ພັດທະນາ ແລະ ຍົກສູງສືມືແຮງງານ.

ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນ ແລະ ລັດຖະມົນຕີກະຊວງການເງິນໄດ້ລາຍງານຕໍ່ກອງປະຊຸມສະພາ ຊຸດທີ VIII ວ່າ: ໃນປີ 2019 ຕາມການຄາດຄະເນເຫັນວ່າເສດຖະກິດຍັງມີຄວາມຝືດເຄືອງຢູ່ເສດຖະກິດມະຫາພາກບາງຈຸດ, ລັດວິສາຫະກິດຂະໜາດໃຫ່ຍຍັງຢູ່ໃນໄລຍະການປັບປຸງ, ໜີ້ສິນການລົງທຶນຂອງລັດສະສົມມາຍັງມີຈໍານວນຫຼາຍ ສະພາບງົບປະມານແຫ່ງລັດໂດຍລວມຍັງຫຍຸ້ງຍາກ ບວກກັບສະພາບໄພທໍາມະຊາດທີ່ເກີດຂຶ້ນຢ່າງໜັກໜ່ວງຢູ່ຫຼາຍແຂວງ ອັນໄດ້ສົ່ງຜົນກະທົບຕໍ່ແຜນລາຍຮັບ-ລາຍຈ່າຍໃນປີ 2019. ນອກນັ້ນ, ທາງດ້ານການເງິນຍັງບໍ່ອໍານວຍຄວາມສະດວກໄດ້ເທົ່າທີ່ຄວນ, ອັດຕາການແລກປ່ຽນອ່ອນຄ່າແຮງກວ່າຊູມປີຜ່ານມາ ແລະ ບັນຫາອື່ນໆ ເຊິ່ງຈະມີຜົນຕໍ່ສະຖຽນລະພາບທາງດ້ານເສດຖະກິດມາຫະພາກກໍຄືເປັນຄວາມສ່ຽງໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນພັດທະນາງົບປະມານແຫ່ງລັດ.

ສະເພາະປີ 2019 ລັດຖະບານ ຄາດຄະເນຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນເພີ່ມຂຶ້ນ 6,7% ຂຶ້ນໄປ ແລະ ມູນຄ່າເພີ່ມຕາມລາຄາໃນປີໃຫ້ໄດ້ 165.475 ຕື້ກີບ ຫຼື ເພີ່ມຈາກປີ 2018 ປະມານ 13.000 ຕຶ້ກີບ ໃນນີ້, ຂະແໜງກະສິກໍາເພີ່ມ 2,8%, ອຸດສາຫະກໍາ 8,3%, ການບໍລິການເພີ່ມຂຶ້ນ 7% ລາຍໄດ້ສະເລ່ຍຕໍ່ຫົວຄົນປະມານ 2.726 ໂດລາສະຫະລັດ, ຖ້າຄິດໄລ່ເປັນ GNI ລາຍໄດ້ຕໍ່ຫົວຄົນຈະມີມູນຄ່າ 2.317 ໂດລາສະຫະລັດ.

ດັ່ງນັ້ນ, ລັດຖະບານ ຈຶ່ງມີຄວາມຈໍາເປັນຕ້ອງການທຶນເພື່ອພັດທະນາທັງໝົດ 44.507 ຕື້ກີບ ປະມານ 27% ຂອງ GDP ໃນນັ້ນ, ງົບປະປະມານການລົງທຶນພາຍໃນ 4.359 ຕື້ກີບເທົ່າກັບ 2,63% ຂອງ GDP, ບ້ວງການລົງທຶນປົກະຕິ 2.450 ຕື້ກີບ ແລະ ບ້ວງການລົງທຶນອື່ນໆ 1.909 ຕື້ກີບ (ປະກອບມີເງິນສົມທົບທຶນໂຄງການທາງລົດໄຟ 478,95 ຕຶ້ກີບ, ກອງທຶນກາງ 700 ຕື້ກີບ ແລະ ອື່ນໆ); ທຶນການຊ່ວຍເຫຼືອທາງການເພື່ອການພັດທະນາປະມານ 7.113 (ຕື້ກີບ ກວມ 4,29%) ເນື່ອງຈາກມີການປັບປຸງກົນໄກສົ່ງເສີມການລົງທຶນປະມານ 23.246 ຕື້ກີບ (ກວມເອົາ 12,1% ຂອງ GDP); ການລົງທຶນຈາກລະບົບການເງິນ, ເງິນຕາ 9.788 ຕື້ກີບ (ກວມເອົາ 5,9% ຂອງ GDP) ຂອງການລົງທຶນທັງໝົດ.

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...