Homeຂ່າວພາຍ​ໃນສານຕັດສິນລົງໂທດປະທານ PS ພ້ອມຄະນະ! ຢຶດຊັບສິນມາຊົດໃຊ້ແທນໃຫ້ບັນດາຜູ້ເສຍຫາຍ

ສານຕັດສິນລົງໂທດປະທານ PS ພ້ອມຄະນະ! ຢຶດຊັບສິນມາຊົດໃຊ້ແທນໃຫ້ບັນດາຜູ້ເສຍຫາຍ

Published on

ໃນວັນທີ 21 ພະຈິກ 2018 ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຕັດສິນລົງໂທດຕັດອິດສະຫຼະພາບ ນາງ ສຸກນາລີ ເທບສີເມືອງ, ປະທານບໍລິສັດ ພີເອັສ (PS) ຈໍາຄຸກ 29 ປີ ແລະ ທ້າວ ປໍເຮີ ຈໍາຄຸກ 27 ປີ  ໃນຂໍ້ຫາໂຄສະນາຕ້ານ ສປປ ລາວ, ເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ, ສໍ້ໂກງຊັບພົນລະເມືອງ, ຄອບຄອງສິ້ນສ່ວນ-ອະໄວຍະວະສັດປ່າປະເພດຫວງຫ້າມ ແລະ ຟອກເງິນ, ແຕ່ອີງຕາມຫລັກການຂອງມາດຕາ 45 ວັກ 2 ຂອງກົດໝາຍອາຍາສະບັບປັບປຸງປີ 2005 ສານຈຶ່ງເຫັນຄວນໃຫ້ ນາງ ສຸກນາລີ ເທບສີເມືອງ ປະຕິບັດໂທດຕົວຈິງ 15 ປີ, ພ້ອມປັບໃໝ 2.856 ລ້ານກີບ ແລະ ທ້າວ ປໍເຮີ ໃຫ້ປະຕິບັດໂທດຕົວຈິງ 15 ປີ, ພ້ອມປັບໃໝ 2.846 ລ້ານກີບ.

ນອກຈາກນີ້, ສານຍັງໄດ້ຕັດສິນລົງໂທດຜູ້ສົມຮູ້ຮ່ວ່ມຄິດມີ: ທ້າວ ຈັນຄໍາ ພູມະນີວົງ ຈໍາຄຸກ 3 ປີກັບ 3 ເດືອນ, ພ້ອມປັບໃໝ 6 ລ້ານກີບ ໃນຂໍ້ຫາມີອາວຸດເສິກຜິດກົດໝາຍ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດທ້າວ ອານົງສັກ ພົງສະຫວັດ ຈໍາຄຸກ 12 ປີກັບ 3 ເດືອນ, ພ້ອມປັບໃໝ 704 ລ້ານກີບ ໃນຂໍ້ຫາສໍ້ໂກງຊັບພົນລະເມືອງ ແລະ ຟອກເງິນ. ຕັດສິນລົງໂທດ ນາງ ໄມວັນ ພູມະນີວົງ ຈໍາຄຸກ 2 ປີ 6 ເດືອນ, ພ້ອມປັບໃໝ 5 ລ້ານກີບ ໃນຂໍ້ຫາສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດທ້າວ ຄໍາສິງ ພູມະນີວົງ ຈໍາຄຸກ 3 ປີກັບ 3 ເດືອນ, ພ້ອມປັບໃໝ 7 ລ້ານກີບ ໃນຂໍ້ຫາຊື້-ຂາຍອາວຸດເສີກຜິດກົດໝາຍ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດທ້າວ ໄຊຊົງ ຈໍາຄຸກ 4 ປີກັບ 9 ເດືອນ, ພ້ອມປັບໃໝ 26 ລ້ານກີບ ໃນຂໍ້ຫາເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດທ້າວ ບຸນທໍາ ຈໍາຄຸກ 5 ປີ, ພ້ອມປັບໃໝ 27 ລ້ານກີບ ໃນຂໍ້ຫາເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດທ້າວ ແກ້ວ ຈໍາຄຸກ 5 ປີ, ພ້ອມປັບໃໝ 28 ລ້ານກີບ ໃນຂໍ້ຫາເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດ ນາງ ຈັນສະໝອນ ແກ້ວມະນີ ຈໍາຄຸກ 5 ປີ, ພ້ອມປັບໃໝ 27 ລ້ານກີບ ໃນຂໍ້ຫາເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສີນລົງໂທດ ທ້າວ ໄຊດວງສີ ຊົງຈື ຈໍາຄຸກ 4 ປີກັບ 6 ເດືອນ, ພ້ອມປັບໃໝ 25 ລ້ານກີບ ໃນຂໍ້ຫາໂຄສະນາຕ້ານ ສປປ ລາວ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດ ທ້າວ ໄຈເຮີ ຈໍາຄຸກ 5 ປີ, ພ້ອມປັບໃໝ 30 ລ້ານກີບ ໃນຂໍ້ຫາໂຄສະນາຕ້ານ ສປປ ລາວ, ເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ.

ສ່ວນວັດຖຸຊັບສິນຕ່າງໆ ເຊັ່ນ: ເງິນ, ທີ່ດິນ, ອາຄານ, ​ພາຫະນະ, ກົນຈັກ ແລະ ອື່ນໆ ຂອງພວກກ່ຽວ ໂດຍເຈົ້າໜ້າທີ່ໄດ້ກວດກາລະອຽດແລ້ວ ແລະ ໄດ້ອາຍັດ ແລະ ຍຶດໄວ້ນັ້ນ ສານໄດ້ຕັດສິນນໍາເອົາວັດຖຸຊັບສິນດັ່ງກ່າວມາປະຕິບັດພາງໃຊ້ແທນໃຫ້ບັນດາໂຈດທາງແພ່ງຕາມລະບຽບກົດໝາຍ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: laophattananews

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...