spot_img
Homeຂ່າວທ້ອງຖິ່ນສາຍໄຟກ້ຽວຫ້ອຍເປັນເຄືອຍາດຕາມເສົາໄຟຟ້າ ເຫັນແລ້ວສັບສົນແທນ

ສາຍໄຟກ້ຽວຫ້ອຍເປັນເຄືອຍາດຕາມເສົາໄຟຟ້າ ເຫັນແລ້ວສັບສົນແທນ

Published on

ສາຍໄຟຫ້ອຍກະແຈກກະຈາຍ, ເປັນມະໂລງໂຕງໂຕ້ຍ ຕາມກາງອາກາດເກາະຕິດເສົາໄຟຟ້າ, ຕົ້ນໄມ້ ແລະ ພາດບ່ຽງຫຼັງຄາເຮືອນປະຊາຊົນ ໃນຕົວເມືອງນະຄອນຫຼວງວຽງຈັນ ບໍ່ຈົບງາມ,​ ບໍ່ເປັນລະບຽບຮຽບຮ້ອຍ ກາຍເປັນບັນຫາທີ່ຢືດເຢືອຍາວນານ ແລະ ເປັນຄຳຖາມທີ່ຫຼາຍຄົນຢາກໄດ້ຄຳຕອບວ່າ: “ ຈະມີການແກ້ໄຂຢ່າງໃດ? ”

ຈາກບັນຫາທີ່ສັງຄົມພົບເຫັນ ແລະ ເກີດຄວາມກັງວົນ, ທີມງານລາວໂພສ ໄດ້ພົວພັນໄປຍັງພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ພ້ອມໝ່ວຍງານວິຊາການຮັບຜິດຊອບວຽກງານດັ່ງກ່າວ ຕ່າງກໍໃຫ້ຂໍ້ມູນໄປໃນທິດທາງດຽວກັນວ່າ: “ບັນຫານີ້, ເກີດຂຶ້ນມາຫຼາຍປີຖືເປັນບັນຫາທີ່ຍັງບໍ່ສາມາດແກ້ໄຂໄດ້ໜົດ ຍ້ອນງົບປະມານບໍ່ພຽງພໍ. ສາເຫດທີ່ສາຍໄຟຕົກ ຫຼື ຢ່ອນຍານຕາມເສົາໄຟຟ້າຕາມທ້ອງຖະໜົນ ຫຼື ບ້ານເຮືອນປະຊາຊົນ ເນື່ອງຈາກເຈົ້າຂອງສາຍໄຟບໍ່ໄດ້ນໍາໃຊ້ບຸກຄະລາກອນວິຊາການສະເພາະມາຕິດຕັ້ງ ແລະ ຂາດຄວາມຮັບຜິດຊອບ ເຖິງວ່າຈະມີສັນຍາກັບລັດວິສາຫະກິດໄຟຟ້າກໍຕາມ ແຕ່ກໍຍັງມີບາງບໍລິສັດແລ່ນສາຍໄຟຂຶ້ນດ້ວຍຕົນເອງ ໂດຍທີ່ບໍ່ແຈ້ງໃຫ້ພາກສ່ວນກ່ຽວຂ້ອງໄດ້ຮັບຊາບ.

ສິ່ງທີ່ເຫັນສ່ວນຫຼາຍນັ້ນບໍ່ແມ່ນສາຍໄຟຟ້າ ເພາະສາຍໄຟຟ້າແມ່ນຢູ່ເທິງສຸດ ແຕ່ເປັນສາຍໂທລະສັບ, ສາຍເຄເບີ້ນ, ສາຍກາບໄຍແກ້ວຂອງພາກລັດ ແລະ ເອກະຊົນຕ່າງໆ ເຊິ່ງພາກສ່ວນທີ່ກ່ຽວຂ້ອງບໍ່ສາມາດລ່ວງລະເມີດໜ້າວຽກຂອງເຈົ້າຂອງໄດ້. ການທີ່ຈະສ້ອມແປງຮືຖອນຕ້ອງໄດ້ປະສານຫາໜ່ວຍງານທີ່ກ່ຽວຂ້ອງ ເຊິ່ງພາກສ່ວນຮັບຜິດຊອບຫຼັກມີ: ບໍລິສັດໂທລະຄົມມະນາຄົມ ຮັບຜິດຊອບສາຍໄຟສາຍໂທລະສັບ, ສາຍເຄເບີ້ນ ແລະ ອື່ນໆ; ຟຟລ ຮັບຜິດຊອບເລື່ອງເສົາໄຟຟ້າ; ພະແນກໄປສະນີ, ຄົມມະນາຄົມ ແລະ ການສື່ສານ ຮັບຜິດຊອບເລື່ອງງົບປະມານ ແລະ ອພບ ຮັບພາກສ່ວນຕົ້ນໄມ້.

ຜ່ານມາມີການແກ້ໄຂ້ດ້ວຍການເອີ້ນຄະນະຮັບຜິດຊອບ ແລະ ພາກສ່ວນທີ່ກ່ຽວຂ້ອງມາປະຊຸມກັນ ແລ້ວກໍສັ່ງເກັບມ້ຽນໃຫ້ເປັນລະບຽບ. ໃນກໍລະນີ້ສາຍໄຟຢູ່ຕາມບໍລິເວນຕົ້ນໄມ້, ພາດຕາມເຮືອນປະຊາຊົນ ເຂົາເຈົ້າກໍມີການແກ້ໄຂໄດ້ດີ ແຕ່ກໍມີບາງບ່ອນເທົ່ານັ້ນ ຕົວຢ່າງບ່ອນໃດທີ່ມີຄວາມສ່ຽງທີ່ຈະເກີດອຸບັດຕິເຫດກໍໄດ້ມີການແນະນຳໃຫ້ພວກເຂົາໄດ້ປັບປຸງ ໂດຍໃຫ້ແຕ່ລະບໍລິສັດມີເຄື່ອງໝາຍຢູ່ສາຍໄຟຟ້າຂອງຕົນ ແລະ ກຳນົດໃຫ້ຕໍ່າສຸດ 6 ແມັດ. ປັດຈຸບັນ, ພະແນກໄປສະນີ ໝ່ວຍງານພວກເຮົາໄດ້ມີແຜນການປັບປຸງປ່ຽນຖ່າຍສາຍໄຟດັ່ງກ່າວ ຕອນນີ້, ຢູ່ໃນຂັ້ນຕອນປະສານງານກັບພາກສ່ວນທຸລະກິດທີ່ມີປະສົບການສູງ ແລະ ມີຄວາມຊຳນານໃນການແກ້ໄຂສາຍໄຟ ໃນການວາງແຜນການປະຕິບັດງານ ເຊິ່ງມີທັງໝົດ 26 ເສັ້ນທາງ ທີ່ຈະປັບປຸງຮືຖອນສາຍໄຟສາຍໄຟໂທລະຄົມ ແລະ ເສົາໄຟຟ້າອັນເກົ່າ ໂດຍຈະໄດ້ເລີ່ມລົງປະຕິບັດຢູ່ໃນຕົວເມືອງຕາມລໍາດັບ.

 

 

ຂຽນໂດຍ: ໃບບົວ ຈັນທະລັງສີ

ຜູ້ສະໜອງຂໍ້ມູນ: ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...