spot_img
Homeຂ່າວທ້ອງຖິ່ນລັດຖະບານ ຄາດຄະເນ 3 ຂະແໜງການຂະຫຍາຍຕົວຫຼຸດແຜນການ

ລັດຖະບານ ຄາດຄະເນ 3 ຂະແໜງການຂະຫຍາຍຕົວຫຼຸດແຜນການ

Published on

ລັດຖະບານ​ລາຍ​ງານການຂະຫຍາຍຕົວໃນ 3 ຂະແໜງການຂອງປະເທດລາວ ໃນວັນທີ 20 ພະຈິກ 2018 ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ວ່າປີນີ້ຫຼຸດແຜນການທີ່ວາງໄວ້ຄື: ຂະແໜງກະສິກໍາ ຄາດຄະເນວ່າຈະມີອັດຕາການ​​ເຕີບໂຕຫຼຸດແຜນການທີ່ວາງໄວ້ ໂດຍບັນລຸພຽງ 2,5(ແຜນການ 2,8%)ຂະແໜງອຸດສາຫະກໍາ ຄາດວ່າຈະເພີ່ມ ຂຶ້ນ 7,7% ແຕ່ຍັງຫຼຸດແຜນການ 1,4%, ຂະແໜງບໍລິການຄາດວ່າຈະ​​ເພີ່ມຂຶ້ນຈາກ 4,4% ໃນປີ 2017 ​ມາເປັນ 7,6% ໃນປີ 2018 ເຊິ່ງສູງກ່ວາແຜນການທີ່ວາງໄວ້ (6,4%).

ບົດລາຍງານ​ຂອງ​​ ລັດຖະບານ ຊີ້​ໃຫ້​ເຫັນ​ວ່າ: ສະພາບການຜະລິດ ຂອງຂະແໜງການເສດຖະກິດ ແລະ ບໍລິການ ພາຍໃນປະເທດໃນ​ປີ​ນີ້ ສະເພາະຂະແໜງກະສິກໍາ ແລະ ປ່າໄມ້ ຄາດຄະເນວ່າຈະມີອັດຕາການ​​ເຕີບໂຕຫຼຸດແຜນການທີ່ວາງໄວ້ ເຊິ່ງຈະບັນລຸພຽງ 2,5(ແຜນການ 2,8%) ຍ້ອນ​ຜົນ​ກະທົບ​ຈາກໄພ​ທຳ​ມະ​ຊາດ​ ເຮັດໃຫ້ເກີດມີສະພາບນໍ້າຖ້ວມເນື້ອ​ທີ່​ການ​ຜະລິດຢູ່ 16 ​ແຂວງ. ຄາດໝາຍທາງດ້ານກະສິກໍາ ຄາດວ່າຈະບໍ່ບັນລຸໄດ້ຕາມແຜນເປັນຕົ້ນ ຜົນຜະລິດເຂົ້າລວມທັງໝົດບັນລຸໄດ້ 3,6 ລ້ານໂຕນ ເທົ່າກັບ 86% ຂອງແຜນການ (ມະຕິສະພາ 4,2 ລ້ານໂຕນ).

ຂະແໜງອຸດສາຫະກໍາ ຄາດວ່າຈະເພີ່ມຂຶ້ນ 7,7% ເຊິ່ງຍັງຫຼຸດແຜນການທີ່ວາງໄວ້ 1,4% (ມະຕິສະພາ 9,1%) ຍ້ອນຜົນກະທົບຈາກປັດໄຈພາຍນອກ ໂດຍສະເພາະລາຄາແຮ່ທາດ ແລະ ໄຟຟ້າທີ່ຍັງບໍ່ປັບໂຕດີຂຶ້ນ, ສິນຄ້າສົ່ງອອກບໍ່ທັນເພີ່ມຂຶ້ນເທົ່າທີ່ຄວນ. ການຜະລິດກະແສໄຟຟ້າຄາດວ່າ ເພີ່ມຂຶ້ນປະມານ 7,5% ໃນປີ 2018​ແຕ່ຂະແໜງບໍ່ແຮ່​​ ຍັງສືບຕໍ່ຕິດລົບ 0,3% (ປີຜ່ານມາຕິດລົບ 4,3%), ສ່ວນການກໍ່ສ້າງ ເພີ່ມຂຶ້ນ 21,9% ຍ້ອນການຈັດຕັ້ງປະຕິບັດໂຄງການໃຫ່ຍຈໍານວນໜຶ່ງມີຄວາມຄືບໜ້າດີ. ໃນນັ້ນ, ໂຄງການກໍ່ສ້າງທາງລົດໄຟ ລາວຈີນ ປະຕິບັດໄດ້ 41%, ນອກນັ້ນ, ອຸດສາຫະກຳປຸງແຕ່ງຍັງສືບຕໍ່ຂະຫຍາຍໂຕດີ (6,9%) ໂດຍສະເພາະໃນເຂດເສດຖະກິດພິເສດສະຫວັນເຊໂນ, ນະຄອນຫລວງວຽງຈັນ ແລະ ຈຳປາສັກ.

ທ່ານ ສົມ​ດີ ດວງ​ດີ, ຮອງ​ນາຍົກລັດຖະມົນຕີ ແລະ ລັດຖະມົນຕີ​ກະຊວງ​ການ​ເງິນ ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ຂະແໜງບໍລິການຄາດວ່າຈະ​​ເພີ່ມຂຶ້ນຈາກ 4,4% ໃນປີ 2017 ມາເປັນ 7,6% ໃນປີ 2018 ເຊິ່ງສູງກ່ວາແຜນການທີ່ວາງໄວ້ (6,4%)ການຈໍລະຈອນສິນຄ້າ ປະຕິບັດໄດ້ 28.459 ຕື້ກີບ ເທົ່າກັບ 49,6ຂອງແຜນການ (ມະຕິສະພາ 57.386 ຕື້ກີບ), ຂະແໜງຂາຍຍົກ-ຂາຍຍ່ອຍຄາດວ່າຂະຫຍາຍຕົວເພີ່ມ11,1%, ສ່ວນຂະແໜງການຂົນສົ່ງ ແລະ ບໍລິການທີ່ພັກອາໄສ ແລະ ອາຫານ ທີ່ຕິດພັນກັບວຽກງານທ່ອງທ່ຽວເພີ່ມຂຶ້ນພຽງເລັກໜ້ອຍການເປີດປີທ່ອງທ່ຽວ 2018 ບໍ່ສາມາດລະດົມນັກທ່ອງທ່ຽວເຂົ້າມາໄດ້ຕາມແຜນ ເດືອນມີຫລາຍ​ກວ່າ 2 ລ້ານເທື່ອຄົນ, 9 ເດືອນມີ​ 3 ລ້ານເທື່ອຄົນ ແລະ ຄາດວ່າໝົດປີຈະບັນລຸ 4 ລ້ານເທື່ອຄົນ (ແຜນການ ລ້ານເທື່ອຄົນ).

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...