Homeຂ່າວທ້ອງຖິ່ນອໍນີວ ນິສສັນ ເທີລ້າໃໝ່

ອໍນີວ ນິສສັນ ເທີລ້າໃໝ່

Published on

ບໍລິສັດຕັນຈົງ ມໍເຕີ້ (ລາວ)​ ຈໍາກັດພຽງຜູ້ດຽວ, ຜູ້ຈໍາໜ່າຍ ລົດແບຣນ ນິສສັນ ພຽງຜູ້ດຽວ ແລະ ເປັນບໍລິສັດໃນເຄືອຂອງບໍລິສັດຕັນຈົງ ມໍເຕີ ໂຮນດີ້ງ ເບີຫາດ (ມາເລເຊຍ) ຈະດໍາເນີນການເປີດຕົວລົດນິສສັນເທີລ້າໃໝ່ໃນເດືອນທັນວາທີ່ຈະມາເຖິງນີ້.

ສໍາລັບການນໍາສະເໜີເປີດຕົວລົດນິສສັນເທີລ້າໃໝ່ ຈະປະກອບມີຕາໄຟເດທາມ ຣັນນີ້ງໄຣ ( DRL) ຮູບຊົງບູມເບີແລງ ທີ່ຈະເຮັດໃຫ້ຍານພາຫະນະເບິ່ງເຫັນງ່າຍເວລາກາງເວັນ ແລະ ສະພາບທີ່ມີເມກໝອກໜາ ດ້ວຍຕາໄຟໜ້າ LED ອັດຕະໂນມັດ ເພື່ອການຂັບຂີ່ໃນເວລາກາງຄືນ.

ອໍນີວ ນິສສັນເທີລ້າໃໝ່ ແມ່ນມີຖານລໍ້ທີ່ຍາວທີ່ສຸດໃນຕະກູນ, ເຮັດໃຫ້ມີຫ້ອງໂດຍສານທີ່ສະດວກສະບາຍ ແລະ ກວ້າງຂວາງ ພ້ອມດ້ວຍບ່ອນວ່າງເທິງຫົວຜູ້ໂດຍສານຂະໜາດໃຫຍ່. ເບາະນັ່ງຮູບແບບໂຮງໜັງຈະເຮັດໃຫ້ຜູ້ໂດຍສານດ້ານຫລັງສາມາດຫຼຽວເບີ່ງຂ້າງໜ້າໄດ້ດີ. ລະບົບ 1-Touch Auto-Tumble  ທີ່ງ່າຍ ແລະ ເປັນເອກະລັກເບາະນັ່ງແຖວສອງຂອງນິສສັນເທີລ້າຈະເຮັດໃຫ້ການເຂົ້າບ່ອນນັ່ງແຖວ 3 ໄດ້ງ່າຍ ແລະ ເບາະນັ່ງແບບບໍ່ມີແຮງໂນ້ມຖ່ວງຂອງນິສສັນໃນແຖວ 1 ແລະ 2 ຈະຊ່ວຍຫລຸດຜ່ອນຄວາມອິດເມື່ອຍ ໂດຍຮອງຮັບບໍລິເວນໜ້າເອີກ ແລະ ກະດູກສະໂພກຂອງຜູ້ຂັບຂີ່ ຜູ້ໂດຍສານ ເພື່ອທົດແທນການເຄື່ອນໄຫວກະດູກສັນຫລັງ.

ຄົ້ນຫາຂໍ້ມູນເພີ່ມເຕີມທ່ານສາມາດເຂົ້າມາຢ້ຽມຊົມຫ້ອງວາງສະແດງໂຊຣູມ ແລະ ຮ່ວມລົງທະບຽນ ເພື່ອຮັບບັດເຊີນເຂົ້າເບິ່ງງານເປີດຕົວ ອໍນີວ ລົດນິສສັນເທີລ້າ ໃໝ່ໄດ້ແລ້ວ.

ການຈັບຈອງລົດໃໝ່ ຢູ່ໃນຫ້ອງວາງສະແດງລົດນິສສັນ ກ່ອນງານເປີດຕົວ ແມ່ນຈະໄດ້ຮັບໂປຣໂມຊັນພິເສດເພີ່ມເຕີມ ແລະ ຍັງສາມາດເລືອກໄດ້ຫລາຍສີ ບໍ່ວ່າຈະເປັນສີນໍ້າຕານດິນ, ສີເທົາລູນາ ເມທາລິກ, ສີຄໍາ ແຟເມທາລິກ ໂກ, ສີແດງຟີຣີເຣັດ, ສີດໍາກະເລັກຊີ, ສີຟ້າເຂັ້ມ, ສີເງິນບີວລ້ຽນຊິວເວີ້ ແລະ ສີຂາວມຸກ ແອັສເປັນ.

ບໍລິສັດ TCML ແມ່ນຈະນໍາສະເໜີຍານພາຫະນະຕ່າງໆຢ່າງຕໍ່ເນື່ອງ ແລະ ສໍາລັບຜູ້ອ່ານທີ່ສົນໃຈ ທີ່ຕ້ອງການເຂົ້າຮ່ວມງານເປີດຕົວ, ກະລຸນາ ຕອບກັບການເຊີນຂອງທ່ານ ໂດຍການກົດລີ້ງ*.  https://goo.gl/forms/hXLciIA75ZksJgvh2 (ລີ້ງຕົວຢ່າງ) ຫລື ສະແກນລະຫັດ QR-code (ລະຫັດຕົວຢ່າງ).

*ເປັນໄປຕາມຂໍ້ກໍານົດ ແລະ ເງື່ອນໄຂ

ສໍາລັບຂໍ້ມູນເພີ່ມເຕີມຂອງລົດນິສສັນທັງໝົດໃນປະເທດລາວ, ກະລຸນາເຂົ້າຢ້ຽມຊົມເວັບໄຊນິສສັນລາວຢູ່ທີ່ເວັບໄຊ www.nissan-lao.la ຫລື ຕິດຕາມໜ້າເຟສບຸກຂອງນິສສັນລາວຢູ່ທີ່ http://fb.com/NissanLaos/ ຫຼື ກົດລີ້ງໂດຍຕົງ https://www.facebook.com/NissanLaos/notifications/ .

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...