spot_img
Homeຂ່າວຕ່າງປະເທດເນປານ ໂຊຝີມືຫຸ່ນຍົນພະນັກງານບໍລິການ

ເນປານ ໂຊຝີມືຫຸ່ນຍົນພະນັກງານບໍລິການ

Published on

ເມືອງກັນຕາຄາຣ ໄດ້ນໍາຫຸ່ນຍົນບໍລິການເຂົ້າມາບໍລິການລູກຄ້າ ເຊີ່ງມີຊື່ວ່າ: ຈິງເກີ (Ginger) ສູງ 1.5 ແມັດ ຕິດຕັ້ງໂປຣແກຣມການເຮັດວຽກໃຫ້ເຂົ້າໃຈໄດ້ທັງພາສາອັງກິດ ແລະ ພາກສາເນປານ ເປັນກຸນແຈສໍາຄັນທີ່ດຶງດູດລູກຄ້າເຂົ້າໃນຮ້ານ ເພາະມັນມີຄວາມສາມາດເສີບອາຫານໄດ້ຢ່າງດີ ແລະ ເຮັດໃຫ້ລູກຄ້າເພີດເພີນໄປກັບການຮັບປະທານອາຫານ ຖືວ່າການເຮັດວຽກຂອງຫຸ່ນຍົນດັ່ງກ່າວບໍ່ເຮັດໃຫ້ເຈົ້າຂອງຮ້ານຜິດຫວັງຫຍັງເລີຍ.

ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 19 ພະຈິກ 2018 ວ່າ: ຫຸ່ນຍົນດັ່ງກ່າວ, ເປັນຜົນງານພັດທະນາຂອງບໍລິສັດທ້ອງຖິ່ນເນປານ ປາໂອລາ ເທັກໂນໂລຊີ (Paaila Technology) ເປັນບໍລິສັດ ສະຕາຣ-ອັບ (start-up) ທີ່ນໍາເອົາເຕັກໂນໂລຊີ ແລະ ນະວັດຕະກໍາເຂົ້າມາສ້າງທຸລະກິດ. ທີມ ວິເຄາະ ຊາວເນປານ ຜູ້ສ້າງຫຸ່ນຍົນເຜີຍວ່າ: “ຈິງເກີ ເປັນຕົວຊ່ວຍດຶງດູດໃຫ້ລູກຄ້າທຸກເພດທຸກໄວເຂົ້າມາໃຊ້ບໍລິການໃນຮ້ານ ແລະ ເຮັດໜ້າທີ່ເບິ່ງແຍງລູກຄ້າໄດ້ເປັນຢ່າງດີ. ພ້ອມນັ້ນ, ຍັງສາມາດແຕ່ງອາຫານເສີມໄດ້ຢ່າງຄ່ອງແຄ້ວ ແລະ ມີໄຫວພິບໃນການເຈລະຈາກັບລູກຄ້າ ເຮັດໃຫ້ລູກຄ້າເພີດເພີນໄປກັບອາຫານຂອງມື້ນັ້ນ ລູກຄ້າຜູ້ສູງອາຍຸບາງຄົນເຖິງກັບວ່າ: ນີ້ຄືປະສົບການໃໝ່ທີ່ສົມບູນແບບທີ່ສຸດເລີຍ”.

ຫຸ່ນຍົນບໍລິການ ຫຼື ຫຸ່ນຍົນພະນັກງານເສີມອາຫານ ມັນອາດບໍ່ແມ່ນເລື່ອງແປກໃໝ່ສໍາລັບປະເທດທີ່ມີແຕ່ຄວາມກ້າວໜ້າທາງເຕັກໂນໂລຊີ ແຕ່ອາດຈະເປັນເລື່ອງທີ່ໜ້າຕື່ນເຕັ້ນສໍາລັບດິນແດນທີ່ມີວັດທະນະທໍາປະສົມປະສານ  ແລະ ຕິດພັນກັບທໍາມະຊາດ.

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: thairath.co.th, dailynews.co.th

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...