Homeຂ່າວທ້ອງຖິ່ນກວດພົບຢາແຊ່ສົບ ໃນອາຫານທະເລ ທີ່ຈຳປາສັກ

ກວດພົບຢາແຊ່ສົບ ໃນອາຫານທະເລ ທີ່ຈຳປາສັກ

Published on

ໃນອາທິດນີ້, ໄດ້ລົງເຄື່ອນໄຫວກວດກາຕົວຈິງຢູ່ຕະຫຼາດໃໝ່ປາກເຊ ເມືອງປາກເຊ ແຂວງຈໍາປາສັກ ເພື່ອກວດກາຫາສານປົນເປື້ອນໃນອາຫານ ໂດຍສະເພາະປະເພດອາຫານສົດແຊ່ແຂງ ໄດ້ກວດພົບສານເຄມີຕ້ອງຫ້າມ ປະເພດສານ ປົນເປື້ອນ ຟໍມາລີນ (Formalin) ເຊິ່ງເປັນສານທີ່ມັກໃຊ້ກັບການແຊ່ສົບ ໃນໜວດປາມຶກສົດ(ໜວດປາມຶກໃຫຍ່). ພ້ອມນັ້ນຍັງກວດພົບສິນຄ້າປະເພດອາຫານສົດ ທີ່ໝົດຄຸນນະພາບ, ໝົດອາຍຸ ແລະ ກວດພົບສິນຄ້າທີ່ບໍ່ໄດ້ມາດຕະຖານອີກຈໍານວນໜື່ງ.

ຄະນະກຳມະການປົກປ້ອງຜູ້ຊົມໃຊ້ຂັ້ນແຂວງຈິ່ງຝາກເຕືອນໃຫ້ຜູ້ທີ່ມັກບໍລິໂພກອາຫານ ແຊ່ແຂງ ປະເພດອາຫານທະເລ, ເຄື່ອງໃນສັດ ແລະ ອາຫານເຄິ່ງສໍາເລັດຮູບ ເວລາຈະຊື້ອາຫານປະເພດດັ່ງກ່າວໄປບໍລິໂພກຈົ່ງສັງເກດເບິ່ງສະຫຼາກວັນ ເດືອນ ປີ ທີ່ຜະລິດ ແລະ ວັນ ເດືອນປີໝົດອາຍຸ, ສະຫຼາກບອກທີ່ມາຂອງສິນຄ້າ ລວມທັງການເກັບຮັກສາ, ການແຊ່ແຂງໃຫ້ຖືກຕ້ອງຕາມມາດຕະຖານ ແລະ ສັງເກດເບິ່ງການຫຸ້ມຫໍ່ໃຫ້ດີຕື່ມອີກ, ທັງນີ້ກໍ່ເພື່ອຄວາມປອດໄພດ້ານສຸຂະພາບແກ່ຜູ້ບໍລິໂພກ

ພາບແລະຂ່າວ: ທຸນທອງໃຈ ພົມມະສຸກ ແລະ ໂທລະໂຄ່ງ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...