Homeຂ່າວຕ່າງປະເທດກະຊວງປ້ອງກັນປະເທດສະຫະລັດຈ້າງຜະລິດເຮືອບິນຮົບລໍ້າຍຸກ F-35 ຈຳນວນ 225 ລຳ

ກະຊວງປ້ອງກັນປະເທດສະຫະລັດຈ້າງຜະລິດເຮືອບິນຮົບລໍ້າຍຸກ F-35 ຈຳນວນ 225 ລຳ

Published on

ກະຊວງປ້ອງກັນປະເທດສະຫະລັດ ປະກາດເມື່ອວັນທີ 15 ພະຈິກ 2018 ວ່າ ໄດ້ເຊັນສັນຍາມູນຄ່າ 22.700 ລ້ານໂດລາ ຈ້າງບໍລິສັດ ລ໊ອດຮິດ ມາຣ໌ຕິນ ເຊິ່ງເປັນບໍລິສັດຜູ້ຜະລິດເຮືອບິນລາຍໃຫຍ່ຂອງສະຫະລັດ ເພື່ອຜະລິດເຮືອບິນຮົບລໍ້າຍຸກ F-35 ອີກ 255 ລຳ ແລະ ໃນວັນດຽວກັນ ຍັງປະກາດສັ່ງຊື້ ເຮລິຄັອບເຕີຮຸ້ນ MS-60r ຈຳນວນ 8 ລຳ ຈາກລ໊ອດຮິດ ມາຣຸຕິນ ລວມມູນຄ່າ 682 ລ້ານໂດລາ.

ຖະແຫຼງການຂອງກະຊວງປ້ອງກັນປະເທດ (ເພນຕາກອນ) ກ່າວວ່າ ເຮືອບິນຮົບ F-35 ທີ່ຈ້າງຜະລິດໃນຊຸດໃໝ່ 106 ລຳ ຈະຈັດສັນໃຫ້ກອງທັບບົກ F-35A, ຈັດສັນໃຫ້ກອງທັບອາກາດ F-35B ຈຳນວນ 64 ລໍາ, ນາວິກໂຍທິນ ແລະ F-35C ຈຳນວນ 26 ລຳ, ໃຫ້ກອງທັບເຮືອ 16 ລຳ; ສ່ວນທີ່ເຫຼືອຈະຂາຍໃຫ້ລູກຄ້າຕ່າງປະເທດ.

ລ໊ອດຮິດ ມາຣ໌ຕິນ ຜູ້ຜະລິດອາວຸດໃຫ້ເພນຕາກອນລາຍໃຫຍ່ ຈະໄດ້ຮັບເງິນມັດຈຳລ່ວງໜ້າ 6.000 ລ້ານໂດລາ, ການຜະລິດ ແລະ ສົ່ງມອບກຳນົດໃຫ້ແລ້ວສຳເລັດພາຍໃນເດືອນ ມີນາ 2023. ການຜະລິດເກືອບທັງໝົດຈະຢູ່ໃນສະຫະລັດ ແຕ່ບາງສ່ວນຈະຢູ່ໃນຫຼາຍປະເທດ ລວມເຖິງອັງກິດ ແລະ ອິຕາລີ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews.co.th

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...