spot_img
Homeຂ່າວທ້ອງຖິ່ນກອງປະຊຸມສະໄໝສາມັນຄັ້ງທີ 6 ມີຫຼາຍບັນຫາທີ່ຈະພິຈາລະນາ ແລະ ຮັບຮອງເອົາ

ກອງປະຊຸມສະໄໝສາມັນຄັ້ງທີ 6 ມີຫຼາຍບັນຫາທີ່ຈະພິຈາລະນາ ແລະ ຮັບຮອງເອົາ

Published on

ກອງປະຊຸມສະໄໝສາມັນ ຄັ້ງທີ 06 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ຈັດຂຶ້ນໃນວັນທີ 20 ພະຈິກ ຫາວັນທີ 21 ທັນວາ 2018 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ 6) ນະຄອນຫຼວງວຽງຈັນ ໂດຍຈະພິຈາລະນາ ແລະ ຮັບຮອງເອົາ 14 ບັນຫາສໍາຄັນ. ນອກຈາກນັ້ນ, ໃນໄລຍະດຳເນີນກອງດັ່ງກ່າວ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກທົ່ວສັງຄົມ ທີ່ຈະສົ່ງໄປຍັງກອງປະຊຸມ; ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມໄດ້ຕາມວິທີ ຄື: ໂທລະສັບບໍ່ເສຍຄ່າ ໝາຍເລກ 156, ໂທລະສານ ໝາຍເລກ 021 413 528 ແລະ ສົ່ງເປັນຈົດໝາຍທາງໄປສະນີ ຕູ້ໄປສະນີເລກທີ 662 ແລະ ສົ່ງອີເມລ: na_session@na.gov.la

ບັນດາບັນຫາສໍາຄັນທີ່ຈະຈະພິຈາລະນາ ແລະ ຮັບຮອງບົດລາຍງານມີຄື:

  1. ພິຈາລະນາ, ຮັບຟັງບົດລາຍງານຂອງ ທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ປະຈຳປີ 2018 ແລະ ທິດທາງວຽກງານຈຸດສຸມ ໃນປີ 2019 ຂອງລັດຖະບານ
  2. ລັດຖະມົນຕີກະຊວງການເງິນລາຍງານ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2018, ທິດທາງແຜນການປີ 2019 ແລະ ບົດລາຍງານການສະຫຼຸບຂາດຕົວ, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2017
  3. ພິຈາລະນາ, ຮັບຮອງເອົາການຊີ້ແຈງຂອງລັດຖະບານຕໍ່ຄຳຊັກຖາມຂອງ 02 ກະຊວງ ຄື: 1. ກະຊວງໂຍທາທິການ ແລະ ຂົນສົ່ງ ຊີ້ແຈງກ່ຽວກັບສະພາບການກໍ່ສ້າງ ແລະ ສ້ອມແປງຖະໜົນຫົນທາງ ໃນໄລຍະຜ່ານມາເຫັນວ່າຄຸນນະພາບຂອງການກໍ່ສ້າງຕໍ່າ ມູນຄ່າການກໍ່ສ້າງສູງ, ແກ່ຍາວເວລາກໍ່ສ້າງ ແລະ ທິດທາງແກ້ໄຂບັນຫາດັ່ງກ່າວໃນຕໍ່ໜ້າມີແນວໃດ; 2. ກະຊວງສາທາລະນະສຸກ ຊີ້ແຈງກ່ຽວກັບຄຸນນະພາບຂອງການບໍລິການ, ການປິ່ນປົວຢູ່ໃນໂຮງໝໍ, ສຸກສາລາ ແລະ ທິດທາງແກ້ໄຂໃນຕໍ່ໜ້າ
  4. ພິຈາລະນາ, ຮັບຮອງການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 04 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າດ້ວຍການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບເປົ້າໝາຍການພັດທະນາແບບຍືນຍົງ
  5. ພິຈາລະນາ, ຮັບຮອງເອົາການແຕ່ງຕັ້ງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຕາມການສະເໜີຂອງ ທ່ານນາຍົກລັດຖະມົນຕີ
  6. ບົດສະເໜີຂອງລັດຖະບານກ່ຽວການຄົ້ນຄວ້າຊື່ເອີ້ນ ຊົນເຜົ່າບຣູ
  7. ອົງການກວດສອບແຫ່ງລັດລາຍງານແຜນການເຄື່ອນໄຫວວຽກງານ ປະຈຳປີ 2018 ແລະ ທິດທາງແຜນການ ປະຈຳປີ 2019
  8. ຜົນການກວດສອບບົດສະຫຼຸບຂາດຕົວແຜນງົບປະມານແຫ່ງລັດ ປະຈຳປີ 2017
  9. ບົດລາຍງານຂອງອົງການກວດກາລັດຖະບານ ກ່ຽວກັບການກວດກາຕາມຜົນການກວດສອບບົດສະຫຼຸບຂາດຕົວ, ແຜນງົບປະມານແຫ່ງລັດ ສົກປີ 2015-2016
  10. ໄອຍະການປະຊາຊົນສູງສຸດລາຍງານ ແຜນການເຄື່ອນໄຫວວຽກງານກາງສະໄໝ 2016-2018 ແລະ 09 ເດືອນ ປະຈຳປີ 2018, ທິດທາງແຜນການຮອດປີ 2020 ແລະ ວຽກງານຈຸດສຸມ ປະຈຳປີ 2019
  11. ການຊີ້ແຈງຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບພາລະບົດບາດໃນການຕິດຕາມກວດກາ, ການລະເມີດສັນຍາກູ້ຢືມທີ່ມີຫຼັກຊັບຄໍ້າປະກັນ ແຕ່ມາດຳເນີນຄະດີອາຍາ ໃນຂໍ້ຫາສໍ້ໂກງຊັບຂອງພົນລະເມືອງ
  12. ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ຊຸດທີ VIII ກາງສະໄໝ ( 2016 – 2018 ) ປະຈຳປີ 2018, ທິດທາງແຜນການແຕ່ປີ 2019 ຮອດກອງປະຊຸມຄັ້ງປະຖົມມະເລີກ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ແຜນວຽກຈຸດສຸມ ປະຈຳປີ 2019 ຂອງສະພາແຫ່ງຊາດ
  13. ການສ້າງ ແລະ ປັບປຸງກົດໝາຍຂອງສະພາແຫ່ງຊາດ ປະຈຳປີ 2019
  14. ແຜນການຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ ປະຈຳປີ 2019 ການສ້າງ, ປັບປຸງ ແລະ ທາບທາມຮ່າງກົດໝາຍຈຳນວນ 09 ສະບັບ.

ພ້ອມນັ້ນ, ຄະນະປະຈຳສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ຂໍເຊີນບັນດາພະນັກງານ, ລັດຖະກອນ, ທະຫານ-ຕຳຫຼວດ, ນັກຮຽນ-ນັກສຶກສາ, ປັນຍາຊົນ-ກຳມະກອນ, ຊາວຜູ້ອອກແຮງງານ-ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມການດຳເນີນກອງປະຊຸມສະພາສະໄໝສາມັນຄັ້ງທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງນີ້ດ້ວຍ.

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ສະພາແຫ່ງຊາດ

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...