spot_img
Homeຂ່າວຕ່າງປະເທດIUCN ຂຶ້ນບັນຊີດອກໄມ້ຊາກສົບ ເປັນພືດໃກ້ຈະສູນພັນ

IUCN ຂຶ້ນບັນຊີດອກໄມ້ຊາກສົບ ເປັນພືດໃກ້ຈະສູນພັນ

Published on

IUCN ເປັນອົງການລະຫວ່າງປະເທດເພື່ອການອະນຸລັກທໍາມະຊາດ ໄດ້ຂຶ້ນບັນຊີດອກໄມ້ກິ່ນສົບ ທີ່ມີຖິ່ນກໍາເນີດຢູ່ເທິງເກາະສຸມາຕຣາ ປະເທດ ອິນໂດເນເຊຍ ໃຫ້ເປັນພືດທີ່ໃກ້ຈະສູນພັນ. ປັດຈຸບັນ, ຄາດວ່າດອກໄມ້ຊະນິດນີ້ມີໃນຈໍານວນບໍ່ເຖິງ 1,000 ຕົ້ນໃນປ່າຕາມທໍາມະຊາດ.

ເຈົ້າໜ້າທີ່ສວນພຶກສາຊາດ ເອດິນບະຣະ ກ່າວວ່າ: ດອກໄມ້ຍັກກຸມພັນຊະນິດນີ້ມີຊື່ວ່າ “ດອກໄມ້ຊາກສົບ” ເພາະກິ່ນຂອງມັນເໝັນແຮງ ບາງຄົນບອກວ່າກິ່ນມັນຄື “ກິ່ນປາເນົ່າ, ເໝັນຖົງຕີນ, ແກະຕາຍ, ຊາກສົບ” ແລະ ອື່ນໆ; ມີຫຼາຍຮ້ອຍຄົນໄດ້ເຂົ້າຊົມດອກໄມຊະນິດນີ້ທີ່ກໍາລັງເບັ່ງບານໃນເຮືອນແກ້ວທີ່ສວນພືກສາຊາດ ຣໍຍໍ ໂບແທນິກ ກາເດັນ ແລະ ມີກິ່ນເໝັນລອຍອອກມາເລື້ອຍໆ. ພ້ອມນັ້ນ, ຜູ້ຊ່ຽວຊານກ່າວວ່າ: ກິ່ນເໝັນຂອງມັນຈະລໍ້ໃຫ້ແມງໄມ້ກິນສັດມາຊ່ວຍປະສົມເກສອນ.

ສວນພືດ ເອດິນບະຣະ ແຫ່ງນີ້ ໄດ້ຮັບດອກໄມ້ກິ່ນສົບມາຈາກສວນພຶກສາຊາດເນເທີແລນໃນປີ 2003. IUCN ໄດ້ຂັ້ນບັນຊີແດງດອກໄມ້ກິ່ນສົບເປັນເທື່ອທໍາອິດວ່າ “ໃກ້ຈະສູນພັນແລ້ວ” ຫຼັງຈາກທີ່ພົບວ່າດອກໄມ້ເໝັນ (Amorphophallus titanum) ທີ່ມີຢູ່ໃນທໍາມະຊາດມີຈໍານວນຫຼຸດລົງເກືອບເຄິ່ງໜຶ່ງຈາກ 150 ປີກ່ອນ ຈາກການຕັດໄມ້ທໍາລາຍປ່າ ແລະ ການຖາງພື້ນທີ່ທໍາມະຊາດ.

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: tnamcot.com

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...