spot_img
Homeຂ່າວພາຍ​ໃນລາວ ເປັນຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສຟີແລັກ ຄັ້ງທີ 19

ລາວ ເປັນຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສຟີແລັກ ຄັ້ງທີ 19

Published on

ສປປ ລາວ ຈະໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ເວທີປຶກສາຫາລືຂອບການຮ່ວມມືອາຊີຕາເວັນອອກ ແລະ ອາເມລິກາລາຕິນ ຫຼື ຟີແລັກ ຄັ້ງທີ 19 (The 19th FEALAC Senior Official’s Meeting) ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ເຊິ່ງຈະມີຜູ້ແທນຫຼາຍປະເທດ ໃນລະຫວ່າງວັນທີ 19-22 ພະຈິກ 2018 ທີ່ຈະມາເຖິງນີ້ ເພື່ອທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນງານໃໝ່ຂອງຟີແລັກ ແລະ ບັນຫາອື່ນໆ ທີ່ຈະນຳສະໜີຕໍ່ກອງປະຊຸມລັດຖະມົນຕີຕ່າງປະເທດຟີແລັກ ຄັ້ງທີ 9 ທີ່ພາກພື້ນອາເມລິກາລາຕິນ ໃນປີ 2019 .

ໃນກອງປະຊຸມດັ່ງກ່າວ, ລວມທັງກອງປະຊຸມ 4 ໜ່ວຍງານທີ່ກ່ຽວຂ້ອງຄື: ໜ່ວຍງານການຮ່ວມມືທາງດ້ານສັງຄົມ-ການເມືອງ ແລະ ການພັດທະນາແບບຍືນຍົງ; ໜ່ວຍງານດ້ານວັດທະນະທໍາ, ຊາວໜຸ່ມ, ເພດຍິງ-ຊາຍ ແລະ ກິລາ; ໜ່ວຍງານດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ວິສາຫະກິດຈຸນລະພາກ, ຂະໜາດນ້ອຍ ແລະ ຂະໜາດກາງ; ແລະ ໜ່ວຍງານດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະ ການສຶກສາ ເຊິ່ງຈະມີຄະນະຜູ້ແທນເຂົ້າຮ່ວມທັງໝົດປະມານ 200 ກ່ວາຄົນ ຈາກປະເທດສະມາຊິກ ລວມທັງຜູ້ຕາງໜ້າຈາກ ກອງເລຂາອິນເຕີເນັດຟີແລັກ ແລະ 2 ຄະນະກຳມາທິການ ຂອງອົງການສະຫະປະຊາຊາດ (UNs) ຄື: ຄະນະກຳມາທິການເສດຖະກິດ ແລະ ສັງຄົມ ແຫ່ງ ອາຊີ-ປາຊີຟິກ (ESCAP) ແລະ ຄະນະກໍາມາທິການເສດຖະກິດ ແຫ່ງ ລາຕິນອາເມລິກາ ແລະ ກາຣີບຽນ (ECLAC).

ການເປັນເຈົ້າພາບກອງປະຊຸມຄັ້ງນີ້, ສປປ ລາວ ເປັນປະທານຮ່ວມຝ່າຍອາຊີ ແລະ ປະເທດ ກົວເຕມາລາ ເປັນປະທານຮ່ວມຝ່າຍ ອາເມລິກາລາຕິນ ໂດຍຈະໄດ້ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນງານໃໝ່ຂອງຟີແລັກ (The New FEALAC Action Plan) ທີ່ໄດ້ຮັບຮອງເອົາໃນກອງປະຊຸມລັດຖະມົນຕີຕ່າງປະເທດຟີແລັກ ຄັ້ງທີ 8 ທີ່ ປູຊານ ສ.ເກົາຫລີ ໃນເດືອນ ສິງຫາ 2017 ລວມທັງການນຳໃຊ້ກອງທຶນຟີແລັກ, ການຄັດເລືອກປະເທດປະສານງານພາກພື້ນຟີແລັກ, ການກຳນົດແຜນກິດຈະກຳຕ່າງໆ ໃນຕໍ່ໜ້າ ຂອງຟີແລັກ ແລະ ບັນຫາອື່ນໆ ເພື່ອນຳສະໜີຕໍ່ກອງປະຊຸມລັດຖະມົນຕີຕ່າງປະເທດຟີແລັກ ຄັ້ງທີ 9 ທີ່ຈະຈັດຂຶ້ນຢູ່ພາກພື້ນອາເມລິກາລາຕິນ ໃນປີ 2019.

ການຮ່ວມມື FEALAC ໄດ້ຖືກສ້າງຕັ້ງຂຶ້ນໃນປີ 1999, ປະຈຸບັນມີສະມາຊິກທັງໝົດ 36 ປະເທດ, ໃນນັ້ນຝ່າຍອາຊີຕາເວັນອອກ ມີ 16 ປະເທດ ແລະ ອາເມລິກາລາຕີນ ມີ 20 ປະເທດ ເຊິ່ງ ສປປ ລາວ ກໍເປັນໜື່ງໃນບັນດາປະເທດຮ່ວມສ້າງຕັ້ງຂອບການຮ່ວມມືດັ່ງກ່າວ.

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ກົມຂ່າວກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...