Homeຂ່າວຕ່າງປະເທດຊີໄອເອສະຫະລັດຮູ້ຢູ່ແລ້ວວ່າເກົາຫຼີເໜືອປົກປິດຖານເກັບຂີປະນາວຸດທີ່ມີບໍ່ຕໍ່າກວ່າ 20 ແຫ່ງ

ຊີໄອເອສະຫະລັດຮູ້ຢູ່ແລ້ວວ່າເກົາຫຼີເໜືອປົກປິດຖານເກັບຂີປະນາວຸດທີ່ມີບໍ່ຕໍ່າກວ່າ 20 ແຫ່ງ

Published on

ເມື່ອວັນທີ 13 ພະຈິກ 2018 ສຳນັກຂ່າວ ເອເອຟພີລາຍງານວ່າ ຮູບຖ່າຍດາວທຽມຈາກພາກເອກະຊົນໃນສະຫະລັດອາເມລິກາກວດພົບຖານຍິງຂີປະນາວຸດຫຼາຍແຫ່ງໃນເກົາຫຼີເໜືອ ເຊິ່ງທາງການເກົາຫຼີເໜືອບໍ່ເຄີຍເປີດເຜີຍມາກ່ອນ.

ຮູບຖ່າຍດາວທຽມດັ່ງກ່າວໄດ້ມີການເປີດເຜີຍຄັ້ງທຳອິດຜ່ານ ນິວຢອກທາມ ໜຶ່ງໃນສື່ຂອງສະຫະລັດ ອ້າງອີງຈາກໂຄງການ ບີຍອນ ພາຣາເຣລ ຂອງສູນສຶກສາດ້ານຍຸດທະສາດນານາຊາດ ພົບຖານເກັບຂີປະນາວຸດໃນເກົາຫຼີເໜືອທີ່ປົກປິດຢູ່ 13 ແຫ່ງ ແຕ່ຄາດວ່າມີບໍ່ຕໍ່າກວ່າ 20 ແຫ່ງ ໂດຍສະເພາະທີ່ເມືອງ ຊັກກັນໂມລ ທາງຕາເວັນຕົກສ່ຽງເໜືອຈາກນະຄອນຫຼວງໂຊລຂອງເກົາຫຼີໃຕ້ໄປປະມານ 136 ກິໂລແມັດ.

ຫຼັກຖານດັ່ງກ່າວໄດ້ຕອກຢໍ້າຂໍ້ຫາທີ່ວ່າເກົາຫຼີເໜືອຍັງຄົງເດີນໜ້າພັດທະນາເຕັກໂນໂລຢີຂີປະນາວຸດຂ້າມທະວີບ ຫຼື ໄອຊີບີເອັມ ເຖິງແມ່ນວ່າຈະມີການລົງນາມໃນຂໍ້ຕົກລົງປົດອາວຸດນິວເຄຣຍກັບສະຫະລັດແລ້ວກໍ່ຕາມ.

ຖານຂີປະນາວຸດເຫຼົ່ານີ້ຍັງມີການເຄື່ອນໄຫວຢູ່ ແລະ ສາມາດເກັບໄດ້ຕັ້ງແຕ່ຂີປະນາວຸດວິຖີໂຄ້ງພິໄສສັ້ນ ຫຼື SRBM ໄປຈົນເຖິງຂີປະນາວຸດຂ້າມທະວີບ ເຊິ່ງກ່ອນການລົງນາມ ທາງເກົາຫຼີເໜືອຄວນຕ້ອງເປີດເຜີຍຖານເຫຼົ່ານີ້ເພື່ອໃຫ້ໜ່ວຍງານສາກົນກວດສອບ ແລະ ເຂົ້າສູ່ຂະບວນການປົດອາວຸດນິວເຄຣຍຢ່າງຖາວອນ ແລະ ກວດສອບໄດ້.

ສຳນັກງານຂ່າວກອງກາງຂອງສະຫະລັດ ຫຼື ຊີໄອເອ ປະຕິເສດທີ່ຈະສະແດງຄວາມຄິດເຫັນໃດໆ ແຕ່ລາຍງານລະບຸວ່າຖານຂີປະນາວຸດເຫຼົ່ານີ້ຂອງເກົາຫຼີເໜືອເປັນທີ່ຮັບຮູ້ຢູ່ແລ້ວຂອງຊີໄອເອ. ສ່ວນດ້ານປະທານາທິບໍດີ ໂດນັລ ທຣໍ້າຍັງບໍ່ເຄີຍອອກມາປະກາດຍອມຮັບວ່າເປັນຈິງ ຫຼື ບໍ່ ຫຼັງເຄີຍປະກາດໄວ້ວ່າ “ໄພຄຸກຄາມນິວເຄຣຍຈາກເກົາຫຼີເໜືອຈົບລົງແລ້ວ”.

 

 

ຮຽບຮຽງຂ່າວ:​ ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: khaosod.co.th
ວິດີໂອປະກອບ: 
CNN

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...