spot_img
Homeຂ່າວທ້ອງຖິ່ນກາງເດືອນໜ້າ ຂົວຂ້າມນ້ຳເຄັມ ຈະສາມາດທຽວໄປມາໄດ້

ກາງເດືອນໜ້າ ຂົວຂ້າມນ້ຳເຄັມ ຈະສາມາດທຽວໄປມາໄດ້

Published on

 

ໂຄງການ​ກໍ່ສ້າງ​ຂົວ​ຂ້າມ​ນ້ຳ​ເຄັມ ​ທີ່​ນອນ​ຢູ່​ໃນ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ປູຢາງ​ນາ​ຊາຍທອງ​ເໜືອ-ນາ​ຄູນ-ທ່າ​ງ່ອນ

ເມືອງ​ໄຊ​ທານີ ເຊິ່ງ​ເປັນ​ເສັ້ນທາງ​ວົງ​ແຫວນຮອບ​ນອກ​ຂອງ​ນະຄອນຫຼວງ​ວຽງ​ຈັນ ທີ່​ຢຸດ​ການ​ກໍ່ສ້າງ​ໄປ​ຊົ່ວຄາວ ​ໃນ

​ໄລຍະ​ທີ່​ມີຝົນຕົກ​ໜັກ​ຜ່ານ​ມາ​ນັ້ນ ມາ​ຮອດວັນ​ທີ 15 ກັນຍາ 2014 ຜ່ານ​ມານີ້ ບໍລິສັດ​ຜູ້​ຮັບ​ເໝົາ ໄດ້​ສືບຕໍ່​ຂຸ້ນຂ້ຽວ​

ລົງມື​ເທ​ເບ​ຕົງ​ພື້ນ​ຂົວ ສ່ວນທີ່​ຍັງ​ເຫຼືອ​ຍາວ 25 ແມັດ ໃຫ້​ສຳເລັດ​ພາຍ​ໃນ​ມື້​ດຽວ ແລະ ພາຍຫຼັງ​ສຳເລັດ​ຄາດ​ວ່າ​ອີກ

​ປະມານເດືອນ​ໜຶ່ງ ​ເມື່ອ​ເບ​ຕົງ​ໄດ້​ອາຍຸການ ​ກໍ່​ຈະ​ໄດ້​ອະນຸຍາດ​ໃຫ້​ພາຫະນະ​ສາມາດ​ທ່ຽວ​ໄປ​ມາ​ໄດ້.

 

ທ່ານ ພູເຂົາ​ຄຳ ພິມ​ມະ​ສອນ ຮອງ​ຫົວໜ້າ​ຫ້ອງການ​ໂຍທາ​ທິການ ແລະ ຂົນສົ່ງ ເມືອງ​ນາຊາຍ​ທອງ ຜູ້​ຮັບຜິດຊອບ

​ໂຄງການ​ໄດ້​ກ່າວ​ວ່າ: ໂຄງການ​ກໍ່ສ້າງ​ເສັ້ນທາງ​ປູຢາງ​ນາ​ຊາຍທອງ​ເໜືອ-ນາ​ຄູນ-ທ່າ​ງ່ອນ ໂດຍ​ແມ່ນເມືອງ​ນາ​ຊາຍ​

ທອງເປັນ​ເຈົ້າ​ຂອງ​ໂຄງການ ບໍລິສັດທີ່​ປຶກສາ ບໍ​ລິສັດ ອີ​ດີ​ຊີ ສຳ​ຫຼວດອອກ​ແບບ-ຄຸມ​ງານ​ກໍ່ສ້າງ ແລະ ບໍລິສັດ ເພັດ​

ບັນດິດ​ກໍ່ສ້າງ ​ຈຳກັດ ​ເປັນ​ຜູ້ຮັບ​ເໝົາ ທາງ​ມີ​ຄວາມຍາວ 12,52 ກິໂລແມັດ ກວ້າງ 11 ແມັດ ໃນ​ນັ້ນ​ປູຢາງ 2 ຊັ້ນ

ກວ້າງ 9 ແມັດ ຂົວ​ຂ້າມ​ນ້ຳ​ເຄັມ ຍາວ 77 ແມັດ ກວ້າງ 14 ແມັດ ລວມ​ມູນ​ຄ່າ​ທັງ​ໝົດ 90,34 ຕື້ກີບ ໂດຍ​ແມ່ນ​ງົບ

ປະມານ​ຂອງ​ລັດ 100% ຜູ້​ຮັບ​ເໝົາ​ກໍ່ສ້າງ​ເປັນ​ຜູ້ລົງທຶນ​ກ່ອນຕາມ​ສັນຍາ​ ແລ້ວໂຄງການ​ໃຊ້​ເວລາ​ກໍ່ສ້າງ 30 ເດືອນ

ຄື​ທ້າຍ​ປີ 2014 ໃຫ້​ສຳເລັດ ແລະ ຜ່ານ​ການຈັດຕັ້ງ​ປະຕິບັດ​ມາ​ຮອດ​ປັດຈຸບັນ ​ການ​ກໍ່ສ້າງເສັ້ນທາງ​ສຳເລັດ 98% ຍັງ

ເຫຼືອ​ພຽງ​ແຕ່​ວຽກ​ອະນາໄມ ສ່ວນການ​ກໍ່ສ້າງ​ຂົວ​ນ້ຳ​ເຄັມ​ແມ່ນ​ສຳເລັດ 97% ແລະ ຄາດ​ວ່າ​ໂຄງການ​ນີ້​ຈະ​ສຳເລັດ

100% ແລະ ຈະ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ ພາຍ​ໃນ​ເດືອນ​ຕຸລາ 2014 ນີ້.

 

ທ່ານ ພູເຂົາ​ຄຳ ພິມ​ມະ​ສອນ ຍັງ​ກ່າວ​ຕື່ມ​ວ່າ: ເສັ້ນທາງ​ດັ່ງກ່າວ​ນີ້ ​ແມ່ນ​ມີ​ຄວາມ​ສຳຄັນ​ຫຼາຍ ພາຍຫຼັງ​ກໍ່ສ້າງ​ສຳເລັດ

​ ນອກຈາກຈະ​ສ້າງ​ຄວາມ​ສະດວກ ​ໃຫ້​ແກ່ການ​ສັນຈອນ​ໄປ​ມາ​ຂອງ​ປະຊາຊົນ​ເຂດ​ດັ່ງກ່າວ​ແລ້ວ ​ຍັງ​ຈະ​ຊ່ວຍລະບາຍ​

ການ​ສັນຈອນ​ຢູ່​ຕົວ​ເມືອງ ເນື່ອງ​ຈາ​ກວ່າ​ຕໍ່​ໄປ​ເສັ້ນທາງ​ເສັ້ນນີ້​ ຈະ​ເປັນ​ທາງ​ທຽວ​ຂອງ​ພາຫະນະ ໂດຍ​ສະເພາະລົດ​ບັນ

ທຸກໜັກ ​ທີ່​ມີ​ຈຸດປະສົງ​ຈະ​ເດີນທາງໄປ​ຍັງ​ເສັ້ນທາງ 13 ເໜືອ ເສັ້ນທາງ​ເລກ​ທີ 10 ທ່າ​ງ່ອນ ແລະ ເສັ້ນທາງ 13 ໃຕ້ ຈະ​

ໄດ້​ຫັນ​ມາໃຊ້​ເສັ້ນທາງ​ນີ້​ໄດ້ ເພື່ອ​ເປັນ​ການຫຼຸດຜ່ອນ​ການ​ສັນຈອນ​ແອ​ອັດຢູ່​ຕົວ​ເມືອງ ໂດຍ​ສະເພາະແມ່ນ​ເສັ້ນທາງ​

ດົງ​ໂດກ-ໜອງບຶກ-ສີ​ເກີດ ໃນ​ອະນາຄົດ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...