spot_img
Homeຂ່າວທ້ອງຖິ່ນລັດໃຊ້ງົບ 22 ຕື້ກີບ ໃສ່ປີທ່ອງທ່ຽວ 2018 ໄດ້ຮັບຜົນດີເພີ່ມຂຶ້ນ 3,2%

ລັດໃຊ້ງົບ 22 ຕື້ກີບ ໃສ່ປີທ່ອງທ່ຽວ 2018 ໄດ້ຮັບຜົນດີເພີ່ມຂຶ້ນ 3,2%

Published on

ປີທ່ອງທ່ຽວລາວ 2018 ລັດຖະບານໄດ້ອະນຸມັດງົບປະມານດ້ວຍມູນຄ່າ 22,95 ຕື້ກີບ ເຂົ້າໃນການຮັບໃຊ້ປີທ່ອງທ່ຽວລາວ 2018. ໃນ 9 ເດືອນຜ່ານມາ ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວລາວເຖິງ 2,91 ລ້ານຄົນ ຫຼື 3,2% ລັດຖະບານໄດ້ອະນຸມັດງົບປະມານເຂົ້າໃນການຮັບໃຊ້ປີທ່ອງທ່ຽວລາວ 2018 ດ້ວນມູນຄ່າ 22,95 ຕື້ກີບ.

ທ່ານ ສູນ ມະນີວົງ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຜີຍຂ່າວຕໍ່ສື່ມວນຊົນໃນອາທິດຜ່ານມາວ່າ: ໃນປີທ່ອງທ່ຽວລາວ 2018 ທາງພາກສ່ວນທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ໃນການໂຄສະນາປິທ່ອງທ່ຽວ ຢ່າງຕໍ່ເນື່ອງເປັນຕົ້ນ: ການຕິດຕັ້ງປ້າຍໂຄສະນາ, ຮູບພາບແຫຼ່ງທ່ອງທ່ຽວ, ໂລໂກ, ແຜນພັບ, ປື້ມ,ປະຕິທິນ, ໂຄສະນາຜ່ານແອບພລີເຄເຊີນ ວີດີໂອ ແລະ ອື່ນໆ ພ້ອມທັງສະໜອງຂໍ້ມູນການທ່ອງທ່ຽວໃຫ້ສື່ໂຄສະນາ ໂດຍສະເພາະທາງໂທລະພາບ, ວິທະຍຸ, ໜັງສືພິມ ແລະ ວາລະສານ. ນອກຈາກນັ້ນ, ຍັງໄດ້ໂຄສະນາຜ່ານສື່ຂອງຕ່າງປະເທດເປັນຕົ້ນໂທລະພາບຊ່ອງ CNN ແລະ ເວັບໄຊອື່ນໆ ໂດຍລັດຖະບານໄດ້ອະນຸມັດງົບປະມານທັງໝົດ 22,95 ຕື້ກີບ.

ປັດຈຸບັນ, ການເປີດປີທ່ອງທ່ຽວລາວ 2018 ມີຫຼາຍແຂວງໄດ້ເປີດໄປແລ້ວ ເພື່ອສົ່ງເສີມການທ່ອງທ່ຽວພາຍໃນແຂວງຂອງຕົນ ແລະ ຍັງເຫຼືອພຽງ 3 ແຂວງຄື: ແຂວງສະຫວັນນະເຂດ, ໄຊສົມບູນ ແລະ ອັດຕະປື. ຜ່ານການຈັດຕັ້ງປະຕິບັດຜ່ານມາ 9 ເດືອນ ເຫັນວ່າມີນັກທ່ອງທ່ຽວເຂົ້າມາເຖິງ 2,91 ລ້ານຄົນ ເພີ່ມຂຶ້ນ 3,2%.

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ຮູບພາບຈາກ: jclao

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...