spot_img
Homeຂ່າວທ້ອງຖິ່ນຈ່າຍພາສິທີ່ດິນຜ່ານ 3 ຊ່ອງທາງຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ)

ຈ່າຍພາສິທີ່ດິນຜ່ານ 3 ຊ່ອງທາງຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ)

Published on

ກົມສ່ວຍສາອາກອນ ກະຊວງການເງິນ ຮ່ວມກັບທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ເປີດບໍລິການຊຳລະຄ່າພາສີທີ່ດິນຜ່ານທາງລະບົບທະນາຄານ ໃນມື້ວານນີ້, ວັນທີ 14 ພະຈິກ 2018 ເຊິ່ງໄລຍະທຳອິດຈະເປີດໃຫ້ກະຊວງການເງິນ ແລະ ທຄຕລ ເປີດນຳໃຊ້ທົດລອງກ່ອນ 1 ອາທິດ ຈາກນັ້ນ, ຈະເປີດໃຫ້ປະຊາຊົນໃນນະຄອນຫຼວງວຽງຈັນ ແລະ ຈະເປີດນຳໃຊ້ຢ່າງເປັນທາງການທົ່ວປະເທດ ວັນທີ 1 ມັງກອນ 2019.

ການຊຳລະພາສີທີ່ດິນສາມາດຊຳລະໄດ້ 3 ຊ່ອງທາງຄື: ຜ່ານທາງເຄົາເຕີ້ ທຄຕລ, ແຜນແອັບ BCEL one ແລະ ຜ່ານຕົວແທນ ທຄຕລ ທົ່ວປະເທດ. ສຳລັບເອກະສານປະກອບໃນການຊຳລະພາສີທີ່ດິນ ຜ່ານລະບົບຂອງທະນາຄານດັ່ງກ່າວ, ມີຄື: ໃບຕາດິນ, ໃບຢັ້ງຢືນສິດນຳໃຊ້ ພ້ອມໃບຮັບເງິນຊຳລະປີສຸດທ້າຍທີ່ໄດ້ຊຳລະ ເຊິ່ງສາມາດໃຊ້ສຳເນົາ ຫຼື ຕົ້ນສະບັບກໍໄດ້ ຫຼັງຈາກຊຳລະແລ້ວ ຈະໄດ້ຮັບໃບບິນ ເພື່ອເປັນຫຼັກຖານໃນການຊຳລະແກ່ເຈົ້າຂອງໃບຕາດິນ.

ທ່ານ ພູນເພັດ ໄຊສົມບັດ, ຫົວໜ້າກົມສ່ວຍສາອາກອນ ກ່າວວ່າ: ກົມສ່ວຍສາອາກອນໄດ້ຮ່ວມມືກັບ ທຄຕລ ເປັນເທື່ອທຳອິດພັດທະນາລະບົບຮັບຊຳລະຄ່າທຳນຽມທາງຜ່ານ ທຄຕລ ໃນທ້າຍປີ 2017 ແລະ ໄດ້ຮັບຜົນສຳເລັດທີ່ໜ້າພໍໃຈ ໂດຍໄດ້ຮັບຄວາມສົນໃຈ ແລະ ຄວາມເຊື່ອຖືຈາກສັງຄົມຢ່າງກ້ວາງຂວາງ ສືບເນື່ອງໂຄງການດັ່ງກ່າວ, ລັດຖະບານໄດ້ເຫັນວ່າການເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຜ່ານທາງທະນາຄານ ແມ່ນມີຄວາມສະດວກສະບາຍຕໍ່ປະຊາຊົນ ແລະ ພາກລັດ. ສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ມີຄວາມຖືກຕ້ອງ, ໂປ່ງໃສ ແລະ ສາມາດກວດຄືນໄດ້.

 

 

 

 

 

 

ຮຽບໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: ໜັງສືພິມວຽງຈັນໃໝ່, ເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...