spot_img
Homeຂ່າວທ້ອງຖິ່ນ10 ສະຖານທີ່ຄວນຈອດລົດມື້ບຸນທາດຫຼວງ

10 ສະຖານທີ່ຄວນຈອດລົດມື້ບຸນທາດຫຼວງ

Published on

ເພື່ອໃຫ້ງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ທີ່ລາວ-ໄອເຕັກ ປະຈຳປີ 2018 ດຳເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ຫຼຸດຜ່ອນບັນຫາການສັນຈອນແອອັດ ທັງຫຼີກລ້ຽງການເກີດອຸບັດຕິເຫດໃນມື້ບຸນດັ່ງກ່າວນໍາ, ປກສ ຈຶ່ງແຈ້ງການກ່ຽວກັບສະຖານທີ່ຈອດລົດ ແລະ ການນຳໃຊ້ເສັ້ນທາງແຕ່ລະເສັ້ນ ໂດຍໄດ້ແບ່ງອອກດັ່ງນີ້:

  • ສະເພາະສະຖານທີ່ຈອດລົດປະເພດຕ່າງໆແບ່ງອອກຄື:
  1.  ເຂດ VIP ອະນຸຍາດໃຫ້ຈອດທາງທິດຕະເວັນອອກ ເຂດເຮືອນຊົງລາວ (ບໍລິສັດ CNP).
  2.  ເຂດ P1, P2 ຈອດຢູ່ສະໜາມຫຼວງ ໜ້າຫ້ອງການສະພາແຫ່ງຊາດ.
  3. ສຳລັບລົດທີ່ມາສົ່ງເຄື່ອງ ເລີ່ມແຕ່ເວລາ 8:00 ຫາ 12:00 ໂມງ ພາຍຫຼັງທີ່ເອົາເຄື່ອງລົງໜົດແລ້ວໃຫ້ເອົາລົດໄປຈອດໄວ້ບ່ອນທີ່ກຳມະການກຳນົດ.
  4. ລົດຂົນສົ່ງມວນຊົນ, ຕຸກໆ, ຈຳໂບ້, ລົດໂດຍສານອະນຸຍາດໃຫ້ຈອດຊົ່ວຄາວ ເພື່ອສົ່ງຄົນໂດຍສານລົງຕາມຈຸດທີ່ກຳນົດເຊັ່ນ: ເສັ້ນທາງຊ້າງເຜືອກເຂດບ້ານຮ່ອງໄກ່ແກ້ວ, ຕະຫຼາດທາດຫຼວງ, ສີສັງວອນ-ໂພນໄຊ, ປະຕູໄຊ, ໂພນສະອາດ ແລະ ຮ່ອມໂຮງຮຽນມັດທະຍົມໜອງສ້າງທໍ່.
  5. ລົດໃຫຍ່, ລົດຈັກ, ລົດສາມລໍ້-ລົດຖີບ ທີ່ຈະໄປທ່ຽວບຸນທາດຫຼວງ ແລະ ໄອເຕັກ ໃຫ້ຈອດຕາມສະຖານທີ່ຈອດລົດທີ່ທາງຄະນະກຳມະການຈັດງານກຳນົດໄວ້ ເຊິ່ງເຈົ້າໜ້າທີ່ຈະອຳນວຍຄວາມສະດວກຕາມຈຸດຕ່າງໆ.
  6. ພາຫະນະທີ່ມາແຕ່ເສັ້ນທາງ 13 ເໜືອໃຫ້ຈອດຢູ່ສະຖານທີ່ຈອດລົດປະຕູໄຊ ແລະ ໜ້າທະນາຄານອິນດູຈີນ, ທາງຮ່ອມບ້ານສີບຸນເຮືອງ ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງໃຫ້ກັບສິ່ງອື່ນໆ.
  7. ພາຫະນະທີ່ມາແຕ່ເສັ້ນທາງ 13 ໃຕ້ ແລະ ເສັ້ນທາງເລກ 10 ບ້ານເກີນ ອະນຸຍາດໃຫ້ຈອດລຽບຕາມເສັ້ນທາງຮ່ອມເຂດບ້ານໂພນພະເນົາ  ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງໃຫ້ກັບສິ່ງອື່ນໆ.
  8. ພາຫະນະທີ່ມາແຕ່ເສັ້ນທາງ ທ່າເດື່ອ, ເມືອງຫາດຊາຍຟອງ ໃຫ້ຈອດລຽບຕາມເສັ້ນທາງຮ່ອມເຂດບ້ານສະພັງໜໍ້ ແລະ ເສັ້ນທາງໂພນສີນວນ (ສະເພາະລົດເມ, ລົດໂດຍສານ ແລະ ລົດ 6 ລໍ້ຂຶ້ນໄປ).
  9. ພາຫະນະທີ່ມາແຕ່ບ້ານຊຳເຄ້, ນາຄວາຍ, ດຳຄຳຊ້າງ, ຊຽງດາ ໃຫ້ຈອດຢູ່ສະຖານທີ່ຕະຫຼາດຫົວຂົວ.
  10. ພາຫະນະທີ່ມີຈຸປະສົງມາທ່ຽວງານວາງສະແດງສິນຄ້າລາວ-ໄອເຕັກ ໃຫ້ຈອດຢູ່ເດີ່ນສູນການຄ້າລາວ-ໄອເຕັກ.
  • ສຳລັບການນຳໃຊ້ເສັ້ນທາງໃນຊ່ວງໄລຍະຈັດງານບຸນ:
  1. ພາຫະນະທີ່ມາແຕ່ເສັ້ນທາງເລກ 13 ໃຕ້, ເລກ 10 ຫຼື ເສັ້ນທາງດອນໜູນຕໍ່ໃສ່ເສັ້ນທາງໄກສອນພົມວິຫານ ຖ້າບໍ່ມີຈຸດປະສົງຈະມາທ່ຽວບຸນທາດຫຼວງ ເມື່ອມາຮອດໄຟແດງໜອງໜ່ຽງ (ຫໍປະຊຸມແຫ່ງຊາດ) ໃຫ້ລ້ຽວຊ້າຍເຂົ້າໄປເສັ້ນທາງບ້ານໜອງໜ່ຽງອອກໃສ່ບ້ານວັງຊາຍ ຫຼື ລ້ຽວຂວາອອກໄປເສັ້ນທາງ 150 ຕຽງ ແລ້ວໄປຕາມຈຸດປະສົງຂອງຕົນ.
  2. ສະເພາະລົດບັນທຸກທີ່ມາແຕ່ເສັ້ນທາງເລກ 13 ເໜືອ ມີຈຸດປະສົງຈະໄປຂົວມິດຕະພາບ ໃຫ້ໃຊ້ເສັ້ນທາງໜອງບຶກ-ດົງໂດກອອກມາເສັ້ນທາງ 450 ປີໄປຂົວມິດຕະພາບ.
  3. ລົດບັນທຸກທີ່ມາແຕ່ເສັ້ນທາງເລກ 13 ເໜືອ ມີຈຸປະສົງຈະໄປເສັ້ນທາງ 13 ໃຕ້ ຖ້າມາຮອດ 3 ແຍກໜອງບຶກໃຫ້ລ້ຽວຊ້າຍໄປຕາມເສັ້ນທາງໜອງບຶກ ເມື່ອຮອດໄຟແດງດົງໂດກໃຫ້ລ້ຽວຊ້າຍໄປຕາມຈຸດປະສົງ.
  4. ລົດບັນທຸກທີ່ມາແຕ່ຂົວມິດຕະພາບທີ່ຈະໄປເສັ້ນທາງ 13 ໃຕ້ໃຫ້ໃຊ້ເສັ້ນທາງ 450 ປີ ຮອດ 4 ແຍກໄຟແດງດົງໂດກໃຫ້ລ້ຽວຂວາໄປທາງດອນໜູນແລ້ວໄປຕາມຈຸດປະສົງ.
  5. ລົດບັນທຸກທີ່ມາແຕ່ຂົວມິດຕະພາບທີ່ຈະໄປເສັ້ນທາງ 13 ໃຕ້ ທີ່ຈະໄປຂົວມິດຕະພາບ ຮອດໄຟແດງຫຼັກ 21 ໃຫ້ລ້ຽວຊ້າຍອອກໄປຊອດເສັ້ນທາງ 450 ປີ ແລ້ວລ້ຽວຊ້າຍໄປຂົວມິດຕະພາບ.
  6. ໃນກໍລະນີການສັນຈອນມີຄວາມສັບສົນເຈົ້າໜ້າທີ່ຈະແຍກລົດຢູ່ຈຸດໄຟແດງດົງໂດກ ແລະ ໄຟແດງໜອງໜ່ຽງໃຫ້ລ້ຽວຂວາໄປຕາມເສັ້ນທາງດົງໂດກ-ໂພນຕ້ອງ ຫຼື ຮອດໄຟແດງຕານມີໄຊໃຫ້ລ້ຽວຊ້າຍໄປຕາມເສັ້ນທາງຕານມີໄຊ-ດອນແດງ.
  7. ພາຫະນະທີມາແຕ່ເສັ້ນທາງໜອງໄຮ, ໂພນທັນ, ເສັ້ນທາງມິດຕະພາບທີ່ມີຈຸດປະສົງໃຊ້ເສັ້ນທາງກຳແພງເມືອງແຕ່ໄຟແດງສັງກະສີຫາໄຟແດງທາດຫຼວງ, ຖ້າໄປຮອດໄຟແດງທາດຫຼວງໃຫ້ລ້ຽວຂວາອອກໃສ່ບ້ານໂນນຄໍ້ ແລ້ວໄປຕາມຈຸດປະສົງ (ໃຊ້ສະເພາະມື້ຕັກບາດມື້ບຸນທາດຫຼວງ)

ຂໍ້ມູນດັ່ງກ່າວ, ຄັດຈາກແຈ້ງການ ກອງບັນາທິການ ປກສ ນະຄອນຫຼວງວຽງຈັນ, ເລກທີ 366/ປກສ.ນວ, ວັນທີ 7 ພະຈິກ 2018.

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...