Homeຂ່າວຕ່າງປະເທດຖານຍິງຂີປະນາວຸດ 13 ແຫ່ງຍັງບໍ່ເປີດເຜີຍ! ທຣໍ້າອາດຍອມຮັບຂໍ້ຕົກລົງທີ່ບໍ່ດີກັບເກົາຫຼີເໜືອ

ຖານຍິງຂີປະນາວຸດ 13 ແຫ່ງຍັງບໍ່ເປີດເຜີຍ! ທຣໍ້າອາດຍອມຮັບຂໍ້ຕົກລົງທີ່ບໍ່ດີກັບເກົາຫຼີເໜືອ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ, ປະເທດສະຫະລັດອາເມລິກາ ເມື່ອວັນທີ 12 ພະຈິກ 2018 ວ່າ ນັກວິໄຈຂອງສູນ ເພື່ອການສຶກສາຍຸດທະສາດລະຫວ່າງປະເທດທີ່ນະຄອນຫຼວງວໍຊິງຕັນ ລະບຸວ່າໄດ້ກວດພົບຖານຍິງຂີປະນາວຸດທີ່ຍັງໃຊ້ງານຢູ່ 13 ແຫ່ງ ທີ່ລັດຖະບານເກົາຫຼີເໜືອຍັງບໍ່ໄດ້ສະແດງໃຫ້ເຫັນ ແລະ ອາດຈະມີຫຼາຍເຖິງ 20 ແຫ່ງ.

ທ່ານ ວິກເຕີ ຊາ, ຫົວໜ້າໂຄງການເກົາຫຼີເໜືອຂອງສູນເພື່ອການສຶກສາຍຸດທະສາດ ແລະ ລະຫວ່າງປະເທດ ເປີດເຜີຍກັບນິວຢອກທາມວ່າ ມັນບໍ່ຄືກັບຖານຍິງທີ່ຢຸດໃຊ້ງານໄປແລ້ວ ເພາະມັນຍັງປະຕິບັດງານໄດ້ຢູ່ ສິ່ງທີ່ທຸກຄົນວິຕົກກັງວົນຄື ປະທານາທິບໍດີໂດນັລທຣໍ້າອາດຍອມຮັບຂໍ້ຕົກລົງທີ່ບໍ່ດີກັບເກົາຫຼີເໜືອ ເຊິ່ງຍອມທຳລາຍຖານທີ່ທົດສອບພຽງແຫ່ງດຽວເທົ່ານັ້ນ ແລະ ຢຸດຕິປະຕິບັດການ 2-3 ຢ່າງເພື່ອນແລກປ່ຽນກັບຂໍ້ຕົກລົງສັນຕິພາບທີ່ມີຕໍ່ ຄິມ ຈອງ ອຶນ.

ສຳລັບຖານຍິງຂີປະນາວຸດຂອງເກົາຫຼີເໜືອແມ່ນກະຈາຍຢູ່ທົ່ວປະເທດທັງຢູໃຕ້ດິນ ມີອຸໂມງລອດເຊື່ອມຕໍ່ລະຫວ່າງໜ່ວຍພູ ເຊື່ອວ່າອອກແບບມາເພື່ອໃຊ້ເກັບຖານຍິງຂີປະນາວຸດເຄື່ອນທີ່ ສາມາດເຄື່ອນທີ່ອອກມາໄດ້ຢ່າງໄວວາ ແລະ ຂຶ້ນປະຈຳການພາກພື້ນດິນເພື່ອປະຕິບັດການ.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews.co.th

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...