spot_img
Homeຂ່າວທ້ອງຖິ່ນສານຕັດສິນຄູ່ຜົວເມຍຈຳຄຸກ ຂໍ້ຫາໂກງຊັບພົນລະເມືອງ 8 ຕື້ກວ່າກີບ

ສານຕັດສິນຄູ່ຜົວເມຍຈຳຄຸກ ຂໍ້ຫາໂກງຊັບພົນລະເມືອງ 8 ຕື້ກວ່າກີບ

Published on

ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ເປີດປະຊຸມພິຈາລະນາຄະດີຜົວເມຍທີ່ເປັນແມ່ຫວຍ ແລະ ກູ້ຢືມເງິນທະນາຄານ ໄປໝູນໃຊ້ ແຕ່ບໍ່ສາມາດຊໍາລະທັງຕົ້ນທຶນ ແລະ ດອກເບ້ຍ ລວມມູນຄ່າ 8.044.084.000 ກີບ ໃນວັນທີ 31 ຕຸລາ 2018 ໂດຍສານໄດ້ຕັດອິດສະຫຼະພາບ ນາງ ສີຄອນ ຈໍາຄຸກ 5 ປີ, ປັບໃໝ 10 ລ້ານກີບ ແລະ ຕັດອິດສະຫຼະພາບ ທ້າວ ທອງພັນ ຈຳຄຸກ 2 ປີ, ປັບໃໝ 5 ແສນກີບ ພ້ອມທັງໃຫ້ຄູ່ຜົວເມຍໃຊ້ແທນເງິນຄືນໂຈດທາງແພ່ງຈຳນວນ 163 ຄົນ.

ຄະດີດັ່ງກ່າວ, ໄອຍະການປະຊົນຊົນ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ນາງ ສາຄອນ ອາຍຸ 38 ປີ (ຈຳເລີຍ 1)  ແລະ ທ້າວ ທອງພັນ ອາຍຸ 39 ປີ (ຈຳເລີຍ 2) ທັງສອງເປັນຜົວເມຍກັນ ຢູ່ບ້ານແບງຫຼວງ, ເມືອງແບງ ແຂວງອຸດົມໄຊ ຖືກກັກຕົວໃນວັນທີ 19 ເມສາ 2017. ຕາມຂໍ້ກ່າວຫາໃນສຳນວນຄະດີມີຢູ່ວ່າ: ໃນປີ 2014, ຄູ່ຜົວເມຍເປັນແມ່ຫວຍເກັບເງິນມື້ຢູ່ຕະຫຼາດເມືອງແບງ ໂດຍເກັບມື້ລະ 100.000-300.000 ກີບ/ຄົນ ໂດຍຄິດໄລ່ດອກເບ້ຍ 100.000 ກີບ/ດອກເບ້ຍ ເຊິ່ງມີລູກຫວຍຈຳນວນ 100 ຄົນ. ນອກຈາກນີ້, ຄູ່ຜົວເມຍຍັງປ່ອຍເງິນກູ້ ໃຫ້ແມ່ຄ້າຢູ່ຕະຫຼາດຄິດໄລ່ 100.000 ກີບ, ດອກເບ້ຍ 16.000 ກີບ/ມື້ ຖ້າບໍ່ແມ່ນລູກຫວຍມາຢືມແມ່ນໄລ່ 100.000 ກີບ, ດອກເບ້ຍ 30.000 ກີບ/ມື້.

ທ້າຍປີ 2015, ປະຊາຊົນເຂດເມືອງແບງ ໄດ້ຝາກເງິນນຳຄຸູ່ຜົວເມຍ ໂດຍກຳນົດຕົ້ນທຶນ ແລະ ດອກເບ້ຍ ຖ້າຫາກໃຜເອົາເງິນມາຝາກ 10 ລ້ານກີບ ຈະໄດ້ດອກເບ້ຍ 1.600.000 ກີບ/ວັນ. ຜ່ານການເຂົ້າຫວຍ ແລະ ປ່ອຍເງິນກູ້ໃຫ້ປະຊາຊົນແຕ່ປີ 2014-2015 ສາມາດຊຳລະໄດ້ປົກກະຕິ  ແຕ່ມາໃນປີ 2016-2017 ເກີດມີບັນຫາທາງດ້ານການເງິນ ບໍ່ສາມາດຊຳລະເງິນໃຫ້ກັບລູກຫວຍທັງຜູ້ເກົ່າ ແລະ ຜູ້ໃໝ່ ຍ້ອນເງິນທີ່ເກັບນຳລູກຫວຍຈຳນວນໜຶ່ງ ໄດ້ເອົາໄປປ່ອຍຕໍ່ກັບລູກຫວຍຄົນອື່ນ ແຕ່ເກັບຄືນບໍ່ໄດ້, ອີກສ່ວນໜຶ່ງໄດ້ຊຳລະໃຫ້ລູກໜ່ວຍທີ່ຖອນອອກ, ເອົາໄປສ້າງເຮືອນພັກ ແລະ ຊຳລະໃຫ້ທະນາຄານ ເຊີ່ງໄດ້ກູ້ຢືມທະນາຄານຫຼາຍແຫ່ງຄື: ທະນາຄານທີ 1 ກູ້ຢືມ 1.900 ລ້ານກີບ ໂດຍຄິດໄລ່ດອກເບ້ຍ 36 ລ້ານກີບ/ເດືອນ; ທະນາຄານທີ2 ກູ້ຢືມໃນຕົ້ນທຶນ 300 ລ້ານກີບ ດອກເບ້ຍ 3.600.000 ກີບ/ເດືອນ; ທະນາຄານທີ3 ກູ້ຢືມ 500 ລ້ານກີບ ດອກເບ້ຍ 6.800.000 ກີບ/ເດືອນ; ທະນາຄານທີ4ກູ້ຢືມ 150 ລ້ານກີບ, ດອກເບ້ຍ ແລະ ຕົ້ນທຶນແມ່ນຊຳລະພ້ອມກັນ 6 ລ້ານກີບ/ເດືອນ. ສ່ວນຜູ້ເປັນຜົວໃຫ້ການວ່າ: ບໍ່ຮັບຮູ້ນຳເພາະວ່າການຮັບເງິນໃນແຕ່ລະຄັ້ງແມ່ນເມຍໄດ້ເຮັດພຽງຜູ້ດຽວ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານຄົບຖ້ວນ, ຄະນະສານອາຍາ ຈຶ່ງເຫັນວ່າການກະທຳຂອງຄູ່ຜົວເມຍ ໄດ້ສ້າງຄວາມເສຍຫາຍໃຫ້ກັບພົນລະເມືອງ. ສະນັ້ນ, ຈຶ່ງໄດ້ພິຈາລະນາຕັດສິນ  ນາງ ສາຄອນ ອາຍຸ 38 ປີ (ຈຳເລີຍ 1) ຈຳຄຸກ 5 ປີ, ປັບໃໝ 10 ລ້ານກີບ ແລະ ຕັດອິດສະຫຼະພາບທ້າວ ທອງພັນ ອາຍຸ 39 ປີ (ຈຳເລີຍ 2) ຈຳຄຸກ 2 ປີ, ປັບໃໝ 5 ແສນກີບ ພ້ອມທັງໃຫ້ຄູ່ຜົວເມຍໃຊ້ແທນເງິນຄືນໂຈດທາງແພ່ງຈຳນວນ 163 ຄົນ, ລວມມູນຄ່າ 8.044.084.000 ກີບ.

 

 

 

 

 

 

ຮຽງຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: ໜັງສືພິມຄວາມສະຫງົບ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...