spot_img
Homeຂ່າວທ້ອງຖິ່ນເມືອງສັງທອງ ສັ່ງ! ຫ້າມເດັດຂາດຢ່າກິນ ຫຼື ຂາຍປາຈາກແມ່ນໍ້າຕອນ

ເມືອງສັງທອງ ສັ່ງ! ຫ້າມເດັດຂາດຢ່າກິນ ຫຼື ຂາຍປາຈາກແມ່ນໍ້າຕອນ

Published on

ຫ້ອງວ່າການເມືອງສັງທອງ ນະຄອນຫຼວງວຽງຈັນ ຫ້າມນຳເອົາສັດນ້ຳທີ່ຕາຍຕາມແມ່ນໍ້າຕອນມາຈຳໜ່າຍ ແລະ ບໍລິໂພກ ເນື່ອງຈາກມີສັດນ້ຳ (ປາ) ຕາຍຕາມສາຍແມ່ນ້ຳຕອນ ໂດຍບໍ່ຮູ້ສາເຫດແຕ່ວັນທີ 7 ພະຈິກ 2018 ເປັນຕົ້ນມາ. ປັດຈຸບັນ, ພາກສ່ວນທີ່ກ່ຽວຂ້ອງກຳລັງກວດກາຫາສາເຫດທີ່ເກີດຂຶ້ນ.

ຕໍ່ກັບເຫດການດັ່ງກ່າວ, ຫ້ອງວ່າການເມືອງສັງທອງ ຈຶ່ງໄດ້ອອກແຈ້ງການຫ້າມນຳເອົາສັດນ້ຳທີ່ຕາຍຕາມແມ່ນນໍ້າຕອນມາຈຳໜ່າຍ ແລະ ບໍລິໂພກ ພ້ອມທັງໃຫ້ອຳນາດການປົກຄອງບ້ານ ທີ່ອາໄສຢູ່ຕາມສາຍນໍ້າຕອນ ເປັນເຈົ້າການແຈ້ງປະຊາຊົນທີ່ຫາກິນຢູ່ຕາມສາຍນໍ້າຕອນ ກໍລະນີພົບເຫັນປາ, ສັດນໍ້າທຸກປະເພດທີ່ຕາຍແມ່ນຫ້າມນຳມາບໍລິໂພກ ແລະ ຈຳໜ່າຍຢ່າງເດັດຂາດ, ຖ້າພົບເຫັນສັດນໍ້າທຸກປະເພດໃຫ້ທຳລາຍຖິ້ມດ້ວຍການຝັງ ຫຼື ເຜົາທຳລາຍຖິ້ມ, ຫ້າມນໍາມາປຸງແຕ່ງ ຫຼື ບໍລິໂພກເດັດຂາດ ທັງແຈ້ງໃຫ້ປະຊາຊົນລະມັດລະວັງໃນການນໍ້າໃຊ້ນໍ້າຕອນ. ຖ້າປະຊາຊົນມີອາການຜິດປົກກະຕິ ຈາກການຊົມໃຊ້ນໍ້າຕອນ ໃຫ້ຮີບຮ້ອນໄປພົບແພດຢູ່ໂຮງໝໍ ຫຼື ສຸກສາລາໃກ້ບ້ານໂດຍດ່ວນ.

ນອກຈາກນັ້ນ, ຂະແໜງການທີ່ກ່ຽວຂ້ອງຕ້ອງສົມທົບ ກັບອຳນາດການປົກຄອງບ້ານຕິດຕາມສະພາບສັດນໍ້າໃນສາຍແມ່ນໍ້າດັ່ງກ່າວ, ຫາກມີປະກົດການໃຫ້ຮີບຮ້ອນລາຍງານພາກສ່ວນກ່ຽວຂ້ອງລົງກວດກາ ແລະ ເຮັດບົດລາຍງານໃຫ້ຂັ້ນເທິງເປັນແຕ່ລະໄລຍະ.

ອີງຕາມການບອກເລົ່າຂອງປະຊາຊົນໃນເຂດດັ່ງກ່າວໃຫ້ຮູ້ວ່າ: ຢູ່ເທິງແມ່ນໍ້າຕອນ ມີສວນກ້ວຍ ເຊິ່ງເປັນຂອງນັກລົງທຶນຕ່າງປະເທດ ທີ່ມາເຮັດກະສິກຳຢູ່ເຂດນັ້ນ ຄິດວ່າອາດຈະມີສ່ວນກ່ຽວຂ້ອງກັບການຕາຍຂອງປາຈຳນວນຫຼາຍນີ້ ຈຶ່ງແຈ້ງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຊ່ວຍເລັ່ງກວດສອບ ແລະ ຫາທາງແກ້ໄຂ ເນື່ອງຈາກວ່າບໍ່ເຄີຍເຫັນປາຕາຍເປັນຈຳນວນຫຼວງຫຼາຍແບບນີ້ມາກ່ອນ.

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ຫ້ອງວ່າການເມືອງສັງທອງ, ໜັງສືພິມເສດໂະກິດການຄ້າ

ບົດຄວາມຫຼ້າສຸດ

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...