Homeຂ່າວຕ່າງປະເທດຊິນຫົວເປີດຕົວຜູ້ປະກາດຂ່າວຫຸ່ນຍົນ "AI" ຕົວທຳອິດຂອງໂລກ

ຊິນຫົວເປີດຕົວຜູ້ປະກາດຂ່າວຫຸ່ນຍົນ “AI” ຕົວທຳອິດຂອງໂລກ

Published on

ປະເທດຈີນເປີດຕົວຜູ້ປະກາດຂ່າວ AI ຄົນທຳອິດຂອງໂລກ ໂດຍສ້າງຈາກຕົ້ນແບບຜູ້ປະກາດຂ່າວທີ່ມີຕົວຕົນຢູ່ແທ້ ສາມາດເຮັດວຽກໄດ້ 24 ຊົ່ວໂມງ ແລະ ຍັງຊ່ວຍຫຼຸດຕົ້ນທຶນໃນການນຳສະເໜີຂ່າວ.

ເມື່ອວັນທີ 8 ພະຈິກ 2018 ສຳນັກຂ່າວຊິນຫົວສື່ດັງຂອງປະເທດຈີນໄດ້ເປີດຕົວຜູ້ປະກາດຂ່າວປັນຍາປະດິດ ຫຼື AI “ຄົນ” ທຳອິດຂອງໂລກໃນງານປະຊຸມອິນເຕີເນັດໂລກ (World Internet Conference) ຄັ້ງທີ 5 ທີ່ເມືອງ ອູເຈິ້ນ ມົນທົນເຈີຈຽງ ປະເທດຈີນ. ໂດຍຜູ້ປະກາດຂ່າວຄົນນີ້ຖືກພັດທະນາຂຶ້ນພາຍໃຕ້ການຮ່ວມມືລະຫວ່າງສຳນັກຂ່າວຊິນຫົວ ກັບ Sogou.com ບໍລິສັດເສິຣເອນຈິນຂອງຈີນ ໂດຍໄດ້ນຳເອົາສຽງ ແລະ ຮູບລັກສະນະມາຈາກທ້າວ ຈາງຈ້າວ ຜູ້ປະກາດຂ່າວພາສາອັງກິດຂອງສຳນັກຂ່າວຊິນຫົວມາເປັນຕົ້ນແບບໃນການສ້າງ.

ຜູ້ປະກາດຂ່າວ AI ຄົນນີ້ສາມາດຮຽນຮູ້ຈາກການເບິ່ງວິດີໂອຖ່າຍທອດສົດຈຳນວນຫຼາຍດ້ວຍຕົວເອງ ແລະ ຍັງສາມາດອ່ານຂ່າວອອກອາກາດໄດ້ເປັນທຳະຊາດ ຄ້າຍຄືຜູ້ປະກາດຂ່າວມືອາຊີບ ດ້ານສຳນັກຂ່າວຊິນຫົວລະບຸວ່າ “ເຂົາ” ໄດ້ກາຍເປັນສະມາຊິກໃໝ່ຂອງທີມລາຍງານຂ່າວ ແລະ ສາມາດເຮັດວຽກໄດ້ຕະລອດ 24 ຊົ່ວໂມງ ໃນທຸກວຽກສື່ສັງຄົມອອນໄລນ໌ ເຊິ່ງສາມາດຫລຸດຕົ້ນທຶນການນຳສະເໜີຂ່າວ ແລະ ສາມາດພັດທະນາສັກກະຍາພາບໃນການເຮັດວຽກໄປໄດ້ພ້ອມໆກັນ.

https://www.facebook.com/XinhuaNewsAgency.th/videos/194389968154171/

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ: China Xinhua News

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...