Homeຂ່າວທ້ອງຖິ່ນຖະແຫຼງຂ່າວ ບຸນນະມັດສະການພະທາດຫຼວງ ປີນີ້

ຖະແຫຼງຂ່າວ ບຸນນະມັດສະການພະທາດຫຼວງ ປີນີ້

Published on

ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວກ່ຽວກັບງານບຸນນະມັດສະການພະທາດຫຼວງວຽງຈັນ ທີ່ຈະຈັດຂຶ້ນໃນກາງເດືອນນີ້ ລະຫວ່າງວັນທີ 16-22 ພະ­ຈິກ 2018. “ການ​ຈັດ​ງານ​ບຸນປີນີ້, ມີ​ຫຼາຍ​ກິດ­ຈະ­ກຳເປັນ­ຕົ້ນ ການ​ສະ­ເຫຼີມ­ສະ­ຫຼອງ​ບຸນ​ນະ­ມັດ­ສະ­ການ​ພະ​ທາດ­ຫຼວງ ແລະ ວາງ­ສະ­ແດງ​ສິນ­ຄ້າ​ປີ 2018 ເຊິ່ງ​ງານ​ວາງ­ສະ­ແດງ​ສິນ­ຄ້າ​ຈະ​ຈັດ​ຂຶ້ນ 2 ຈຸດ​ຄື: ຢູ່ສະ­ໜາມ​ຫຼວງ (ເດີ່ນທາດຫຼວງ) ແລະ ສູນ​ການ​ຄ້າ​ລາວ-ໄອ​ເຕັກ; ໃນນັ້ນ, ​​ສະ­ໜາມ​ຫຼວງ ອະ­ນຸ­ຍາດ​ໃຫ້​ວາງ­ສະ­ແດງ, ຈຳ­ໜ່າຍ​ສະ­ເພາະ​ສິນ­ຄ້າ​ພາຍ​ໃນ ແລະ ຜະ­ລິດ​ຕະ​ພັນ​ໂອ​ດ໋ອບ ເລີ່ມ​ແຕ່​ວັນ​ທີ 16-22 ພະ­ຈິກ; ສ່ວນ​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ຈຳ­ໜ່າຍ​ສິນ­ຄ້າ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ແຕ່​ວັນ​ທີ 16-25 ພະ­ຈິກ” ກ່າວໂດຍ ທ່ານ ສີ​ຫຸນ ສິດ­ທິ​ລື​ໄຊ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ.

ພ້ອມນັ້ນ, ທ່ານໄດ້ກ່າວອີກວ່າ: “​ປີ​ນີ້, ມີ​ຄວາມ​ແຕກ​ຕ່າງ​ກັບ​ປີ­ຜ່ານ­ມາ ໂດຍ​ເນັ້ນ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ ຮັກ­ສາ​ໄດ້​ຮີດ­ຄອງ​ປະ­ເພ­ນີ ແລະ ວັດ­ທະ­ນະ­ທຳ ໂດຍ​ສະ­ເພາະ​ບໍ­ລິ­ເວນ​ສະ­ໜາມ​ຫຼວງ ຈະເນັ້ນ​ແຕ່ວັດ­ທະ­ນະ­ທຳທີ່ເປັນເອກະລັກຂອງລາວ, ສະແດງສິ­ລະ​ປະ​ພື້ນ­ເມືອງ, ຂັບ-​ລຳ ລະ­ຄອນ​ພື້ນ­ເມືອງ, ຮ້ອງ­ເພງ ແລະ ອື່ນໆ. ນອກຈາກ​ນີ້​, ກົມ​ຮູບ­ເງົາ​ຈະ​ນຳ​ເອົາ​ຮູບ­ເງົາ​ຈີນ ແລະ ຮູບ­ເງົາ​ລາວ​ມາ​ສາຍ​ໃຫ້​ປະ­ຊາ­ຊົນ​ໄດ້​ຊົມ ເພື່ອ​ສ້າງ​ບັນ­ຍາ­ກາດ​ຟົດ­ຟື້ນ​ມ່ວນ­ຊື່ນ. ສ່ວນ​​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ​ຈະ​ມີ​ການ­ສະ­ແດງ​ຮ້ອງ­ເພງ ແລະ ການ­ສະ­ແດງ​ຂອງ​ສິ­ລະ​ປິນ​ຕ່າງ­ປະ­ເທດ​ຈຳ­ນວນ​ໜຶ່ງ”.

ສຳ­ລັບ​ຂໍ້​ຫ້າມ​ໃນ​ງານ​ບຸນ​ຄັ້ງ​ນີ້ມີຄື: ​

  • ຫ້າມ​ຂາຍ ແລະ ນຳ​ເອົາ​ຢາ​ເສບ​ຕິດ, ສິ່ງ​ມຶນ­ເມົາ, ອາ­ວຸດ​ທຸກ​ປະ­ເພດ ແລະ ສິ່ງຕ້ອງຫ້າມຕ່າງເຂົ້າມາໃນງານ, ຂອງ​ລອກ​ຮຽນ​ແບບ, ສິນ­ຄ້າ​ລາ­ມົກ​ອະ­ນາ­ຈານ ແລະ ສິນ­ຄ້າ​ຜິດ​ກົດ­ໝາຍ
  • ຫ້າມ​ດື່ມ​ສິ່ງ​ມຶນ­ເມົາ
  • ຫ້າມ​ອາ​ລະ​ວາດ​ຕີ​ກັນ
  • ຫ້າມ​ຂາຍ­ເຄື່ອງ​ຊະ­ຊາຍ, ວາງ​ສິນ­ຄ້າ​ອອກ​ມາ​ນອກ​ຮ້ານ ແລະ ຊື້​ສິນ­ຄ້າ​ເປັນ​ເງິນ­ຕາ​ຕ່າງ­ປະ­ເທດ
  • ຫ້າມ​ບຸກ­ຄົນ, ວັດ, ສຳ­ນັກ­ງານ, ອົງ­ການ​ປົກ­ຄອງ​ບ້ານ ກີດ­ຂວາງ​ການ​ຈັດ​ສັນ​ສະ­ຖານ­ທີ່­ວາງ­ສະ­ແດງ​ຂາຍ​ສິນ­ຄ້າ​ຂອງ​ຄະ­ນະ​ກຳ­ມະ­ການ​ຈັດ​ງານ.

ສຳ­ລັບ​ນັກ​ສິ­ລະ​ປະ​ຢູ່​ໃນ​ງານ​ແຕ່​ລະ​ຈຸດ ຕ້ອງ​ນຸ່ງ​ເຄື່ອງ​ສຸ­ພາບ​ຮຽບ​ຮ້ອຍ ໃຫ້​ຖືກ­ຕ້ອງ​ຕາມ​ຮີດ­ຄອງ​ປະ­ເພ­ນີ ຕໍ່ກັບຂໍ້ຫ້າມດັ່ງກ່າວຫາກໃຜ​ລະ­ເມີດ​ ຈະ​ຖືກ​ປະ­ຕິ­ບັດ​ຕາມ​ລະ­ບຽບ​ກົດ­ໝາຍ.

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: ໜັງສືພິມວຽງຈັນໃໝ່

ຮູບພາບຈາກ: dnqtravel.com

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...