spot_img
Homeຂ່າວທ້ອງຖິ່ນຢຶດສັດປ່າສະຫງວນຫວງຫ້າມບັນຊີໜື່ງໄດ້ 225 ໂຕ ໃນນັ້ນມີງູເຫຼືອມ 1 ໂຕ

ຢຶດສັດປ່າສະຫງວນຫວງຫ້າມບັນຊີໜື່ງໄດ້ 225 ໂຕ ໃນນັ້ນມີງູເຫຼືອມ 1 ໂຕ

Published on

ສັດປ່າ​ທີ່ຫວງ​ຫ້າມ​ບັນ­ຊີ​ໜຶ່ງ ໄດ້ກັບຄືນ​ສູ່​ທຳ​ມະ​ຊາດ ໃນເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍ, ເມືອງ​ທ່າ​ພະ​ບາດ ແຂວງ​ບໍ​ລິ​ຄຳ​ໄຊ ໃນວັນ​ທີ 6 ພະ­ຈິກ 2018 ສັດທີ່ນຳມາປ່ອຍຄັ້ງນີ້​ມີ​ໂຕ​ແລນ 225 ໂຕ ແລະ ງູ­ເຫຼືອມ 1 ໂຕ ໂດຍໄດ້ມາຈາກຕຳຫຼວດສິ່ງແວດລ້ອມຢືດເອົາຢູ່ເຮືອນຂອງທ້າວ ຕຸ້ຍ ບ້ານຊຳເກດ ໃນວັນ​ທີ 2 ພະ­ຈິກ 2018 ຜ່ານມາ.

ທ່ານ ຖາ­ວອນ ວົງ​ຄຳ​ອຸດ, ຮອງ​ຫົວ­ໜ້າ​ກອງ​ກວດ­ກາ​ປ່າ­ໄມ້ ນະ­ຄອນ­ຫຼວງ​ວຽງ​ຈັນ ກ່າວ​ວ່າ: “ສັດທີ່ນຳມາປ່ອຍຄັ້ງນີ້, ເປັນຂອງ​ກາງ​ທີ່​ກອງ​ກວດ­ກາ​ປ່າ­ໄມ້​ ນະຄອນ­ຫຼວງ​ວຽງ​ຈັນ ​ຮັບ​ຈາກ​ກົມ​ຕຳ­ຫຼວດ​ສິ່ງ­ແວ­ດລ້ອມ ຕາມ​ບົດ​ບັນ­ທຶກ​ມອບ-ຮັບ​ສັດ­ປ່າ​ຫວງ​ຫ້າມ​ບັນ­ຊີ​ໜຶ່ງ ຄັ້ງ​ວັນ​ທີ 2 ພະ­ຈິກ 2018 ເຊິ່ງເປັນວັນດຽວກັນທີ່ກົມ​ຕຳ­ຫຼວດ​ສິ່ງ­ແວ­ດລ້ອມ ຢຶດ​ໄດ້ຢູ່​ເຮືອນ​ຂອງ​ທ້າວ ຕຸ້ຍ ເຮືອນ​ເລກ​ທີ 249 ໜ່ວຍ 19 ບ້ານ​ຊຳ​ເກດ, ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ ລວມມີ​ສັດ­ປ່າ​ປະເພດ​ແລນ​ເປັນ 225 ໂຕ ໜັກ 923,9 ກິ​ໂລກຣາມ; ແລນ​ຕາຍ 10 ໂຕ ­ໜັກ 33 ກິ​ໂລກຣາມ; ລິ່ນ​ຕາຍ 4 ໂຕ ໜັກ 3,5 ກິ​ໂລກຮາມ; ກັບ­ແກ້​ຕາຍ 2 ຖົງ ໜັກ 2,8 ກິ​ໂລກຣາມ; ກັບ­ແກ້​ແຫ້ງ 127 ໂຕ ໜັກ 9,7 ກິ​ໂລກຣາມ; ງູ­ເຫຼືອມ 1 ໂຕ ໜັກ 75 ກິ​ໂລກຣາມ. ສ່ວນ​ສັດ​ຕາຍ​ປັດ­ຈຸ­ບັນ​, ໄດ້​ເກັບ​ຮັກ­ສາ​ໄວ້​ຕູ້​ແຊ່​ຂອງ​ກອງ​ກວດ­ກາ​ປ່າ­ໄມ້ ນະ­ຄອນ­ຫຼວງ​ວຽງ​ຈັນ ເພື່ອ​ນຳ­ໄປ​ທຳ­ລາຍ​ຖິ້ມ ສຳລັບ​ຜູ້​ກະ­ທຳ​ຜິດ​ຈະ​ດຳເນີນ​ຄະ­ດີ​ຕາມ​ລະ­ບຽບ​ກົດ­ໝາຍ ແລະ ລະ­ບຽບ​ການ”.

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...