Homeສຸຂະພາບ ແລະ ສີ່ງແວດລ້ອມຫລາກຫລາຍອາຫານເພື່ອສຸຂະພາບ ບຳລຸງດວງຕາໃຫ້ສົດໃສ

ຫລາກຫລາຍອາຫານເພື່ອສຸຂະພາບ ບຳລຸງດວງຕາໃຫ້ສົດໃສ

Published on

index

ເພາະ​ດວງ​ຕາ​ເປັນ​ອະໄວຍະວະ ​ທີ່​ມີ​ຄວາມສຳຄັນ​​ຂອງ​ຄົນ​ເຮົາ ແຕ່​ເມື່ອ​ມີ​ການ​ໃຊ້​ດົນ​ເປັນ​ເວລາ​ຍາວນານ ຫລື​ ເມື່ອ​ເຂົ້າ​ສູ່​ໄວສູງ​ອາຍຸ ກໍ​ມັກ​ຈະ​ມີ​ບັນຫາ​ອັນ​ເນື່ອງ​ມາ​ຈາກ​ສຸຂະພາບ​ຂອງ​ດວງ​ຕາ​ທີ່​ເສື່ອມ​ຖອຍ​ລົງ ນອກ​ຈາກ​ການ​ດູແລຮັກສາ​ສຸຂະພາບ​ຂອງ​ດວງ​ຕາ​ດ້ວຍ​ການ​ໃຊ້​ງານ​ຢ່າງ​ເໝາະ​ສົມ​ແລ້ວ ຍັງ​ຄວນ​ເສີມ​ດ້ວຍ​ການ​ກິນ​ອາຫານ​ທີ່​ຊ່ວຍ​ບຳ​ລຸງ ​ຫລື ​ຊ່ວຍຫ​ລຸດ​ຄວາມ​ເສື່ອມ​ຂອງ​ດວງ​ຕານໍາ​ອີກ ດັ່ງ​ນັ້ນ​ເຮົາ​ຈຶ່ງ​ຕ້ອງ​ຫາ​ສານ​ອາຫານ​ທີ່​ຊ່ວຍ​ຫລຸດ​ຄວາມ​ເສື່ອມ​ຂອງ​ດວງ​ຕາເພື່ອ​ບຳ​ລຸງ​ດວງ​ຕາ​ຂອງ​ເຮົາ​ໃຫ້ດີ
ວິ​ຕາ​ມິນເອ

ວິ​ຕາ​ມິນ​ເອ ​ກ່ຽວ​ຂ້ອງ​ກັບ​ຕານັ້ນ​ກໍ​ເປັນ​ເພາະ​ວ່າ ວິ​ຕາ​ມິນ​ເອ ​ຊ່ວຍ​ໃຫ້​ເຊລ   ​ຮັບ​ແສງ​ເຮັດວຽກ​ໄດ້ດີ ເມື່ອ​ຮ່າງກາຍ​ຂາດ​ວິ​ຕາ​ມິນ​ເອ ຈຶ່ງ​ເຮັດໃຫ້​ເກີດ​ຄວາມ​ລຳ​ບາກ​ໃນ​ການ​ເຫັນ​ເມື່ອ​ຢູ່ໃນ​ທີ່​ແສ​ງ​ ​ຫລື ​ມືດ ຄວາມ​ສາມາດ​ໃນ​ການ​ແຍກ​ສີ​ບາງ​ຊະນິດ​​ບໍ່ໄດ້ ແລະ​ ເຮັດໃຫ້​ຕາ​ຂາວ​ແຫ້ງ ແກ້ວຕາ​ເປັນ​ບາດແຜ ຫາກ​ຂາດ​ວິ​ຕາ​ມິນ​ເອ ​ຮຸນແຮງ​ຈະ​ເຮັດໃຫ້​ຕາ​ດຳ​ແຫ້ງ ເກີດ​ການ​ອັກ​ເສບ ໄປ​ຈົນ​ເຖິງ​ຂັ້ນ​ເຮັດໃຫ້​ຕາບອດ​ໄດ້

ອາຫານ​ທີ່​ເປັນ​ແຫລ່ງ​ຂອງ​ ວິ​ຕາ​ມິນ​ເອ ໄດ້​ແກ່ ເຄື່ອງ​ໃນ​ສັດ ຕັບ ໄຂ່​ແດງ ນອກ​ຈາກ​ນີ້​ຍັງມີ​ໃນ​ອາຫານ​ທີ່​ມີ ​ເບ​ຕ້າ​ແຄ​ໂລ​ທີນ ​ທີ່​ຮ່າງກາຍ​ສາມາດ​ປ່ຽນ​ເປັນ​ວິ​ຕາ​ມິນ ເອ​ໄດ້ ໄດ້​ແກ່ ຜັກ​ສີ​ຂຽວ ແລະ ​ເຫລືອງ​ສົ້ມ ເຊັ່ນ ກາລົດ ໝາກອຶ ຜັກຕໍານິນ    ບັອກ​ໂຄລີ ເປັນຕົ້ນ

ສານ​ຕ້າ​ນອານຸ​ມູນ​ອິດ​ລະ

ລູ​ທີນ​ ແລະ ​ຊີ​ແຊນ​ທີນ ​ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງ​ສຳຫລັບ​ຄົົນທີ່​ເຮັດວຽກ​ໃຊ້​ສາຍ​ຕາ​ຫລາຍ ເຊັ່ນ ຄົົນທີ່​ຕ້ອງ​ນັ່ງ​ເຮັດວຽກ​ໜ້າ​ຈໍ​ຄອມພິວເຕີ​ເປັນ​ເວລາ​ດົນໆ ໃນ​ແຕ່​ລະ​ມື້​ ຫລື​ ຕ້ອງ​ເຮັດວຽກ​ຢູ່​ກາງ​ແຈ້ງ​ທີ່​ມີ​ແສງ​ແດດ​ກ້າ ຄົົນທີ່​ຕ້ອງ​ຂັບ​ລົດ​ກາງ​ຄືນ​ເລື້ອຍໆ ທີ່​ມັກ​ຈະ​ຖືກ​ແສງ​ໄຟ​ລົດ​ທີ່​ແລ່ນ​ສວນ​ມາ​ສ່ອງ​ເຂົ້າ​ຕາ​ເລື້ອຍໆ ນອກ​ຈາກ​ນັ້ນ​ຍັງ​ພົບ​ວ່າ​ການ​ຮັບກິນລູ​ທີນ ​ແລະ ​ຊີ​ແຊນ​ທີນ​ ຈະ​ຊ່ວຍ​ຊະ​ລໍ​ ແລະ ຫ​ລຸດ​ໂອ​ກາດ​ຂອງ​ການ ເກີດ​ຕາຕໍ້ໄດ້​

ໂອ​ເມ​ກ້າ3

ເປັນ​ກົດ​ໄຂ​ມັນ​ທີ່​ເປັນ​ໂຄງ​ສ້າງ​ໄຂ​ມັນ​ສຳຄັນ​ໃນ​ສະຫມອງ ​ແລະ ​ຈໍ​ປະສາດ​ຕາ ແລະ​ ເປັນ​ກົດ​ໄຂ​ມັນ​ຈຳ​ເປັນ​ທີ່​ຮ່າງກາຍ​ບໍ່​ສາມາດ​ສ້າງ​ເອງ​ໄດ້ ຕ້ອງ​ໄດ້ຮັບ​ຈາກ​ອາ​ຫານ ຊ່ວຍ​ປ້ອງ​ກັນ​ດວງ​ຕາ​ແຫ້ງ ພົບ​ໃນ​ນ້ຳ​ມັນ​ສາລີ ນ້ຳ​ມັນ​ຖົ່ວ​ເຫລືອງ ນ້ຳ​ມັນ​ແກ່ນຕາເວັນ ນ້ຳ​ມັນ​ປາ ປາ​ທະ​ເລ ເຊັ່ນ ແຊວ​ມອນ ປາ​ທູ ປາ​ທູ​ນາ ປາ​ຄໍ່ ປາ​ດຸກ ເປັນ​ຕົ້ນ

ໂຮນ​ເກນ-ທັນ​ພືດ​ທີ່​ບໍ່​ຜ່ານ​ການ​ຂັດສີ

ໂຮນ​ເກນ ມີ​ໃຍ​ອາຫານ​ສູງ ອຸດົມ​ດ້ວຍ​ວິ​ຕາ​ມິນ​ອີ ວິ​ຕາ​ມິນ​ບີ​ລວມ ແຮ່ທາດ​ຕ່າງ ໆ ມີ​ຄ່າ​ນ້ຳ​ຕານ​ຕ່ຳ ຄື​ຈະ​ຖືກ​ຮ່າງກາຍ​ຍ່ອຍ​ ແລະ ​ດູດ​ຊຶມ​ແບບຊ້າໆ ເຮັດໃຫ້​ນ້ຳ​ຕານ​ໃນ​ເລືອດ​ຄ່ອນ​ຂ້າ​ງສະ​ໝໍ່າສະເໝີ ຈາກ​ງານ​ວິ​ໄຈ​ພົບ​ວ່າ ​ກາ​ນບໍ​ລິ​ໂພກ​ທັນຍະ​ພືດ​ທີ່​ຜ່ານ​ກະ​ບວນ​ການ​ຂັດ​ສີ​ນ້ອຍ​ເປັນ​ປະຈຳ ສາມາດ​ຊ່ວຍຫ​ລຸດ​ການ​ເກີດ​ພະຍາດ​ຈໍ​ປະສາດ​ຕາ​ເສື່ອມ​ໄດ້​ເຖິງ 8% ອາຫານ​ທີ່​ເປັນ​ແຫລ່ງ​ຂອງ​ ໂຮນ​ເກນ ເຊັ່ນ ເຂົ້າ​ກ້ອງ ເຂົ້າ​ໂອດ ເຂົ້າ​ບາເລ ແລະ ​ຊີ​ລຽນ​ໂຮນ​ເກນ

ການກິນ​ອາຫານ​ບຳ​ລຸງ​ສາຍ​ຕາ ກໍ​ຄື​ກັບ​ການ​ບຳ​ລຸງ​ປິ່ນປົວ​ສາຍ​ຕາ​ຈາກ​ພາຍ​ ໃນ ສ່ວນ​ການ​ປັບ​ພຶດຕິກຳ​ການ​ໃຊ້​ສາຍ​ຕາ​ເປັນ​ການ​ເບິ່ງແຍງ​ປ້ອງ​ກັນ​ອັນຕະລາຍ​ກັບ​ສາຍ​ຕາ​ຈາກ​ພາຍ​ນອກ ດັ່ງ​ນັ້ນ ​ຫາກ​ເຮັດ​ທັງ​ສອງ​ຢ່າງ​ໄປ​ພ້ອມ​ກັນ ກໍ​ຈະ​ຊ່ວຍ​ຖະ​ໜອມ​ແລະ ​ປິ່ນປົວ​ດວງ​ຕາ​ໃຫ້​ຢູ່​ກັບ​ເຮົາ​ໄປ​ໄດ້​ອີກ​ດົນ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...