spot_img
Homeຂ່າວຕ່າງປະເທດພົບຮອຍແຕກ ຢູ່ຂົວມິດຕະພາບ

ພົບຮອຍແຕກ ຢູ່ຂົວມິດຕະພາບ

Published on

ສຳນັກຂ່າວໄທລາຍງານວ່າ: ພົບຮອຍແຕກແຫງຊຸດໂຊມຢູ່ຂົວມິດຕະພາບແຂວງຄຳມ່ວນ (ລາວ)-ນະຄອນພະນົມ (ໄທ) ແຫ່ງທີ 3 ບໍລິເວນຝັ່ງລາວ ແລະ ຝັ່ງໄທ, ໃນວັນທີ 2 ພະຈິກ 2019. ເຈົ້າໜ້າທີ່ປະເທດໄທຊີ້ແຈ້ງວ່າ: “ບໍ່ມີຜົນກະທົບຕໍ່ໂຄງສ້າງຂອງຂົວ ແລະ ໝັ້ນໃຈວ່າຍັງຈະບໍ່ກະທົບຕໍ່ການຄົມມະນາຄົມຂົ່ນສົ່ງ”. ຮອຍດັ່ງກ່າວ, ພົບເຫັນບໍລິເວນຈຸດຮັບນ້ຳໜັກ ແລະ ຍັງມີຄວາມເສຍຫາຍຂອງແບຣິງ ຫຼື ເອີ້ນວ່າ (Main span) ເຊິ່ງມີທັງໝົດປະມານ 10 ຈຸດ ຈາກທັງໝົດປະມານ 100 ຈຸດ.

ທ່ານ ວຸທິພົນ ຄຳພູແສນ ຜູ້ອຳນວຍການແຂວງທາງຫຼວງນະຄອນພະນົມ ໄດ້ຮ່ວມກັບເຈົ້າໜ້າທີ່ ທຳການສວດສອບໃນເບື້ອງຕົ້ນ ແລະ ໄດ້ສະຫຼຸບຜົນການກວດສອບສະພາບຂອງໂຄງສ້າງຂົວ ໂດຍຢືນຢັນວ່າ: “ເປັນການຊຸດໂຊມຕາມສະພາບການກໍ່ສ້າງ ແຕ່ບໍ່ມີຜົນກະທົບໃນການຄົມມະນາຄົມຂົນສົ່ງ ແລະ ສາມາດໃຊ້ງານໄດ້ປົກກະຕິ ປັດຈຸບັນ, ໄດ້ມີການສະເໜີແຜນງົບປະມານກວ່າ 35 ລ້ານບາດ ເພື່ອນຳໃຊ້ເຂົ້າໃນການສ້ອມແປງ ເຊິ່ງຕອນນີ້ຢູ່ໃນລະຫວ່າງການຊອກຫາບໍລິສັດຜູ້ຮັບເໜົາ”.

ພ້ອມນັ້ນ, ທ່ານ ກຽງໄກ ສີສຸຣາດ ຜູ້ຈັດການດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 3 ກ່າວອີກຕື່ມວ່າ: ຂົວແຫ່ງນີ້, ກໍ່ສ້າງຂຶ້ນດ້ວຍງົບປະມານລັດຖະບານໄທ ເປັນເງິນຈຳນວນ 1.700 ລ້ານບາດ ໂດຍສຳເລັດ ແລະ ເປີດນຳໃຊ້ມາແຕ່ປີ 2011, ມີໄລະຍະທາງ 780 ແມັດ, ຄວາມຍາວລວມທັງສອງຝັ່ງປະມານ 1.400 ແມັດ ຖືເປັນເສັ້ນທາງເສດຖະກິດທີ່ສຳຄັນໃຫ້ແກ່ການຄົມມະນາຄົມຂົນສົ່ງເຊື່ອມຕໍ່ໄປລາວ, ຫວຽດນາມ ແລະ ຈີນ. ໃນແຕ່ລະມື້ມີລົດເຂົ້າ-ອອກສະເລ່ຍ 500-600 ຄັນ, ສາມາດເກັບລາຍຮັບໄດ້ປະມານ 60-65 ລ້ານບາດ/ປີ.

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: ໜັງສືພິມເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...