spot_img
Homeຂ່າວທ້ອງຖິ່ນເປີດຈຸດຊົມວີວຜານາງ ມ້ອນ ເມືອງວຽງໄຊ

ເປີດຈຸດຊົມວີວຜານາງ ມ້ອນ ເມືອງວຽງໄຊ

Published on

ວັນທີ 3 ພະຈິກ 2018, ທີ່ເມືອງໄວຽງໄຊ ແຂງຫົວພັນ ໄດ້ເປີດນຳໃຊ້ຈຸດຊົມວີວຜານາງ ມ້ອນ ຢ່າງເປັນທາງການ ຫຼັງຈາກໄດ້ດຳເນີນການກໍ່ສ້າງມາແຕ່ປີ 2017 ໂດຍສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເປັນເຈົ້າຂອງໂຄງການ ດ້ວຍມູນຄ່າການກໍ່ສ້າງທັງໝົດ 700 ລ້ານກີບ. ຈຸດຊົມວິວດັ່ງກ່າວ, ຈະເປັນອີກສະຖານທີ່ແຫ່ງໜຶ່ງທີ່ສາມາດດຶງດູດນັກທ່ອງທ່ຽວໄດ້ຫຼາຍ.

ທ່ານ ອາລຸນໄຊ ສູນນະລາດ, ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ກ່າວວ່າ: ໃນການເປີດຈຸດຊົມວີວຜານາງມ້ອນ ນີ້, ເພື່ອເປີດໃຫ້ນັກທ່ອງທ່ຽວໄດ້ຂຶ້ນຊົມວີວ ຫຼື ທີວທັດທີ່ສວຍງາມຂອງຕົວເມືອງ ວຽງໄຊ ແລະ ປີນີ້ເປັນປີທ່ອງທ່ຽວລາວ 2018 ອາດຈະກາຍເປັນອີກສະຖານທີ່ສຳຄັນແຫ່ງໜຶ່ງຂອງເມືອງ ເພື່ອດຶງດູດເອົາບັນດານັກທ່ອງທ່ຽວຈາກພາຍໃນ ແລະ ນອກ ເຂົ້າມາຫຼາຍຂຶ້ນກ່ວາເກົ່າ. ສຳລັບທຶນໃນການກໍ່ສ້າງແມ່ນໄດ້ມາຈາກການລະດົມທຶນນຳຊາວໜຸ່ມລາວ ແລະ ຫວຽດນາມ ເຊິ່ງການກໍ່ສ້າງມີຄ່າຫຼາຍກ່ວາ 700 ລ້ານກີບ, ໃນນັ້ນໄດ້ສ້າງເສັ້ນທາງ ຫຼື ຂັ້ນໃດຂຶ້ນຜານາງ ມ້ອນ ແລະ ສ້າງສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອສະດວກໃນການທ່າຽວຊົມວີວຢູ່ຜາດັ່ງກ່າວ.

ກ່ອນຈະເປີດພິທີນຳໃຊ້ຈຸດຊົມວີວຜານາງ ມ້ອນ, ທາງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ຈັດພິທີເປີດຖໍ້າຄະນະຊາວໝຸ່ມ ປະຊາຊົນປະຕິວັດລາວ ຢ່າງເປັນທາງການ ພາຍຫລັງທີ່ບູລະນະສຳເລັດ. ຖ້ຳດັ່ງກ່ວ, ເຄີຍເປັນບ່ອນເຮັດວຽກຂອງຄະນະຊາວໜຸ່ມ ລາວ ໃນສະໄໝຕໍ່ສູ້ກູ້ຊາດຕ້ານການຮຸກຮານຂອງພວກຈັກກະພັດລ່າເມື່ອງຂຶ້ນແບບເກົ່າ ແລະ ໃໝ່.

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: Lao-National-Radio

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...