spot_img
Homeຂ່າວທ້ອງຖິ່ນພົບສານພິດໃນພືດຜັກ-ໝາກໄມ້ 26 ລາຍການ ຢູ່ເຊກອງ

ພົບສານພິດໃນພືດຜັກ-ໝາກໄມ້ 26 ລາຍການ ຢູ່ເຊກອງ

Published on

ກວດພົບສານຜິດທີ່ຕົກຄ້າງໃນພືດຜັກ-ໝາກໄມ້ຈຳນວນ 26 ລາຍການ ຈາກການເກັບຕົວຢ່າງທັງໝົດ 48 ຕົວຢ່າງໃນຕະຫຼາດ ແລະ ສວນຂອງປະຊາຊົນ ເມືອງທ່າແຕງ, ແຂວງເຊກອງ ໃນວັນທີ 1 ພະຈິກ 2018.

ທ່ານ ສົມຫວັງ ຂຳມະວົງ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ ພ້ອມດ້ວຍວິຊາການຈາກສູນປ້ອງກັນພືດ (ກົມປູກຝັງ) ກະຊວງກະສິກຳ ແລະ ປ່າໄມ້ ໄດ້ລົງກວດກາຫາສານພິດຄົງຄ້າງໃນພືດຜັກ ແລະ ໝາກໄມ້ຂອງພໍ່ຄ້າ-ແມ່ຄ້າໃນພື້ນທີ່ຕະຫຼາດ ແລະ ສວນຜະລິດພືດຜັກຂອງປະຊາຊົນຢູ່ ເມືອງທ່າແຕງ ແຂວງເຊກອງ. ການລົງກວດກາຄັ້ງນີ້, ພາກສ່ວນວິຊາສະເພາະໄດ້ສຸ່ມໃສ່ເກັບຕົວຢ່າງພືດຜັກ ລວມທັງໝົດ 48 ຕົວຢ່າງ, ໃນນັ້ນປະເພດຜັກປະກອບມີ: ຜັກບົ່ວ (ຫົວໃຫຍ່-ນ້ອຍ), ຜັກກາດຂາວ, ໝາກເລັ່ນ, ຜັກກາດຊອມ, ໝາກຖົ່ວຍາວ, ຫອມປ້ອມ, ຜັກສະເວີ່, ຜັກກາດຍໍ່, ກະລຳປີ, ຫົວຜັກກາດຂາວ; ປະເພດໝາກໄມ້ມີ: ໝາກມ່ວງ, ໝາກໂມ, ໝາກກ້ຽງ, ໝາກມັງກອນ, ໝາກແອັບເປີ້ນນ້ອຍ, ອາງຸ່ນ, ແຄນຕາລຸບ, ເຊີລີ້, ໝາກກ້ຽງນ້ອຍ ແລະ ອື່ນໆ.

ໂດຍພົບສານພິດ ອໍກາໂນຟົດສ์ແຟດສ์ ແລະ ຄາບາເມດ ຢູ່ໃນພືດຜັກ ແລະ ໝາກໄມ້ ເຊິ່ງເປັນສານຕົກຄ້າງໃນເວລາສີດຢາປາບສັດຕູພືດ ແລະ ແມງໄມ້ຊະນິດຕ່າງໆ. ຜ່ານການກວດກາຕົວຈິງໄດ້ພົບເຫັນສານປົນເປື້ອນເຫຼົ່ານີ້ຢູ່ໃນພືດຜັກທີ່ບໍ່ປອດໄພ ແລະ ມີຫຼາຍເກີນຂະໜາດ 26 ລາຍການ, ມີໜ້ອຍ 8 ລາຍການ ແລະ ບໍ່ມີສານຕົກຄ້າງ 14 ລາຍການ.

“ພືດຜັກ ແລະ ໝາກໄມ້ທຸກຊະນິດ ກ່ອນທີ່ຈະຮັບປະທານນັ້ນ ຕ້ອງແຊ່ນ້ຳເກືອ ແລະ ລ້າງນ້ຳໃຫ້ສະອາດ ໂດຍເວລາລ້າງກໍຕ້ອງລ້າງດ້ວຍນ້ຳໄຫຼ ຫຼື ເວລາປຸງແຕ່ງອາຫານເປັນອາຫານສຸກດີ ຈຶ່ງນຳມາຮັບປະທານ ເພື່ອຄວາມປອດໄພ”  ທ່່ານ ນາງ ທິບພະວັນ ສິລິປັນໂຍ, ຫົວໜ້າໜ່ວຍງານວິໄຈຢາປາບສັດຕູພືດ (ສູນປ້ອງກັນພືດ) ກະຊວງກະສິກຳ ແລະ ປ່າໄມ້ ກ່າວ.

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...