spot_img
Homeຂ່າວທ້ອງຖິ່ນການເສີມຕໍ່ເທີບ-ເງີບຕາມແຄມທາງ ຍັງພົບເຫັນເພີ່ມຂຶ້ນ

ການເສີມຕໍ່ເທີບ-ເງີບຕາມແຄມທາງ ຍັງພົບເຫັນເພີ່ມຂຶ້ນ

Published on

ການປຸກສ້າງອາຄານບ້ານເຮືອນຂອງພໍ່ແມ່ປະຊາຊົນ ຫຼື ຮ້ານຄ້າຂອງຊາວຄ້າຂາຍ, ບັນດາຫົວໜ່ວຍທຸລະກິດຢູ່ຕາມແຄມທາງຕ່າງໆ ທົ່ວປະເທດ ເວົ້າລວມເວົ້າສະເພາະໃນນະຄອນຫຼວງວຽງຈັນ ເກືອບທຸກເສັ້ນທາງ ທີ່ມີການປຸກສ້າງບ້ານເຮືອນ, ຮ້ານຂາຍເຄື່ອງ ຈະເຫັນມີການເສີມຕໍ່ເທີບເງີບອອກມາກວມເອົາເສັ້ນທາງ ເຊີ່ງຖືວ່າຜິດ. ອີງຕາມກົດໝາຍໜວດທີ 2, ມາດຕາທີ 25 ວ່າດ້ວຍການປຸກສ້າງທີ່ລວງລ້ຳຂອບເຂດການສັນຈອນ, ສະບັບເລກທີ 188/ນຍ, ລົງວັນທີ 3 ກໍລະກົດ 2007.

ຈາກບັນຫາດັ່ງກ່າວ, ວັນທີ 1 ຕຸລາ 2018 ຜ່ານມາໄດ້ມີຂ່າວອອກມາວ່າ: “ເມືອງໄຊເສດຖາ ນະຄອນຫຼວງ ເລັ່ງມ້າງເທີບ-ເງີບຕາມເສັ້ນທາງໄລະຍທີ2 ຈຳນວນ 1,361 ຈຸດ ໃຫ້ສຳເລັດໃນເດືອນພະຈິກ 2018 ໃນນັ້ນມີປ້າຍ, ເທີບ-ເງີບ, ກຳແພງ ແລະ ອື່ນໆ ແຕ່ກ່ອນຈະເຮັດໄດ້ນັ້ນ ມີການແຈ້ງບອກລ່ວງໜ້າໃຫ້ຫຍັບຍ້າຍຈາກຂອບທາງເຂົ້າໄປ 6,​5 ແມັດ ແລະ ກຳນົດເວລາໃຫ້ 15 ວັນໃຫ້ເຮັດເອງ ແຕ່ເວລາຜ່ານໄປປະຊາຊົນບໍ່ປະຕິບັດຕາມ. ດັ່ງນັ້ນ, ຄະນະກຳມະການຈາກຫຼາຍພາກສ່ວນ ຈຶ່ງໄດ້ລົງນຳພາປະຊາຊົນຈັດຕັ້ງປະຕິດປັດທັບມ້າງເອງ”.

ພາຍຫຼັງສຳເລັດການມ້າງ ສັງເກດເຫັນວ່າຂອບເຂດດັ່ງກ່າວສະຫວາດສະເຫວີຍ, ລົດບໍ່ແອອັດ, ປະຊາຊົນສາມາດຢ່າງໄປມາເທິງຟຸດບາດໄດ້ສະດວກ ແລະ ອີກຢ່າງຍັງເຮັດໃຫ້ເຈົ້າຂອງສະຖານທີ່ມີເດີ່ນບ້ານກວ້າງຮອງຮັບພາຫະນະຂອງລູກຄ້າ ຫຼື ແຂກທີ່ມາຢ້ຽມຢາມ ພ້ອມທັງເປັນການຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເນື່ອງຈາກປະຊາຊົນໄດ້ເຫັນເຖິງຄວາມສຳຄັນ ແລະ ເພີ່ມຄວາມເອົາໃຈໃສ່ປະຕິບັດກົດໝາຍທີ່ລັດວາງອອກ.

ເຖິງຢ່າງໃດກໍຕາມ, ບັນຫາການມ້າງເທີບຕາມສາຍທາງຕ່າງໆ ໃນນະຄອນຫຼວງວຽງຈັນ ຍັງບໍ່ສາມາດແກ້ໄຂໄດ້ໝົດ. ບັນດາເຈົ້າຂອງສະຖານທີ່ປຸກສ້າງຂຶ້ນໃໝ່ ຫຼື ເກົ່າຍັງສືບຕໍ່ສ້າງເທີບອອກຕິດກັບເສັ້ນທາງ ເຮັດໃຫ້ເກີດບັນຫາລົດຕິດແອອັດ ເນື່ອງຈາກມີລູກຄ້າຂອງສະຖານທີ່ດັ່ງກ່າວໃຊ້ຖະໜົນເປັນບ່ອນຈອດລົດ  ຍິ່ງໄປກວ່ານັ້ນ, ຍັງມີເຫດການເກີດອຸບັດຕິເຫດລົດຕຳກຳແພງ, ຕຳຮ້ານ-ເຮືອນຕ່າງໆ ສິ່ງເຫຼົ່ານີ້ມັກປາກົດເຫັນຕາມຂ່າວທີ່ເຜີຍແຜ່ອອກມາ ເນື່ອງຈາກ, ເຈົ້າຂອງສະຖານທີ່ບາງສ່ວນຍັງຂາດຄວາມເອົາໃຈໃສ່ໃນການປະຕິບັດກົດລະບຽບຂອງກົດໝາຍ.

ຕໍ່ກັບບຸກຄົນ ຫຼື ພາກສ່ວນທີ່ເສີມເທີບ-ເງີບ ຫຼື ຂະຫpາຍພື້ນທີ່ອອກມາແຄມທາງຕ້ອງໄດ້ຖືກປັບໃໝ. ອີງຕາມດຳລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ວ່າດ້ວຍການປັບໃໝ ແລະ  ມາດຕາການຕ່າງໆ ຕໍ່ຜູ້ລະເມີດກົດໝາຍກ່ຽວກັບການຈະລາຈອນທາງບົກ, ການຂົນສົ່ງ ແລະ ການປົກປັກຮັກສາທາງຫຼວງ ສະບັບເລກທີ 188/ນຍ, ລົງວັນທີ 3 ກໍລະກົດ 2007 ໜວດທີ 2 ວ່າດ້ວຍອັດຕາປັບໃໝສຳລັບການລະເມີດລະບຽບການຂັບຂີ່ ແລະ ການສັນຈອນ, ມາດຕາທີ 25 ວ່າດ້ວຍການປຸກສ້າງທີ່ລ່ວງລ້ຳຂອບເຂດການສັນຈອນວ່າ: “ຖ້າບຸກຄົນໃດຫາກໄດ້ປຸກສ້າງອາຄານຕໍ່ເທີບ, ປຸກຕູບ ຫຼື ປຸກສ້າງສິ່ງອື່ນໆໃນທາງຄົນຍ່າງ ເຊິ່ງກວມເອົາຂອບເຂດທາງຄົນຍ່າງ ຫຼື ເສັ້ນທາງການສັນຈອນແບບຖາວອນ ຫຼື ຊົ່ວຄາວ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ຈະຖືກປັບໃໝ 300.000 ກີບ ພ້ອມທັງໃຫ້ຍົກຍ້າຍອອກພາຍໃນ 24 ຊົ່ວໂມງ ຖ້າກາຍກຳນົດດັ່ງກ່າວ ເຈົ້າໜ້າທີ່ຈະປັບໃໝເພີ່ມຊົ່ວໂມງລະ 10.000 ກີບ”.

 

 

 

 

 

 

 

ຂຽນໂດຍ: ໃບບົວ ຈັນທະລັງສີ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...