spot_img
Homeຂ່າວທ້ອງຖິ່ນປກສ ເມືອງຕົ້ນເຜິ້ງ ຍຶດຢາບ້າໄດ້ 4 ລ້ານກວ່າເມັດ

ປກສ ເມືອງຕົ້ນເຜິ້ງ ຍຶດຢາບ້າໄດ້ 4 ລ້ານກວ່າເມັດ

Published on

ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ບຸກຈັບກຸ່ມຜູ້ຖືກສົງໄສ ເປັນຊາຍປະມານ 7-8 ຄົນ ຂະນະທີ່ກຳລັງຂົນເປົ໋າເຄື່ອງອອກຈາກເຮືອໃສ່ທ້າຍກະບະລົດວີໂກ ສີຂາວ ໝາຍເລກທະບຽນ ກຈ 2511 ກຳແພງນະຄອນ ເຊິ່ງພົບເຫັນເປົ໋າຢາບ້າຈຳນວນ ທັງໝົດ 38 ເປົ໋າ ແລະ ອີກ 5 ເປົ໋າຊຸກເຊື່ອງໄວ້ໃນປ່າອ້ອມຂ້າງ; ລວມມີຢາບ້າເປົາລະ 50 ມັດ ລວມທັງໝົດມີ 2.150 ມັດ ຫຼື 4.300.000 ເມັດ ແຕ່ກຸ່ມຜູ້ຖືກສົງໄສໄຫວຕົວທັນ ຫຼົບໜີເຂົ້າປ່າ. ປັດຈຸບັນ, ເຈົ້າໜ້າທີ່ກຳລັງສືບຫາຈັບຕົວມາດຳເນີນຄະດີ.

ຜ່ານການກວດກາຂອງເຈົ້າໜ້າທີ່ ໃນເບື້ອງຕົ້ນໃຫ້ຮູ້ວ່າ: ວັນທີ 29 ຕຸລາ 2018, ເຈົ້າໜ້າທີ່ ປກສ ກຸ່ມບ້ານໃຫຍ່ສີເມືອງງາມ ໄດ້ສົມທົບກັບທະຫານ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຂົ້າໄປກວດກາລົດວີໂກທີ່ແລ່ນເຂົ້າໄປຈອດຢູ່ແຄມທາງຂອງເຂດເໜືອ ບ້ານໃຫຍ່ສີເມືອງງາມ ເມືອງຕົ້ນເຜິ້ງ ທີ່ມີທ່າທີມີພິລຸດ. ພາຍຫຼັງເຂົ້າໄປກວດຈຸດດັ່ງກ່າວ, ພົບເຫັນກຸ່ມຜູ້ຖືກສົງໄສເປັນຊາຍປະມານ 7-8 ຄົນ ກຳລັງຂົນເປົາເຄື່ອງອອກຈາກເຮືອໃສ່ທ້າຍກະບະລົດວິໂກສີຂາວ ໝາຍເລກທະບຽນ ກຈ 2511 ກຳແພງນະຄອນ ເມື່ອກຸ່ມຜູ້ຖືກສົງໄສເຫັນເຈົ້າໜ້າທີ່ ກໍພາກັນແລ່ນຫຼົບໜີເຂົ້າປ່າແຄມຂອງ ທາງເຈົ້າໜ້າທີ່ຈິ່ງໄດ້ເຂົ້າໄປກວດກາ ແລະ ພົບເຫັນເປົາຢາບ້າຈຳນວນ 38 ເປົາ.

ຈາກນັ້ນ, ເຈົ້າໜ້າທີ່ ປກສ ກຸ່ມບ້ານໃຫຍ່ສີເມືອງງາມ ໄດ້ລາຍງານໃຫ້ທາງ ປກສ ເມືອງຕົ້ນເຜິ້ງ ຮັບຊາບ ແລະ ໄດ້ແຕ່ງຕັ້ງເຈົ້າໜ້າທີ່ລົງມາສົມທົບ ກວດກາສະຖານທີ່ເກີດເຫດ ແລະ ຂອບເຂດບໍລິເວນປ່າອ້ອມຂ້າງ ພົບເຫັນເປົາຢາບ້າເຊື່ອງໄວ້ໃນປ່າອີກ 5 ເປົາ. ປັດຈຸບັນ, ເຈົ້າໜ້າທີ່ໄດ້ຍຶດຢາບ້າຈຳນວນດັ່ງກ່າວ ພ້ອມດ້ວຍລົດກະບະວີໂກ ແລະ ເຮືອອີກໜຶ່ງລຳໄວ້ເປັນຫຼັກຖານ, ສ່ວນຜູ້ຖືກຫາທີ່ກຳລັງເອົາຕົວຫຼົບໜີນັ້ນ ເຈົ້າໜ້າທີ່ກຳລັງຕິດຕາມນຳຈັບຕົວມາດຳເນີນຄະດີຕາມກົດໝາຍ.

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ຮູບພາບຈາກ: nowmynews.blogspot.com

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...