Homeຂ່າວພາຍ​ໃນເສດຖະກິດຂອງປະເທດຂະຫຍາຍຕົວຫຼຸດລົງ! ສົ່ງຜົນກະທົບຕໍ່ແຜນລາຍຮັບ-ລາຍຈ່າຍງົບປະມານລັດ

ເສດຖະກິດຂອງປະເທດຂະຫຍາຍຕົວຫຼຸດລົງ! ສົ່ງຜົນກະທົບຕໍ່ແຜນລາຍຮັບ-ລາຍຈ່າຍງົບປະມານລັດ

Published on

ຕໍ່ສະພາບການເຕີບໂຕທາງດ້ານເສດຖະກິດຂອງປະເທດປີນີ້ຂະຫຍາຍຕົວຊ້າ ໃນກອງປະຊຸມສົນທະນາທິດທາງເສດຖະກິດຂອງ ສປປ ລາວ ໃນຫົວຂໍ້ກ່ຽວກັບບົດບາດຂອງທຸລະກິດເລີ່ມໃໝ່ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ຈັດຂຶ້ນໃນວັນທີ 30 ຕຸລາ 2018ທີ່ຜ່ານມາ ໂດຍການເປັນປະທານຂອງທ່ານ ບົວສອນ ບຸບຜາວັນ ປະທານສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ຄສຄຊ) ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບົວສອນ ບຸບຜາວັນ ໄດ້ກ່າວວ່າ ຈາກການຕິດຕາມ ແລະ ວິເຄາະຂອງ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ຄສຄຊ) ເຫັນວ່າທິດທາງເສດຖະກິດຂອງປະເທດໃນຊຸມປີຜ່ານມາ ຖືວ່າເປັນປະເທດໜຶ່ງໃນພາກພື້ນອາຊຽນທີ່ມີຈັງຫວະການຂະຫຍາຍຕົວທາງເສດຖະກິດໄວ, ລາຍໄດ້ສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນຢ່າງຕໍ່ເນື່ອງ. ແຕ່ສຳລັບປີ 2018 ນີ້ ປະເທດເຮົາໄດ້ປະສົບກັບຄວາມຫຍຸ້ງຍາກທາງດ້ານການເງິນ – ງົບປະມານ, ຊ້ຳພັດຖືກໄພນ້ຳຖ້ວມເກືອບທຸກແຂວງ ອັນໄດ້ສ້າງຜົນກະທົບຕໍ່ການຜະລິດກະສິກຳ ແລະ ຊີວິດການເປັນຢູ່ຂອງຊາວກະສິກອນ.

  • ຄາດຄະເນການຜະລິດກະສິກຳ ແລະ ປ່າໄມ້ໃນປີ 2018 ຈະມີການເຕີບໂຕແຕ່ 2,5% ເຊິ່ງຫຼຸດຈາກປີ 2017 ທີ່ມີການເຕີບໂຕ 2,9% ແລະ ມະຕິສະພາ 2,8%;
  • ການຜະລິດອຸດສາຫະກຳໃນຂະແໜງໄຟຟ້າ, ບໍ່ແຮ່ມີການຂະຫຍາຍຕົວ 7,7% ເຊິ່ງຫຼຸດລົງຈາກປີ 2017 ທີ່ມີການຂະຫຍາຍຕົວ 11,6% ແບະ ມະຕິສະພາ 9,1%;
  • ຂະແໜງບໍລິການມີການຂະຫຍາຍຕົວ 7,6% ເພີ່ມຂຶ້ນກວ່າປີ 2017 ທີ່ມີຫຍາຍຕົວພຽງ 4,4% ແລະ ມະຕິສະພາ 6,4%.

ໂດຍລວມແລ້ວອັດຕາການເພີ່ມຂອງ GDP ຄາດວ່າຈະບັນລຸໄດ້ແຕ່ 6,5% ເທົ່ານັ້ນ, ລາຍໄດ້ສະເລ່ຍຕໍ່ຫົວຄົນໄດ້ 2.599 ໂດລາ (ມະຕິສະພາ 2.536ໂດລາ), GNI ເທົ່າກັບ 2.209 ໂດລາ (ມະຕິສະພາ 2.004ໂດລາ) ຍ້ອນການເຕີບໂຕຫຼຸດລົງ ຈິ່ງມີຜົນກະທົບຕໍ່ການປະຕິບັດແຜນລາຍຮັບ ແລະ ລາຍຈ່າຍງົບປະມານ ກໍ່ຄືການປະຕິບັດແຜນການລົງທຶນຂອງລັດ, ການຊຳລະໜີ້ສິນ ແລະ ອື່ນໆ.

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...