spot_img
Homeຂ່າວທ້ອງຖິ່ນປັບລາຄາລົດເມຂຽວໃນ 3 ສາຍທາງ ເລີ່ມ 5 ພະຈິກນີ້

ປັບລາຄາລົດເມຂຽວໃນ 3 ສາຍທາງ ເລີ່ມ 5 ພະຈິກນີ້

Published on

ລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ ປັບລະບົບການນຳໃຊ້ບັດ ແລະ ຂຶ້ນລາຄາບັດລົດເມນະໂຍບາຍຄືນໃໝ່ສະເພາະ 3 ສາຍທາງ ໂດຍແຈ້ງໃຫ້ນັກຮຽນ-ນັກສຶກສາຜູ້ທີ່ໃຊ້ບັດລົດເມນະໂຍບາຍ ດ້ວຍລະບົບໄອທີຊີ (ITC) ຮັບຊາບ ແລະ ເລີ່ມແຕ່ວັນທີ 05/11/2018 ເປັນຕົ້ນໄປ.

ວັນທີ 29 ຕຸລາ 2018, ລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ ແຈ້ງໃຫ້ ຊາບວ່າ: ຈະໄດ້ປັບລະບົບການນຳໃຊ້ບັດໃຫ້ນຳໃຊ້ໄດ້ເປັນບາງສາຍທາງ ແລະ ປັບລາຄາຂອງບັດລົດເມນະໂຍບາຍຄືນໃໝ່ ເພື່ອໃຫ້ມີຄວາມເໝາະສົມຈາກລາຄາເກົ່າໃນເມື່ອກ່ອນ ໂດຍເລີ່ມປະຕິບັດແຕ່ວັນທີ 05/11/2018 ເປັນຕົ້ນໄປ ແລະ ມີສາຍທາງທີ່ສາມາດລົງທະບຽນນຳໃຊ້ບັດໄດ້ມີດັ່ງນີ້:

  • ທ່າງ່ອນ: ຈາກລາຄາເກົ່າ 400.000 ກີບ/6 ເດືອນ ແລະ 700.000 ກີບ/1 ປີ ຂຶ້ນເປັນ 800.000 ກີບ/6 ເດືອນ ແລະ 1.500.000 ກີບ/1 ປີ
  • ດົງໂດກ: ຈາກລາຄາເກົ່າ 350.000 ກີບ/6 ເດືອນ ແລະ 600.000 ກີບ/1 ປີ ຂຶ້ນເປັນ 500.000 ກີບ/6 ເດືອນ ແລະ 800.000 ກີບ/1 ປີ
  • ໂພນຕ້ອງ-ດົງໂດກ: ຈາກລາຄາເກົ່າ 350.000 ກີບ/6 ເດືອນ ແລະ 600.000 ກີບ/1 ປີ ຂຶ້ນເປັນ 500.000 ກີບ/6 ເດືອນ ແລະ 800.000 ກີບ/1 ປີ

ລາຄາດັ່ງກ່າວ, ສາມາດລົງທະບຽນນຳໃຊ້ໄດ້ສະເພາະສາຍທາງລົດເມແລ່ນຢູ່ພາຍໃນຕົວເມືອງ 3 ສາຍທາງເທົ່ານັ້ນ ນອກຈາກສາຍທາງດັ່ງກ່າວ, ຈະບໍ່ໄດ້ຮັບລົງທະບຽນນຳໃຊ້ບັດລົດເມໃໝ່. ສ່ວນບັດລົດເມທີ່ໄດ້ລົງທະບຽນນຳໃຊ້ແລ້ວໃນຊ່ວງໄລຍະປີ 2018 ຫາ ປີ 2019 ສາມາດນຳໃຊ້ຂີ່ລົດເມໄດ້ຈົນກວ່າຈະໜົດອາຍຸຂອງບັດໃນປີ 2019.

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ

ຮູບພາບຈາກ: vtetoday.la

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...