spot_img
Homeຂ່າວທ້ອງຖິ່ນເກີດເຫດອ່າງເກັບນ້ຳສວນກ້ວຍແຕກ ມີຜູ້ເສຍຊີວິດ 4 ຄົນ ບາດເຈັບ 6 ຄົນ

ເກີດເຫດອ່າງເກັບນ້ຳສວນກ້ວຍແຕກ ມີຜູ້ເສຍຊີວິດ 4 ຄົນ ບາດເຈັບ 6 ຄົນ

Published on

ເວລາ 17.30 ຂອງວັນທີ 27 ຕຸລາ 2018 ເກີດເຫດການອ່າງເກັບນ້ຳສວນປູກກ້ວຍແຕກທັງ 4 ດ້ານ ຢູ່ເມືອງນານ ແຂວງຫລວງພະບາງ ຍ້ອນອ່າງບໍ່ໄດ້ຮັບມາດຕະຖານ ແລະ ບໍ່ມີເຫຼັກ ມີຜູ້ເສຍຊີວິດ 4 ຄົນ ໃນນັ້ນເປັນເດັກນ້ອຍ 3 ຄົນ ແລະ ບາດເຈັບ 6 ຄົນ. ອ່າງດັ່ງກ່າວ ຫາກໍສ້າງໄດ້ພຽງແຕ່ 4 ວັນເທົ່ານັ້ນ ເຊິ່ງເປັນຂອງບໍລິສັດ ເຄພີ ແລະ ໄດ້ໃຫ້ການຊ່ວຍເຫຼືອໃນເບື້ອງຕົ້ນ 27 ລ້ານກີບ.

ຜູ້ສື່ຂ່າວໜັງສືພິມຫຼວງພະບາງໃໝ່ ໄດ້ລົງພື້ນທີ່ ແລະ ສຳພາດ ທ່ານ ພັນຕີ ບຸນ ສຸລິສັກ, ຫົວໜ້າ ປກສ ກຸ່ມສີວິໄລ ໃຫ້ຮູ້ວ່າ: ໃນວັນທີ 27 ຕຸລາ 2018 ເວລາປະມານ 17 ໂມງ 30 ນາທີ ຢູ່ທີ່ ເມືອງນານ ແຂວງຫລວງພະບາງ ໄດ້ເກີດເຫດການອ່າງເກັບນ້ຳສວນປູກກ້ວຍ ແຕກທັບຮ່າງກາຍກຳມະກອນສວນກ້ວຍ ແລະ ເດັກນ້ອຍຜູ້ທີ່ມາຊົມໃຊ້ນ້ຳ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 4 ຄົນ ໃນນັ້ນເປັນເດັກນ້ອຍ 3 ຄົນ ແລະ ບາດເຈັບ 6 ຄົນ. ອ່າງເກັບນ້ຳດັ່ງກ່າວ, ເປັນຂອງບໍລິສັດ ເຄພີ ຜູ້ສຳປະທານເນື້ອທີ່ດິນປູກກ້ວຍຢູ່ເຂດທົ່ງພຽງວິໄລ ເມືອງນານ ແຂວງຫລວງພະບາງ ເພື່ອນຳໃຊ້ກັກເກັບນ້ຳໄວ້ໃຫ້ກຳມະກອນສວນກ້ວຍໄດ້ອາບຊຳລະລ້າງຮ່າງກາຍ. ອ້າງກັບນ້ຳດັ່ງກ່າວ, ມີຄວາມຍາວ 5 ແມັດ, ກວ້າງ 3 ແມັດ ແລະ ສູງ 2 ແມັດ ກໍດ້ວຍດິນຈີ່ເປັນຮູບ 4 ຫຼ່ຽມ ແລະ ບໍ່ມີເຫຼັກເສີມ ເຊິ່ງຫາກໍ່ສ້າງໄດ້ພຽງ 4 ວັນ ແລ້ວກໍເກີດເຫດການອ່າງເກັບນ້ຳແຕກ ຍ້ອນການກໍ່ສ້າງບໍ່ໄດ້ມາດຕະຖານ ແລະ ບໍ່ໄດ້ເສີມເຫຼັກ. ເນື້ອທີ່ຂອງສວນກ້ວຍທັງໜົດ 100 ເຮັກຕາ, ສຳລັບການສູນເສຍ ແລະ ຄວາມເສຍຫາຍທີ່ເກີດຂຶ້ນບໍລິສັດ ເຄພີ ເປັນຜູ້ຮັບຜິດຊອບທັງໝົດ ໂດຍໄດ້ໃຫ້ການຊ່ວຍເຫຼືອໃນເບື້ອງຕົ້ນ 27 ລ້ານກີບ.

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: ຂ່າວສານຫຼວງພະບາງ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...