spot_img
Homeຂ່າວທ້ອງຖິ່ນບໍລິສັດເບຍລາວ ແຈ້ງຂຶ້ນລາຄາເບຍເລີ່ມມື້ນີ້ເປັນຕົ້ນໄປ

ບໍລິສັດເບຍລາວ ແຈ້ງຂຶ້ນລາຄາເບຍເລີ່ມມື້ນີ້ເປັນຕົ້ນໄປ

Published on

ບໍລິສັດເບຍລາວ ອອກແຈ້ງການໃນວັນທີ 29 ຕຸລາ 2018, ເລກທີ 2713/ບລ; ເຖິງບັນດາລູກຄ້າ ແລະ ຕົວແທນຈຳໜ່າຍເບຍລາວທົ່ວປະເທດ ກ່ຽວກັບການປັບປຸງລາຄາຂາຍຜະລິດຕະພັນສິນຄ້າຂອງບໍລິສັດເບຍລາວ ເພື່ອເຮັດໃຫ້ການດຳເນີນທຸລະກິດຂອງບໍລິສັດມີສະພາບຄ່ອງ, ສາມາດແຂ່ງຂັນໃນຕະຫຼາດ ແຈ້ງການດັ່ງກ່າວ, ເລີ່ມປະຕິບັດແຕ່ວັນທີ 30 ຕູລາ 2018 ເປັນຕົ້ນໄປ.

ເນື່ອງຈາກອັດຕາເງິນເຟີ້ ແລະ ລາຄາຜະລິດຕົ້ນທຶນການຜະລິດໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ບໍລິສັດເບຍລາວຈຶ່ງໄດ້ອອກແຈ້ງການກຳນົດລາຄາຂາຍຍົກໃໝ່ ເຊິ່ງການກຳນົດລາຄາເບຍດັ່ງກ່າວ, ໃຫ້ລູກຄ້າ ແລະ ຕົວແທນບໍລິສັດເບຍລາວທຸກຄົນ ຕ້ອງປະຕິບັດຕາມລາຄາທີ່ໄດ້ກຳນົດຢ່າງເຂັ້ມງວດ ເພື່ອຮັບປະກັນບໍ່ໃຫ້ມີຜົນສະທ້ອນຕໍ່ລູກຄ້າ ແລະ ຜູ້ບໍລິໂພກໃນຕະຫຼາດ.

  • ເບຍລາວແກ້ວໃຫຍ່ 640 ml ລາຄາເກົ່າ 90.000 ກີບ/ລັງ ປັບເປັນ 93.000 ກີບ/ລັງ, ລາຄາລວມລັງ 108.000 ກີບຕໍ່ລັງ.
  • ເບຍລາວແກ້ວໃຫຍ່ 640 ml ລາຄາເກົ່າ 94.000 ກີບ/ແກັດ ເປັນ 97.000 ກີບ/ແກັດ, ລາຄາລວມແກັດ 103.000 ກີບ/ແກັດ.
  • ເບຍລາວແກ້ວນ້ອຍ 330 ml ລາຄາເກົ່າ 105.000 ກີບ/ແກັດ ເປັນ 115.000 ກີບ/ແກັດ, ລາຄາລວມແກັດ 125.000 ກີບ/ແກັດ.
  • ເບຍດຳແກ້ວນ້ອຍ 330 ml ລາຄາເກົ່າ 135.000 ກີບ/ແກັດ ເປັນ 145.000 ກີບ/ແກັດ, ລາຄາລວມແກັດ 155.000 ກີບ/ແກັດ.
  • ເບຍລ້ານຊ້າງແກ້ວໃຫຍ່ 640 ml ລາຄາເກົ່າ 55.000 ກີບ/ລັງ ເປັນ 60.000 ກີບ/ລັງ, ລາຄາລວມລັງ 75.000 ກີບ/ລັງ.
  • ເບຍສົດ-ເບຍລາວ ລາຄາເກົ່າ 11.000 ກີບຕໍ່ລິດ ເປັນ 11.500 ກີບຕໍ່ລິດ.

ລາຍລະອຽດສາມາດເບິ່ງໄດ້ຕາມຮູບແຈ້ງການ.

 

 

 

 

ຮຽບຮຽງ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: ບໍລິສັດເບຍລາວ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...