spot_img
Homeຂ່າວທ້ອງຖິ່ນອອກພັນສາປີນີ້, ອຸບັດຕິເຫດເພີ່ມຂຶ້ນ ແຕ່ປະກົດການຫຍໍ້ທໍ້ຫຼຸດລົງ

ອອກພັນສາປີນີ້, ອຸບັດຕິເຫດເພີ່ມຂຶ້ນ ແຕ່ປະກົດການຫຍໍ້ທໍ້ຫຼຸດລົງ

Published on

ໃນບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັັນ, ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 22-25 ຕຸລາ 2018 ທີ່ຜ່ານມາ ເຈົ້າໜ້າທີ່ກອງຄະດີອຸບັດຕິເຫດ ພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ວ່າ: ລະຫວ່າງວັນທີ 22-25 ຕຸລາ 2018 ເປັນຊ່ວງໄລຍະງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັັນ ນະຄອນຫຼວງວຽງຈັນ ມີອຸບັດຕິເຫດຕາມທ້ອງຖະໜົນທັງໜົດ 27 ຄັ້ງ ແລະ ມີຜູ້ເສຍຊີວິດ 7 ຄົນ, ບາດເຈັບສາຫັດ 4 ຄົນ, ສົມຄວນ 14 ຄົນ ແລະ ບາດເຈັບເລັກນ້ອຍ 13 ຄົນ; ພະຫະນະເປ່ເພເລັກນ້ອຍ 22 ຄັນ, ສົມຄວນ 21 ຄັນ ແລະ ໃຊ້ການບໍ່ໄດ້ 4 ຄັນ. ເຫດການດັ່ງກ່າວ, ສ່ວນໃຫຍ່ແມ່ນເກີດຂຶ້ນທີ່ຖະໜົນທ່າເດື່ອ, ໄກສອນ, 13 ໃຕ້ ແລະ ກຳແພງເມືອງ ສະເພາະຜູ້ທີ່ເກີດອຸບັດຕິເຫດມີອາຍຸປະມານ 22-50 ປີ ສ່ວນໃຫຍ່ເປັນເພດຊາຍ. ສາເຫດ, ເກີດຈາກການດື່ມສິ່ງມືນເມົາແລ້ວຂັບຂີ່ລົດດ້ວຍຄວາມປະໝາດຂາດສະຕິ ແລະ ອື່ນໆ.

ທ່ານ ພັທ ຊຽງພັນ ອິນທະປັນຍາ, ຮອງຫົວໜ້າຫ້ອງການກອງບັນຊາການ ປກສ ເມືອງຈັນທະບູລີ ໄດ້ໃຫ້ການສຳພາດຕໍ່ສື່ມວນຊົນກ່ຽວກັບເຫດການໃນງານດັ່ງກ່າວວ່າ: ປີນີ້, ມີປະກົດການຫຍໍ້ທໍ້ເກີດຂຶ້ນອີກ 3 ເລື່ອງຄື: ແຫກກະເປົາ 2 ເລື່ອງ, ລ່ວງກະເປົາ 1 ເລື່ອງ ແລະ ເຄື່ອງມີຄ່າຈຳນວນໜື່ງ ລວມມູນຄ່າເສຍຫາຍ 1.900.000 ກີບ. ເຫດການເດັ່ນກວ່າໝູ່ແມ່ນແຫກກະເປົາ ທຽບໃສ່ປີຜ່ານມາເຫັນວ່າປະກົດການດັ່ງກ່າວ, ໄດ້ຫຼຸດລົງ 8 ເລື່ອງ ເນື່ອງຈາກຜູ້ມາທ່ຽວຊົມໃນງານມີສະຕິລະວັງຕົວ ແລະ ສະຖານທີ່ກໍກວ້າງຂວາງບໍ່ມີຄວາມແອອັດ ເຮັດໃຫ້ມິດສາຊີບລົງມືກໍເຫດໄດ້ຍາກ. ພ້ອມນີ້, ຍັງໄດ້ຈັບຕົວຜູ້ກໍ່ເຫດແຫກກະເປົາໄດ້ 2 ຄົນ ຊື່ ທ້າວ ຈິ່ງຕິ້ງຕົວ ອາຍຸ 43 ປີ ແລະ ນາງ ຫງຽນທີຮາ ອາຍຸ 43 ປີ ທັງສອງເປັນສັນຊາດຫວຽດນາມ ພັກເຊົາຢູ່ບ້ານຊຽງຢືນ ເມືອງຈັນທະບູລີ  ນະຄອນຫຼວງວຽງຈັນ.

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: ໜັງສືພິມຄວາມສະຫງົບ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...