spot_img
Homeຂ່າວທ້ອງຖິ່ນຈີນ ຊ່ວຍເຫຼືອ ສ້າງສູນປ້ອງກັນພະຍາດສັດຂ້າມຊາຍແດນໃນລາວ

ຈີນ ຊ່ວຍເຫຼືອ ສ້າງສູນປ້ອງກັນພະຍາດສັດຂ້າມຊາຍແດນໃນລາວ

Published on

ຈີນ ຊ່ວຍເຫຼືອລາວ ສ້າງສູນປ້ອງກັນ ແລະ ຄວບຄຸມພະຍາດສັດຂ້າມຊາຍແດນ 3 ແຫ່ງ ດ້ວຍມູນຄ່າທັງໝົດ 39 ລ້ານຢວນ ຫຼື ເທົ່າກັບ 51 ຕື້ກີບ ພ້ອມທັງຊ່ວຍເຫຼືອດ້ານອຸປະກອນການວິໄຈພະຍາດ. ສູນດັ່ງກ່າວ ຈະເປັນຕົວຊ່ວຍສຳຄັນໃນການເຝົ້າລະວັງ ແລະ ຄວບຄຸມພະຍາດສັດຂ້າມຊາຍແດນລະຫວ່ງລາວ-ຈີນ. ປັດຈຸບັນ, ສູນດັ່ງກ່າວໄດ້ສ້າງສຳເລັດແລ້ວ.

ໃນວັນທີ 26 ຕຸລາ 2018 ໄດ້ມີພິທີມອບຮັບໂຄງການຊ່ວຍເຫຼືອລາວ ຂຶ້ນທີ່ນະຄອນຫຼວງວຽງຈັນ ກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດສັດຂ້າມຊາຍແດນ. ທ່ານ ສົມພັນ ຈັນເພັງ ຫົວໜ້າກົມລ້ຽງສັດ ແລະ ການປະມົງໄດ້ກ່າວວ່າ: ໃນການສ້າງສູນດັ່ງກ່າວ, ສປ ຈີນ ໄດ້ຊ່ວຍເຫຼືອໃນດ້ານການເງິນ ແລະ ວິຊາການແກ່ລາວ ເຊິ່ງເປັນການຊ່ວຍເຫຼືອລ້າ ມີທັງໝົດ 3 ແຫ່ງຄື: ສູນເຝົ້າລະວັງ 1 ແຫ່ງ ຢູ່ນະຄອນຫຼວງວຽງຈັນ, ສະຖານີເຝົ້າລະວັງ 2 ແຫ່ງ ຢູ່ແຂວງຫຼວງນໍ້າທາ ແລະ ແຂວງຜົ້ງສາລີ ລວມມູນຄ່າທັງໝົດ 39 ລ້ານຢວນ ຫຼື ເທົ່າກັບ 51 ຕື້ກີບ ໂດຍກວມເອົາເນື້ອທີ່ 2 ພັນກວ່າເຮັກຕາ. ນອກນັ້ນ, ຍັງປະກອບມີອຸປະກອນການວິໄຈພະຍາດສັດໃຫ້ແກ່ລາວ ເພື່ອສະໜັບສະໜູນໃນການປ້ອງກັນເຝົ້າລະວັງ ແລະ ຄວບຄຸມພະຍາດສັດຂ້າມຊາຍແດນລະຫວ່າງລາວ-ຈີນ.

ພ້ອມນັ້ນ, ທ່ານ ບຸນ​ຂວາງ ຄຳ​ບຸນ​ເຮືອງ ຮອງລັດຖະມົນຕີ ກະຊວງກະສິກຳປ່າໄມ້ ໄດ້ກ່າວ​ວ່າ: ໂຄງ­ການ​ດັ່ງກ່າວ, ຈະນຳໃຊ້ວິໄຈ ແລະ ຕອບໂຕ້ພະຍາດສັດຂ້າມຊາຍແດນໄດ້ແຕ່ຫົວທີ, ຈະເປັນເຄື່ອງມືສຳຄັນສຳລັບການວິໄຈ ແລະ ຢັ້ງຢືນສຸຂະພາບສັດໃຫ້ແກ່ບັນດາໂຄງການລ້ຽງສັດ, ວຽກງານກັກກັນ ແລະ ສຸຂະອະນາໄມສັດ ເພື່ອສົ່ງອອກຈາກລາວສູ່ຈີນ ທີ່ພາກເອກະຊົນກຳລັງລົງທຶນຢູ່ລາວ ແລະ ຖ້າບໍ່ມີສູນນີ້ເກີດຂຶ້ນ ບັນດາໂຄງການພາກລັດ ກໍຄືເອກະຊົນ ທີ່ມີຈຸດປະສົງລ້ຽງ-ສົ່ງສັດອອກໄປຈີນກໍຄົງຈະເປັນໄປບໍ່ໄດ້.

ໂຄງ­ການ​ດັ່ງກ່າວ, ເລີ່ມ​ກໍ່­ສ້າງ​ມາ​ແຕ່​ທ້າຍ​ປີ 2016 ສຳ­ເລັດ​ໃນ​ກາງ​ປີ 2018, ພາຍ­ຫຼັງ​ມອບ-ຮັບ​ສູນ​ດັ່ງ­ກ່າວ​, ​ຈະ​ສືບ­ຕໍ່​ຮ່ວມ​ມື​ດ້ານ​ວິ­ຊາ​ການ​ເປັນ​ເວ­ລາ 2 ປີ ໂດຍ​​ເຝິກ­ອົບ­ຮົມ​ກ່ຽວ​ກັບ​ການ​ນຳ​ໃຊ້​ເຄື່ອງ­ມື, ເຕັກ­ນິກ​ການ​ວິ­ໄຈ ແລະ ດຳ­ເນີນ​ການ​ເຝົ້າ​ລະ­ວັງ​ດ້ານ​ລະ­ບາດ​ວິ­ທະ­ຍາ.

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສີພິມວຽງຈັນໃໝ່, ໜັງສືພິມເສດຖະກິດ-ສັງຄົມ

ຮູບພາບຈາກ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...