Homeຂ່າວຕ່າງປະເທດພາຍຸໄຕ້ຝຸ່ນຢີ່ຖູ່ ກຽມພັດຂຶ້ນຝັ່ງຟິລິບປິນ ແລະ ເຄື່ອນເຂົ້າຈີນໃນໄລຍະ 1-2 ມື້ນີ້.

ພາຍຸໄຕ້ຝຸ່ນຢີ່ຖູ່ ກຽມພັດຂຶ້ນຝັ່ງຟິລິບປິນ ແລະ ເຄື່ອນເຂົ້າຈີນໃນໄລຍະ 1-2 ມື້ນີ້.

Published on

ເມື່ອເວລາປະມານ 02.00 ໂມງ ຂອງວັນທີ 29 ຕຸລາ 2018 ກົມອຸຕຸນິຍົມວິທະຍາຂອງໄຕ້ຫວັນ ພະຍາກອນອາກາດວ່າ ຄວາມກົດດັນອາກາດສູງໃນມະຫາສະໝຸດແປຊີຟິກກໍ່ໃຫ້ເກີດພາຍຸໄຕ້ຝຸ່ນ ຢີ່ຖູ່ ພາຍຸຫົວທີ 26 ມີຈຸດສູນກາງຢູ່ຫ່າງຈາກແລມເອີ໋ຫຼວນປີ໋ ທາງໃຕ້ສຸດຂອງເກາະໄຕ້ຫວັນປະມານ 850 ກມ. ກຳລັງເຄື່ອນຕົວໄປທາງທິດຕາເວັນຕົກດ້ວຍຄວາມໄວລົມ 17ກມ/ຊົ່ວໂມງ  ແລະ ກຳລັງເຄື່ອນຕົວໄປທາງທິດຕາເວັນອອກຕໍ່ເນື່ອງ ຄາດວ່າຫຼັງພັດຜ່ານເກາະລູຊອນຂອງຟິລິປິນແລ້ວ ຈະເຂົ້າສູ່ທະເລຈີນໃຕ້ ມຸ່ງໜ້າໄປທີ່ຈີນແຜ່ນດິນໃຫຍ່ ໃນຊ່ວງວັນທີ 31 ຕຸລາ – 1 ພະຈິກ 2018 ນີ້ ແລະ ເນື່ອງຈາກອິດທິພົນຮອບນອກຂອງພາຍຸໄຕ້ຝຸ່ນ ບວກກັບລົມມໍລະສຸມຕາເວັນອອກສຽງເໜືອ ເຮັດໃຫ້ຕັ້ງແຕ່ວັນທີ 31 ຕຸລາ ຈົນເຖິງວັນທີ 3 ພະຈິກ 2018ນີ້ ໄຕ້ຫວັນຈະມີສະພາບອາກາດເຢັນ ແລະ ຊຸ່ມຂຶ້ນ ໂດຍສະເພາະພາກເໜືອ ແລະ ພາກຕາເວັນອອກ.

ສຳນັກງານບໍລິຫານບັນຍາກາດ ພູມສາດ ແລະ ດາລາສາດຂອງຟີລິປິນ (ປາກາຊາ) ອອກປະກາດໃຫ້ປະຊາຊົນໃນເກາະລູຊອນ ທາງເໜືອຂອງປະເທດ ກຽມພ້ອມຮັບມືກັບພາຍຸໄຕ້ຝຸ່ນຢີ່ຖູ່ ຫຼື ທີ່ຟິລິບປິນ ເອີ້ນວ່າໄຕ້ຝຸ່ນໂຣຊີຕາ ໂດຍຄາດວ່າຈະພັດຂຶ້ນຝັ່ງໃນວັນທີ 29-30 ຕຸລາ 2018ນີ້.

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ ແລະ ຮູບພາບ: sanook, th.rti.org.tw

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...