Homeຂ່າວຕ່າງປະເທດCEO ຄິງ ພາວເວີ້ຢູ່ໄທເສຍຊີວິດ! ແຟນບານແຫ່ໄວ້ອາໄລ

CEO ຄິງ ພາວເວີ້ຢູ່ໄທເສຍຊີວິດ! ແຟນບານແຫ່ໄວ້ອາໄລ

Published on

ເປັນເຫດການສຸດລະທຶກຂອງວົງການບານລະດັບໂລກ ເມື່ອເຮລິຄອບເຕີ້ຂອງທີມເລສເຕີ້ ຊີຕີ້ ເກີດອຸບັດຕິເຫດຕົກຂ້າງສະໜາມແຂ່ງຂັນຫຼັງຈົບເກມທີ່ເລສເຕີ້ ຊີຕີ້ ສະເໝີກັບ ເວສແຮມ ຢູໄນເຕັດ ໃນຄືນຂອງວັນທີ 27 ຕຸລາ 2018ທີ່ຜ່ານມາ. ເຊິ່ງໄດ້ສ້າງຄວາມແຕກຕື່ນໃຫ້ກັບແຟນບານ ໂດຍສະເພາະແຟນບານຊາວໄທເມື່ອມີລາຍງານວ່າ ເຈົ້າສົວວິໄຊ ສີວັດທະນາປະພາ ເຈົ້າຂອງທີມເລສເຕີ້ ຊີຕີ້ ແລະ ຜູ້ບໍລິຫານ ຄິງພາວເວີ້ ເປັນໜຶ່ງໃນ 8 ຜູ້ໂດຍສານທີ່ຢູ່ເຖິງເຮລິຄັອບເຕີ້ລຳນີ້.

ຂະນະທີ່ເຈົ້າໜ້າທີ່ຕຳຫຼວດແຫ່ງເລສເຕີເຊຍເຜີຍຖະແຫຼງການລ່າສຸດວ່າມີຜູ້ເສຍຊີວິດທັງໝົດ 5 ຄົນ ເຖິງແມ່ນວ່າຈະຍັງບໍ່ທັນມີການພິສູດເອກະລັກບຸກຄົນ ແຕ່ເຊື່ອວ່າປະກອບມີ: ທ່ານ ວິໄຊ ສີວັດທະນາປະພາ, ນາງ ນຸສະຣາ ສຸກໜ້າໄມ້, ທ້າວ ກະວີພອນ ພັນນະພອນ ແລະ ນັກບິນອີກ 2 ຄົນຄື: ເອຣິກ ສະວາຟເຟີ ແລະ ອິຊາເບລາ ໂຣຊາ.

ເມື່ອວັນທີ 29 ຕຸລາ 2018 ທາງບໍລິສັດເລໂອນາໂດ SPA ໜຶ່ງໃນຜູ້ຜະລິດ ແລະ ພັດທະນາເຮືອບິນລາຍໃຫຍ່ຂອງໂລກຈາກອິຕາລີ ອອກຖະແຫຼງການເມື່ອວັນທີ 28 ຕຸລາ ສະແດງຄວາມເສຍໃຈຢ່າງສູງສຸດໄປຍັງຄອບຄົວ ແລະ ຍາດພີ່ນ້ອງຂອງຜູ້ເສຍຊີວິດຈາກອຸບັດຕິເຫດທາງອາກາດທີ່ເກີດຂຶ້ນທີ່ສະໜາມຄິງ ພາວເວີ້ ສະເຕດຽມ ຂອງສະໂມສອນບານເຕະ ເລສເຕີ ຊີຕີ້.

ບໍລິສັດເລໂອນາໂດຢືນຢັນວ່າ ເຮລີຄັອບເຕີ້ທີ່ຕົກເປັນຮຸ່ນ AW169 ເຊິ່ງເປັນເຮືອບິນໃບພັດແບບ 2 ເຄື່ອງຍົນ ບັນຈຸໄດ້ 10 ບ່ອນນັ່ງ ແລະ ຖືວ່ານີ້ເປັນຄັ້ງທຳອິດທີ່ເຮລິຄັອບເຕີ້ຮຸ່ນດັ່ງກ່າວເກີດອຸບັດຕິເຫດ ເຊິ່ງທາງບໍລິສັດພ້ອມໃຫ້ຄວາມຮ່ວມມືຢ່າງເຕັມທີ່ກັບພະນັກງານສອບສວນຂອງອັງກິດ; ດ້ານສຳນັກງານກວດສອບອຸບັດຕິເຫດທາງອາກາດ (AAIB) ຈະເປັນຜູ້ນຳໃນການສືບສວນສອບສວນຫາສາເຫດຂອງອຸບັດຕິເຫດໃນຄັ້ງນີ້.

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ: khaosod, dailynews
ຮູບປະກອບ: khaosod

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...