spot_img
Homeຂ່າວຕ່າງປະເທດຫງວຽນ ຟູ້ ຈ່ອງ ຮັບ 2 ຕຳແໜ່ງສຳຄັນຄັ້ງປະຫວັດສາດຂອງຫວຽດນາມ

ຫງວຽນ ຟູ້ ຈ່ອງ ຮັບ 2 ຕຳແໜ່ງສຳຄັນຄັ້ງປະຫວັດສາດຂອງຫວຽດນາມ

Published on

ທ່ານ ຫງວຽນ ຟູ້ ຈ່ອງ (Nguyen Phu Trong) ຖືເປັນນັກການເມືອງຄົນທຳອິດຕັ້ງແຕ່ອະດີດປະທານປະເທດ ໂຮ່ ຈີມິນ ໂດຍໄດ້ຮັບ 2 ຕຳແໜງພ້ອມກັນຄື ເລຂາທິການພັກກອມມູນິດ ແລະ ປະທານປະເທດແຫ່ງ ສສ ຫວຽດນາມ.

ສຳນັກງານຕ່າງປະເທດລາຍງານຈາກນະຄອນຫຼວງຮ່າໂນ້ຍ ປະເທດ ຫວຽດນາມ ໃນວັນທີ 23 ຕຸລ 2018 ວ່າ: ສສ ຫວຽດນາມ ແຕ່ງຕັ້ງ ທ່ານ ຫງວຽນ ຟູ້ ຈ່ອງ ດຳລົງຕຳແໜງເປັນປະທານປະເທດຄົນທີ 9 ຂອງປະເທດ ດ້ວຍການລົງຄະແນນສຽງເຫັນດີກັນລົງຄະແນນສຸງເຖິງ 99,8%, ຄິດເປັນຄະແນນດິບ 477 ຄະແນນ.  ທ່ານ ຫງວຽນ ດຳລົງຕຳແໜງເປັນປະທານປະເທດ ສສ ຫວຽດນາມ ແທນ ທ່ານ ເຈີ່ນ ດ້າຍ ກວາງ ທີ່ໄດ້ສິ້ນສຸດໃນການເປັນປະທານປະເທດເມື່ອວັນທີ 21 ກັນຍາ 2018 ຜ່ານມາ. ໃນຂະນະທີ່ ທ່ານ ນາງ ດັ່ງ ຖິ ງອກ ຖິງ ປະຕິບັດຮັບໜ້າທີ່ຮັກສາການໃນຕຳແໜງປະທານປະເທດໃນຊ່ວງເວລາຜ່ານມາ ດຳລົງຕຳແໜງຮອງປະທານປະເທດຕາມເດີມ ແລະ ນາຍົກລັດຖະມົນຕີຍັງເປັນ ທ່ານ ຫງວຽນ ຊວນ ຟຸກ.

ນອກຈາກນັ້ນ, ທ່ານ ຫງວຽນ ຟູ້ ຈ່ອງ ອາຍຸ 74 ປີ ຍັງໄດ້ຄວບຕຳແໜງເລຂາທີການພັກກອມມູນິດຫວຽດນາມອີກດ້ວຍ ເຊິ່ງຢູ່ໃນຕຳແໜ່ງນີ້ມາຕັ້ງແຕ່ປີ 2011, ທ່ານ ຫງວຽນ ຟູ້ ຈ່ອງ ຈິ່ງສ້າງປະຫວັດສາດເປັນຜູ້ນຳຫວຽດນາມຄົນທີ 2 ທີ່ດຳລົງຕຳແໜງສຳຄັນທາງການເມືອງພ້ອມກັນ 2 ຕຳແໜ່ງ ນັບຕັ້ງແຕ່ສະໄໝ ປະທານ ໂຮ່ ຈີມິນ.

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: dailynews.co.th

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...