spot_img
Homeຂ່າວທ້ອງຖິ່ນຈຳປາສັກ ປະກວດສິນຄ້າໂອດັອບ ໃນ​ໂອ​ກາດ​ບຸນອອກ​ພັນ​ສາ

ຈຳປາສັກ ປະກວດສິນຄ້າໂອດັອບ ໃນ​ໂອ​ກາດ​ບຸນອອກ​ພັນ​ສາ

Published on

ແຂວງຈຳປາສັກ ເປີດງານຕະຫຼາດນັດ-ວາງສະແດງ, ຈຳໜ່າຍສິນຄ້າ ແລະ ປະກວດສິນຄ້າ “ຫນຶ່ງເມືອງໜື່ງຜະລິດຕະພັນ (ODOP ຫຼື ໂອດັອບ)”ເນື່ອງໃນໂອກາດບຸນອອກພັນສາປະວໍລະນາ ແລະ ງານຊ່ວງເຮືອປະເພນີຈຳປີ 2018 ເລີ່ມແຕ່ວັນທີ 22-25 ຕຸລາ 2018 ທີ່ສູນການຄ້າຈຳປາສັກ ນະຄອນປາກເຊ.

ພິທີເປີດງານຢ່າງເປັນທາງການ ໃນວັນທີ 23 ຕຸລາ 2018, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸລິວັນ ສະຫວັດທະສິນ, ກຳມະການໃນຄະນະປະຈຳພັກແຂວງ ແລະ ເຈົ້ານະຄອນປາກເຊ. ໃນງານວາງສະແດງ-ປະກວດ ແລະ ຈຳໜ່າຍສິນຄ້າຄັ້ງນີ້ມີຫົວໜ່ວຍທຸລະກິດພາຍໃນ, ຕ່າງແຂວງ ແລະ ຕ່າງປະເທດເຂົ້າຮ່ວມ; ເຊິ່ງປີນີ້, ເປັນປີພິເສດເປັນສິນຄ້າ“ໜື່ງເມືອງໜື່ງຜະລິດຕະພັນ” ຈຳນວນ 22 ຜະລິດຕະພັນທີ່ໄດ້ຮັບກາໝາຍໂອດັອບແຫ່ງຊາດ ໄດ້ຖືກນຳມາວາງສະແດງ ແລະ ຈຳໜ່າຍ. ສຳລັບຮ້ານວາງສະແດງ ແລະ ຈຳໜ່າຍສິນຄ້າທັງໜົດມີ 220 ຫ້ອງ ໃນນັ້ນ ມີຮ້ານຂາຍເຄື່ອງອຸປະໂພກ-ບໍລິໂພກ ແລະ ຮ້ານກິນດື່ມທົ່ວໄປ 205 ຫ້ອງ; ຮ້ານຂາຍເຄື່ອງຫັດຖະກຳໂອດັອບຈາກ 1 ນະຄອນ 9 ຕົວເມືອງ ຈຳນວນ 15 ຫ້ອງ.

ສຳລັບຜົນການປະກວດຜະລິດຕະພັນສິນຄ້າໂອດັອບ, ຄະນະກຳມະການໄດ້ກວດຜ່ານແລ້ວແຕ່ວັນທີ 22 ຜ່ານມາ, ໂດຍລາງວັນທີ 1 ແມ່ນເມືອງ ຈຳປາສັກ, ລາງວັນທີ 2 ແມ່ນ ນະຄອນປາກເຊ ແລະ ເມືອງ ປະທຸມພອນ, ແລະ ລາງວັນທີ 3 ແມ່ນ ເມືອງສຸຂຸມາ, ເມືອງ ໂຂງ ແລະ ເມືອງ ປາກຊ່ອງ.

ໃນໂອກາດດັ່ງກ່າວ, ທ່ານ ສຸລິວັນ ສະຫວັດທະສິນ ເຈົ້າຄອງນະຄອນປາກເຊ ກ່າວວ່າ: ງານຕະຫຼາດນັດ-ວາງສະແດງ, ຈຳໜ່າຍ ແລະ ປະກວດສິນຄ້າປີນີ້ມີຄວາມສຳຄັນ ເຊິ່ງເປັນການສົ່ງເສີມການຜະລິດສິນຄ້າພາຍໃນໃຫ້ກວ້າງຂວາງແລ້ວ ຍັງເປັນການສົ່ງເສີມການທ່ອງທ່ຽວເພື່ອດືງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວງານບຸນອອກພັນສາ ກໍຄືງານສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ໃຫ້ຕິດພັນກັບການອະນຸລັກຮັກສາຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ.

 

 

 

 

 

 

 

ຮຽບ​ຮຽງ​ໂດຍ: ໃບ​ບົວ​ ຈັນ​ທະ​ລັງ​ສີ

ແຫຼ່ງ​ຂໍ້​ມ​ູນ​, ຮູບ​ພາບ​ຈາກ:lnr.org.la

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...