spot_img
Homeຂ່າວຕ່າງປະເທດຈີນ ເປີດນໍາໃຊ້ຂົວຂ້າມທະເລຮົງກົງ-ມາເກົ໋າ ຍາວທີ່ສຸດໃນໂລກ ເລີ່ມທີ 24 ຕຸລາ ນີ້

ຈີນ ເປີດນໍາໃຊ້ຂົວຂ້າມທະເລຮົງກົງ-ມາເກົ໋າ ຍາວທີ່ສຸດໃນໂລກ ເລີ່ມທີ 24 ຕຸລາ ນີ້

Published on

ທ່ານ ສີ ຈິ້ນຜິງ ປະທານປະເທດ ສປ ຈີນ ເປີດພິທີຂົວຂ້າມທະເລຍາວທີ່ສຸດໃນໂລກ ເຊື່ອມຕໍ່ລະຫວ່າງເກາະຮົງກົງ ເມືອງ ຈູໄຫ່ໃນມົນທົນກວາງຕຸ້ງ ຫາເກາະມາເກົ໊າ ໜຶ່ງໃນໂຄງການທີ່ສຳຄັນຂອງ ເພື່ອພັດທະນາຂົງເຂດເສດຖະກິດບໍລິເວນສາມຫຼ່ຽມລຸ່ມແມ່ນໍ້າເພິນ. ຂົວດັ່ງກ່າວ, ໃຊ້ເວລາໃນການເດີນທາງພຽງ 30 ນາທີ ແລະ ເປີດໃຊ້ບໍລິການເລີ່ມແຕ່ວັນພຸດທີ 24 ຕຸລາ 2018 ນີ້ເປັນຕົ້ນໄປ.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ຈູໄຫ່ ປສ ຈີນ ໃນວັນທີ 23 ຕຸລາ 2018 ວ່າ ທ່ານ ສີ ຈິ້ນຜິງ ປະທານປະເທດ ສປ ຈີນ ລົງພື້ນທີ່ເມືອງຈູໄຫ່ ຕັ້ງຢູ່ບໍລິເວນສາມຫຼ່ຽມປາແມ່ນໍ້າຈູຈຽງ ຫຼື ແມ່ນໍ້າເພິນ ທີ່ມົນທົນກວາງຕຸ້ງທາງຕອນໃຕ້ຂອງຈີນ ເພື່ອເປັນປະທານໃນພິທິເປີດຂົວຂ້າມທະເລຍາວທີ່ສຸດໃນໂລກ. ຂົວດັ່ງກ່າວ ມີໄລຍະທາງ 55 ກິໂລແມັດ ໃຊ້ເວລາການເດີນທາງລະຫວ່າງເກາະລັນເຕົາຂອງຮົງກົງ ກັບເມືອງຈູໄຫ່ໃນມົນທົນກວາງຕຸ້ງ ແລະ ເຂດບໍລິຫານພິເສດມາເກົ໊າ ເມື່ອກ່ອນໃຊ້ເວລາ 3 ຊົ່ວໂມງ ປັດຈຸບັນເຫຼືອພຽງ 30 ນາທີ.

https://www.facebook.com/NewsContent.CCTVPLUS/videos/348082405964433/?t=0

ໂຄງສ້າງຫຼັກຂອງຂົວດັ່ງກ່າວ, ເປັນ​ຮູງ​ຊົງ​ຄ້າຍ​ຄື​ກັບ​ຕົວ​ອັກ​ສອນ​ “Y” ຂອງພາສາອັງກິດ ມີຄວາມທົນທານຕໍ່ແຜ່ນດິນໄຫວທີ່ແຮງສູງສຸດເຖິງ 8,0 ລິກເຕີ, ມີອຸໂມງລອດໃຕ້ທະເລ ແລະ ເກາະຂະໜາດໃຫຍ່ເຊື່ອມກັບຂົວຫຼັກ. ໂຄງການດັ່ງກ່າວ ເລີ່ມກໍສ້າງປີ 2009 ດ້ວຍງົບປະມານ 15,730 ລ້ານຍວນ ຫຼື ປະມານ 73,931 ລ້ານບາດ. ອີງຕາມແຜນຍຸດທະສາດຂອງລັດຖະບານ ສປ ຈີນໃນການພັດທະນາພື້ນທີ່ ອ່າວກວາງຕຸ້ງ, ຮົງກົງ ແລະ ມາເກົ໊າໃຫ້ເປັນເຂດເກຣດເທີ ເບ (Greater Bay Area) ໃຫ້ເປັນລະບົບນິເວດທາງດ້ານເສດຖະກິດທີ່ມີຄວາມສົມບູນ ດ້ວຍການເຄື່ອນຍ້າຍຈາກລະບົບການຄົມມະນາຄົມທີ່ມີການບູລະນະທີ່ລົງຕົວ.

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: dailynews.co.th

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...