spot_img
Homeຂ່າວທ້ອງຖິ່ນນອກຈາກທີມນັກແຂ່ງລາວໃນບຸນຊ່ວງເຮືອທ່າວັດຈັນ ຍັງມີທີມນັກແຂ່ງຕ່າງປະເທດພ້ອມ!

ນອກຈາກທີມນັກແຂ່ງລາວໃນບຸນຊ່ວງເຮືອທ່າວັດຈັນ ຍັງມີທີມນັກແຂ່ງຕ່າງປະເທດພ້ອມ!

Published on

ມື້ນີ້, ເປັນມື້ເລີ່ມຕົ້ນຂອງບຸນຊ່ວງເຮືອ ບັນດາປະຊາຊົນທົ່ວນະຄອນຫຼວງວຽງຈັນລວມນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດຫຼາຍໆ ຄົນກຳລັງລໍຖ້າຮ່ວມຊົມຮ່ວມເຊຍຢູ່ທີ່ແຄມຂອງທ່າວັດຈັນ ວ່າເຮືອລຳໃດຈະໄດ້ແຊ້ມ, ເຊິ່ງປີນີ້ນັກສີພາຍບໍ່ມີພຽງແຕ່ຊາວລາວເທົ່ານັ້ນ ຍັງມີນັກສີພາຍຄົນຕ່າງປະເທດທີ່ອາໄສຢູ່ລາວ ໂດຍຊື່ເຮືອມີນາມວ່າ: “ຫົງແມ່ຍ່າ ຫຼື ນາໆຊາດ” ເຊິ່ງຈະລົງແຂ່ງຂັນກັບນັກສີພາຍລາວໃນວັນທີ 25 ຕຸລາ 2018.

ທ່ານ ປອ ນາງ ແສງອຳພອນ ຈິດຕະລັດ ຜູ້ຊ່ວຍຄູເຝິກດ້ານເຕັກນິກ ໄດ້ກ່າວໃຫ້ຮູ້ວ່າ: “ໃນການລົງເຮືອແຂ່ງຂັນຂອງຊາວຕ່າງປະເທດ ໃນງານບຸນຊ່ວງເຮືອທ່າວັດຈັນ ລະຫວ່າງວັນທີ 25 ຕຸລາ 2018 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເປັນອີກໜຶ່ງທີມທີ່ຈະສ້າງສີສັນໃຫ້ແກ່ງານບຸນໃນຄັ້ງນີ້. ສຳລັບການເຂົ້າຮ່ວມຂອງສີພາຍຕ່າງປະເທດຄັ້ງນີ້ແມ່ນໄດ້ຮັບການຊ່ວຍເຫຼືອເປັນເຈົ້າການໂດຍອົງການແມ່ນ້ຳຂອງສາກົນ (MRC) ແລະ ບັນດາອົງການຜູ້ໃຫ້ການສະໝັບສະໝູນຕ່າງໆ ເຊັ່ນອົງການ GIZ, SDC, PSI ເພື່ອຊ່ວຍປະສານງານໃຫ້ບັນດາຊາວຕ່າງປະເທດທີ່ເປັນພະນັກງານໃນສະຖານທູດ, ອົງການ ຫຼື ຫ້ອງການຕ່າງໆ ໃນ ສປປ ລາວ ໄດ້ມີໂອກາດເຂົ້າຮ່ວມແຂ່ງຂັນພາຍເຮືອໃນບຸນດັ່ງກ່າວ. ໃນທິມມີສີພາຍທັງໝົດ 50 ຄົນ, ຍິງ 25 ຄົນ ເຊິ່ງເປັນກໍລະນີພິເສດ ໂດຍມີການນະໂຍບາຍໃຫ້ເປັນທີມປະສົມຍິງ-ຊາຍຮ່ວມລົງແຂ່ງຂັນໃນເຮືອລຳດຽວກັນ”.

ໃນການແຂ່ງຂັນທີມດັ່ງກ່າວ, ໄດ້ຮັບອະນຸຍາດໃຫ້ລົງແຂ່ງຂັນ 2 ລາຍການ ເຊັ່ນ: ເຮືອປະເພນີຍິງ ແລະ ເຮືອປະເພນີຊາຍ ເຊິ່ງລວມແລ້ວແຕ່ເປັນສີພາຍມືອາຊີບຂອງລາວເຮົາ ແຕ່ທີມຂອງຕ່າງປະເທດປະມານ 90% ເປັນສີພາຍມືໃໝ່ ໂດຍ​ຕ້ອງ​ໄປ​ເລີ່ມ​ແຕ່​ຮຽນ​ຈັບ​ໄມ້​ພາຍ, ຮຽນ​ພາຍ​ໃຫ້​ພ້ອມ​ກັນ.

ນອກຈາກນັ້ນ, ເພີ່ນໄດ້ກ່າວອີກຕື່ມວ່າ: “ໃນປີຜ່ານມາ ເຮືອຫົງແມ່ຍ່າ ຫຼື ນາໆຊາດ ສາມາດຍາດໄດ້ອັນດັບທີ 4 ແຕ່ປີນີ້ຈະໄດ້ທີ່ຫຍັງນັ້ນບໍ່ສຳຄັນ ເພາະທາງພວກເຮົາກໍຄືອົງການແມ່ນໍ້າ ແລະ ຊາວຕ່າງປະເທດ ພຽງຢາກມີສ່ວນຮ່ວມສ້າງສີສັນບຸນຊ່ວງເຮືອໃຫ້ມີຄວາມເບີກບານມ່ວນຊື່ນເປັນຫຼັກ ພ້ອມທັງເປັນການສ້າງຂະບວນການສາມັກຄີໃຫ້ກັບພະນັກງານຊາວຕ່າງປະເທດ ແລະ ປະຊາຊົນທ້ອງຖິ່ນ ທັງເປັນເຜີ່ຍແຜ່ຂະນົບທຳນຽນປະເພນີ ແລະ ເປັນ​ການ​ສົ່ງ​ເສີມ​ປີ​ທ່ອງ​ທ່ຽວລາວ 2018”.

ຈາກການສຳພາດນັກສີພາຍຕ່າງປະເທດ ໄດ້ກ່າວວ່າ: “ມັນເປັນຄວາມຮູ້ສຶກຕື່ນເຕັ້ນໃຈຫຼາຍ ເຊິ່ງແຕກຕ່າງຈາກເມື່ອກ່ອນ ທີ່ໄດ້ແຕ່ເບິ່ງຊາວລາວແຂ່ງຂັນກັນລົງພາຍເຮືອຢູ່ທ່າວັດຈັນ ແລະ ຕອນນັ້ນບໍ່ຮູ້ວ່າຈະເຊຍທີມໃດເພາະບໍ່ຮູ້ຈັກ; ມີຄວາມພາກພູມໃຈຫຼາຍໃນການລົງພາຍເຮືອປີນີ້ ທີ່ໄດ້ເປັນສ່ວນໜຶ່ງໃນງານບຸນຊ່ວງເຮືອຂອງປະເທດລາວ. ຜ່ານມາພວກເຮົາໄດ້ເຝິກຊ້ອມ 2-3 ເທື່ອຕໍ່ອາທິດໃຊ້ເວລາປະມານ 2 ເດືອນ. ປັດຈຸບັນ, ພວກເຮົາມີຄວາມພ້ອມຫຼາຍທີ່ຈະລົງແຂ່ງຂັນຊ່ວງເຮືອກັບໝູ່ເພື່ອນ”.

ສຳລັບນັກສີພາຍເຮືອຫົງແມ່ຍ່າ ຫຼື ນາໆຊາດ ມີທັງຍິງ-ຊາຍ ໂດຍມາຈາກ 15 ປະເທດຄື: ລາວ (Laos), ໄທ (Thailand), ສະວິດເຊີແລນ (Switzerland), ອີຕາລີ (Italy), ຈີນ (China), ອັງກິດ (English), ອາເມລິກາ (America), ຝຣັ່ງ (French), ອົດສະຕຣາລີ (Australia), ແຄນາດາ (Canada), ໂຄລຳເບຍ (Columbia), ຫວຽດນາມ (Vietnam), ເບວຢຽມ (Belgium), ເຢຍລະມັນ (Germany) ແລະ ແຟງລັງ (Finland).

ຮ່ວມເຊຍ ແລະ ເປັນກຳລັງໃຈໃຫ້ທີມຕ່າງຊາດນໍາແນ່ເດີ້.

ຂຽນໂດຍ: ໃບບົວ ຈັນທະລັງສີ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...